ຕອນແລງວັນທີ 17 ທັນວາ 2021, ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບ ວັກຊິນປ້ອງກັນພະຍາດ ໂຄວິດ-19, ຍີ່ຫໍ້ Astrazenega ຈໍານວນ 283,400 ໂດສ ພ້ອມດ້ວຍເຂັມສັກຢາ, ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານມາເລເຊຍ, ການຊ່ວຍເຫຼືອແບບພິເສດໃນຄັ້ງນີ້ ຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານປ້ອງກັນ ແລະຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ, ໂດຍສະເພາະການເພີ່ມທະວີອັດຕາການສັກວັກຊິນປ້ອງກັນພະຍາດດັ່ງກ່າວ ໃຫ້ແກ່ພົນລະເມືອງລາວ ໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍຂອງລັດຖະບານ ໃຫ້ກວມເອົາຫຼາຍກວ່າ 50% ໃນທ້າຍປີ 2021 ແລະໃຫ້ເພີ່ມຂຶ້ນເປັນ 87,25% ໃນປີ 2022.

ໃນພິທີດັ່ງກ່າວ ຕາງໜ້າໃຫ້ແກ່ລັດຖະບານມາເລເຊຍ ມອບການຊ່ວຍເຫຼືອໂດຍ ທ່ານ ນາງ. ຣາຟີກາ ຮາຊລະ, ອຸປະທູດມາເລເຊຍ ປະຈຳ ສປປ ລາວ, ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບເອົາການຊ່ວຍເຫຼືອໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ໂອກາດດຽວກັນນີ້, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນສະພາບທີ່ມີຄວາມຫຍຸ້ງຍາກນີ້, ການຊ່ວຍເຫຼືອດັ່ງກ່າວຈະເປັນການເພີ່ມທະວີ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ ແລະ ຫວັງຢ່າງຍິ່ງວ່າ ປະຊາຊົນສອງຊາດລາວ ແລະ ມາເລເຊຍ ຕະຫຼອດຮອດປະຊາຊົນໃນອາຊຽນ ແລະ ປະຊາຄົມໂລກ ຈະສາມາດຂ້າມຜ່ານວິກິດການລະບາດຂອງພະຍາດໂຄວິດ-19 ໃນອານາຄົດອັນໄກ້ນີ້.
ກ່ອນໜ້ານີ້ ໃນຕອນແລງວັນທີ 16 ທັນວາ 2021 ລັດຖະບານປະເທດໂປໂລຍ ກໍໄດ້ໃຫ້ການຊ່ວຍເຫລືອວັກຊິນປ້ອງກັນພະຍາດໂຄວິດ19 ແກ່ ສປປ ລາວ ຈໍານວນ 138.600ໂດສ.