ໃນໄລຍະ 5 ປີຜ່ານມາ ສານປະຊາຊົນສູງສຸດ ໄດ້ຕິດຕາມກວດກາ ການປະຕິບັດການຕັດສິນຄະດີ ຕາມຂະບວນການຍຸຕິທຳ ໂດຍມີຄະດີເຂົ້າສານປະຊາຊົນ ແລະ ສານທະຫານ ທຸກຂັ້ນທັງໝົດ 44.521 ເລື່ອງ. ໃນນີ້, ມີຄະດີທີ່ຄ້າງມາ 1.606 ເລື່ອງ, ເຊິ່ງລວມທັງໝົດ 46.127 ເລື່ອງ, ສາມາດແກ້ໄຂໄດ້ແລ້ວ 43.559 ເລື່ອງ, ເທົ່າກັບ 94.43%, ຍັງຄ້າງ 2.568 ເລື່ອງ ຖ້າທຽບໃສ່ 5 ປີກ່ອນ ເຫັນວ່າຄະດີເພີ່ມຂຶ້ນ. ໂດຍແຍກຕາມແຕ່ລະຄະດີ, ເຊິ່ງປະກອບມີ ຄະດີເຂົ້າສານຂັ້ນຕົ້ນ ຢູ່ສານເຂດ, ແຂວງ, ນະຄອນຫລວງ ແລະ ສານທະຫານ ມີຈຳນວນ 37.454 ເລື່ອງ. ໃນນັ້ນ, ຄະດີຄ້າງ 1.177 ເລື່ອງ, ສາມາດແກ້ໄຂແລ້ວ 36.599 ເລື່ອງ ເທົ່າກັບ 34,73% ຜ່ານການຕັດສິນຄະດີຂອງສານຂັ້ນຕົ້ນແລ້ວ ຄູ່ຄວາມບໍ່ພໍໃຈອຸທອນຂຶ້ນມາ ມີ 4.932 ເລື່ອງ ກວມເອົາ 13,47% ປະເພດຄະດີ ທີ່ເຂົ້າສານຫລາຍ ແລະ ພົ້ນເດັ່ນແມ່ນຄະດີອາຍາ, ຢູ່ສານຂັ້ນຕົ້ນແມ່ນການລັກຊັບພົນລະເມືອງ ມີ 2.348 ເລື່ອງ ແລະ ຄະດີຄ້າຂາຍຢາເສບຕິດ 10.864 ເລື່ອງ ຖ້າທຽບໃສ່ 5 ປີກ່ອນເຫັນວ່າຄະດີແມ່ນເພີ່ມຂຶ້ນ. ຂໍ້ມູນດັ່ງກ່າວ, ໄດ້ລາຍງານໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໃນວາລະກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ຕອນເຊົ້າວັນທີ 24 ມີນາ 2021 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ.
ທ່ານ ນາງ ວຽງທອງ ສີພັນດອນ ແຈ້ງໃຫ້ຮູ້ວ່າ: ພາຍໃຕ້ສະຖານະພາບຄວາມສຳຄັນຂອງສານປະຊາຊົນ ແລະ ຄວາມເປັນເອກະພາບ ປະຕິບັດສິດ ໜ້າທີ່ຕາມລັດຖະທຳມະນູນກົດໝາຍ ແລະ ປະຕິບັດບັນດານິຕິກຳໃຕ້ກົດໝາຍ ຂອງຄະນະພັກ ຄະນະປະທານສານແຕ່ລະຂັ້ນ ຕິດພັນຂະບວນການຮັກຊາດພັດທະນາ ໄດ້ສຳເລັດການປັບປຸງກົດໝາຍວ່າດ້ວຍຜູ້ພິພາກສາດ ກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍຄ່າທຳນຽມສານ, ໄດ້ຮ່າງລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການດຳເນີນຄະດີການປົກຄອງ, ປັບປຸງຂໍ້ກຳນົດພາລະບົດບາດຂອງສານປະຊາຊົນສູງສຸດ ແລະ ສານທ້ອງຖິ່ນຄືນໃໝ່, ໄດ້ເອົາໃຈໃສ່ກວດກາຄຳຕັດສິນພິພາກສາ ແລະ ສັງລວມສະຖິຕິຄະດີ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ດ້ານອ່ອນຂໍ້ຄົງຄ້າງ ເພື່ອສ້າງເປັນນິຕິກຳໃຕ້ກົດໝາຍໄດ້ 48 ສະ ບັບ. ເພື່ອແກ້ໄຂປະກົດການຫຍໍ້ທໍ້ຢູ່ສານ, ໂດຍໄດ້ແຕ່ງຕັ້ງຄະນະກຳມະການຕິດຕາມກວດການປະຕິ ບັດໜ້າຂອງຜູ້ພິພາສາ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍຜູ້ພິພາກສາ. ຄຽງຄູ່ກັນນັ້ນ, ກໍໄດ້ຮັບຄຳຮ້ອງທຸກຄຳເໜີ ກ່ຽວກັບການປະພຶດ ແລະ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ແລະ ພະນັກງານຂອງສານຈຳນວນ 78 ສະບັບ ແລະ ໄດ້ແກ້ໄຂແລ້ວ 70 ສະບັບ, ຍັງຄ້າງ 8 ສະບັບ.
ສຳລັບທິດທາງລວມ, ຄາດໝາຍແຜນພັດທະນາ ວຽກງານຂອງສານປະຊາຊົນສູງສຸດ 5 ປີຕໍ່ໜ້າ (2021-2025) ແມ່ນເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະ ກອນສານປະຊາຊົນສູງສຸດ ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ ປະຕິບັດນະໂຍບາຍຂອງລັດແຕ່ລະໄລຍະ; ພັດທະນາກົງຈັກການຈັດຕັ້ງຂອງສານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານເຕັກນິກວິຊາສະເພາະ ໃຫ້ຜູ້ພິພາກສາ ແລະ ພະນັກງານສານ; ຍົກລະດັບການພັດທະນາ ພື້ນຖານໂຄງລ່າງວັດຖຸເຕັກນິກ ເພື່ອຮັບປະກັນໃຫ້ແກ່ການຫັນເປັນທັນສະໄໝ; ສ້າງເງື່ອນໄຂອຳນວຍໃຫ້ປະຊາຊົນມີສ່ວນຮ່ວມ ໃນການດຳເນີນຄະດີ ແລະ ເຂົ້າເຖິງຂະບວນຍຸຕິທຳ, ບໍລິການຮັບໃຊ້ປະຊາຊົນເປັນທີ່ເພິ່ງ ທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ; ສ້າງກົນໄກ ແລະ ປະສານສົມ ທົບຕິດຕາມກວດກາ ປະເມີນການປະຕິບັດໜ້າທີ່ ຂອງພະນັກງານສານປະຊົນແຕ່ລະຂັ້ນ ໃຫ້ມີຄວາມ ຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ ເພື່ອຫັນເປັນຜູ້ພິພາກສາມີຄຸນນະພາບ, ພ້ອມທັງຍົກລະດັບຂອງຜູ້ພິພາກສາ ໃນແຕ່ລະຂັ້ນໃຫ້ມີຄຸນນະພາບສູງ ຫັນເປັນມືອາຊີບ ແລະ ມີຄຸນນະທຳປະຕິ ວັດທີ່ໜັກແໜ້ນ.
ພາບ: ຕາລີເຊຍ
Loading...