ມື້ທີສອງ ຂອງການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດ IX ຕອນເຊົ້າວັນທີ 23 ມິນາ 2021 ພາຍໃຕ້ການເປັນປະທານຂອງທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ VIII ,ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5ປີ ແຕ່ປີ 2016-2020 ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ IX, ແຜນງົບປະມານແຫ່ງລັດ 5ປີ 2021-2025.
ທ່ານ ຈັດຕະວາ ແກ້ວຄຳເພັດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຄໍາເຫັນຊົມເຊີຍລັດຖະບານທີ່ໄດ້ລາຍງານໂດຍທ່ານນາຍົກລັດຖະມົນຕີ, ສໍາລັບພາກແຜນການລວມມີ 6 ເປົ້າໝາຍ, 25 ແຜນງານຈຸດສຸມ, 473 ໂຄງການທີ່ຈະຈັດຕັ້ງປະຕິບັດ, ຫາກທົບທວນຄືນໃນດ້ານເສດຖະກິດມະຫາພາກ, ໂຄງປະກອບເສດຖະກິດ ຖ້າສະເລ່ຍ ໃນ 5 ປີ ຂົງເຂດກະສິກຳຂະຫຍາຍຕົວ 2,5%, ອຸດສາຫະກຳ 4,1%, ຂົງເຂດບໍລິການ 6% ແລະ ພາສີ 5,8%, ໃນການຈັດຕັ້ງປະຕິບັດພາກນີ້ ຂ້າພະເຈົ້າເຫັນວ່າດ້ານກະສີກຳ ຖ້າທຽບໃສ່ຂະແໜງອື່ນແມ່ນຊ້າ, ເຊິ່ງຈະສົ່ງຜົນສະທ້ອນເຖິງການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເພາະເອກະສານທີ່ມີແມ່ນ 18% ຄາດໝາຍຈະໃຫ້ເຫຼືອ 10% ແມ່ນໂຕເລກທີ່ສູງ, ເພາະການແກ້ໄຂຄວາມທຸກຍາກແມ່ນອີງໃສ່ພາກກະສິກຳເປັນຫຼັກ, ດັ່ງນັ້ນຢາກແກ້ໄຂຄວາມທຸກຍາກໄດ້ ຕ້ອງໃຫ້ລັດຖະບານທົບທວນຄືນເປົ້າໝາຍແກ້ໄຂຄວາມທຸກຍາກ ຕ້ອງໄດ້ເພີ່ມຈັງຫວະການຂະຫຍາຍຕົວຂອງກະສິກຳຂຶ້ນ ຢ່າງໜ້ອຍ ແມ່ນ1-2%.
ໃນອົງປະກອບນີ້ຢາກໃຫ້ລັດຖະບານແກ້ໄຂສິ່ງອຸດຕັນ ໂດຍສະເພາະການອຳນວຍຄວາມສະດວກດ້ານທຸລະກິດ, ການອຳນວຍດ້ານຂໍຕິດຕັ້ງໄຟຟ້າ, ລະບຽບການຂອງພາສີອາກອນ ຖ້າບໍ່ແກ້ໄຂຕົວຊີ້ວັດນີ້ຈະເຮັດໃຫ້ການດຶງດູດການລົງທຶນແມ່ນຍາກ, ຈະເຮັດແນວໃດໃນການຈັດຕັ້ງປະຕິບັດ.
ທ່ານ ສີເຮັ່ງ ຫອມສົມບັດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຄໍາເຫັນວ່າ: ການແກ້ໄຂບັນຫາເສດຖະກິດຕົ້ນຕໍແມ່ນສິ່ງອຸດຕັນ ປີ 2017 ດັດສະນີດ້ານເສດຖະກິດຂອງລາວຢູ່ທີ 139, ປີ 2020 ຜ່ານມາຂຶ້ນມາຢູ່ທີ່ 154 ສະແດງວ່າມີສິ່ງອຸດຕັນຫລາຍ, ນອກຈາກນັ້ນເຮົາຍັງມີປັດໃຈທີ່ຈະເຮັດໃຫ້ເສດຖະກິດເຮົາຂະຫຍາຍໂຕຖືກທິດທາງ ກ່ອນອື່ນຕ້ອງໄດ້ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ຢູ່ຂົງເຂດເສດຖະກິດ ຕ້ອງປັບປຸງໄວເທົ່າໃດຍິ່ງດີ, ອັນທີສອງຕ້ອງໄດ້ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມວິຖີຊີວິດແບບໃຫມ່, ຖ້າບໍ່ເລີ່ມຈາກຈຸດນີ້ແມ່ນກ້າວໄປຍາກ, ໂຄວິດ-19 ໄດ້ບອກພວກເຮົາແລ້ວ, ອັນດີຂອງມັນແມ່ນການກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃນທາງການຜະລິດ ໃນເວລາດຽວກັນກໍ່ຕ້ອງຮ່ວມມືກັບອົງການຈັດຕັ້ງສາກົນ, ຮ່ວມມືກັບເພື່ອນມິດຢ່າງແຂງແຮງຈຶ່ງຈະເຮັດໃຫ້ເສດຖະກິດຂອງເຮົາເຕີບໃຫຍ່ຢ່າງຖືກທິດ, ອັນທີສາມ ຕ້ອງປະຕິຮູບການສຶກສາ, ຖ້າເຮົາບໍ່ສ້າງຄົນອີກເທົ່າໃດປີກໍ່ເປັນໄປບໍ່ໄດ້, ອີງຕາມບົດຮຽນຂອງປະເທດເພື່ອນບ້ານພວກເຮົາ ປັດໃຈທີ່ເຮັດໃຫ້ເສດຖະກິດຂອງຫວຽດນາມຂະຫຍາຍຕົວໄປລະດັບ 5,9 ເປັນອັນດັບ1 ຂອງໂລກ ຍ້ອນມີ 3 ປັດໃຈຕົ້ນຕໍຄື: 1 ປະຕິຮູບກົດໝາຍ, ອັນທີ2 ເຂົ້າຮ່ວມເຂດການຄ້າເສລີ ເຊິ່ງວຽດນາມມີສັນຍາຮ່ວມມືກັບ 13 ປະເທດຕາມຂອບຂອງອົງການການຄ້າໂລກກຳນົດອອກ, ອັນທີ 3 ແມ່ນການພັດທະນາຄົນ, ພັດທະນາສີມືແຮງງານ ເພາະປະເທດໃດສົ່ງແຮງງານທີ່ມີສີມືອອກແມ່ນປະເທດທີ່ເຂັ້ມແຂງ, ແຕ່ລາວເຮົາສົ່ງອອກແມ່ນແຮງງານດີ ຖ້າທຽບໃສ່ປະເທດອື່ນແມ່ນໄກກັນຫຼາຍ.
ທ່ານນາງວາລີ ເວສະພົງ ສະມາຊິກສະພາແຫ່ງຊາດເຂດ 1 ນະຄອນຫລວງວຽງຈັນ ມີຄໍາເຫັນວ່າ: ການຈັດຕັ້ງປະຕິບັດແຜນງົບປະມານຂອງລັດທີ່ລະບຸວ່າ ການເກັບລາຍຮັບບໍ່ໄດ້ ຍ້ອນລາຄານໍ້າມັນດິບຫລຸດລົງ ນີ້ຈະເປັນສາເຫດຂອງການລາຍຮັບແທ້ບໍ ເພາະວ່າປະເທດເຮົາບໍ່ແມ່ນຜູ້ສົ່ງອອກນໍ້າມັນ, ຖ້າລາຄານໍ້າມັນດິບຫລຸດລົງຍິ່ງຈະເປັນການດີຕໍ່ປະເທດເຮົາອີກ, ອັນທີສອງແມ່ນສາເຫດຂອງການບໍ່ຖືບັນຊີ ອາກອນມູນຄ່າເພີ່ມມາຈາກອາກອນທຸລະກິດ ແຕ່ຢາກຕັ້ງຄໍາຖາມວ່າ ແມ່ນຍ້ອນເຈົ້າໜ້າທີ່ເຮົາມີສ່ວນໃນການຈັດຕັ້ງປະຕິບັດທີ່ບໍ່ໃຫ້ເປັນໄປຕາມກົດໝາຍຫລືບໍ່ ຖ້າຈະເວົ້າແຕ່ວ່າພາກທຸລະກິດບໍ່ປະຕິບັດຕາມກົດໝາຍ ອັນນີ້ມັນສໍາພັນກັນຫລືບໍ່ ເພາະໃນບົດລາຍງານຂອງລັດຖະບານບໍ່ເຫັນມີລະບຸໄວ້, ຜ່ານມາພາກລາຍຈ່າຍແມ່ນເກີນຕະຫລອດ ຄືລາຍຈ່າຍເພີ່ມຂຶ້ນ 48ກວ່າສ່ວນຮ້ອຍ ຖືເປັນເລື່ອງຊໍ້າເຮື້ອມາແລ້ວ ແຕ່ສໍາລັບແຜນຕໍ່ໄປ, ແຕ່ສິ່ງທີ່ເປັນຫ່ວງຫລາຍທີ່ສຸດແມ່ນພາກລາຍຈ່າຍ ໂດຍສະເພາະລາຍຈ່າຍພາກບໍລິຫານແມ່ນມີໂຕເລກຫລາຍ ຖ້າທຽບໃສ່ນະໂຍບາຍຂອງລັດຖະບານແລ້ວຈະເປັນການສວນທາງກັນຫລືບໍ່, ສະນັ້ນມີແຕ່ສູດດຽວ ຖ້າຢາກມີລາຍຮັບເພີ່ມ ເພາະພວກເຮົາຕ້ອງການຢາກເອົາປະເທດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ພວກເຮົາຕ້ອງຮູ້ຫາເງິນ, ຮູ້ຈັກຄ້າຂາຍ ຫາເງິນໄດ້ແລ້ວມາຈ່າຍແມ່ນບໍ່ມີບັນຫາ ຫາກຫາເງິນບໍ່ໄດ້ແລ້ວມາຂຶ້ນແຜນຈ່າຍຕະຫລອມາ ຖ້າພວກເຮົາບໍ່ປັບການຈ່າຍເຂົ້າສູ່ລະບຽບວິໄນແລ້ວ ມັນກໍຈະສືບຕໍ່ເປັນບັນຫາຂາດດູນເພີ່ມຂຶ້ນ ແລ້ວຈະຄວບຄຸມໜີ້ສາທາລະນະໄດ້ແນວໃດ ນີ້ແມ່ນສິ່ງທີ່ໜ້າເປັນຫ່ວງ, ການອອກພັນທະບັດກໍແມ່ນການກູ້ເງິນພາຍໃນ ແຕ່ການອອກພັນທະບັດເພື່ອໃຊ້ໜີ້ ອອກໄປກໍບໍ່ມີຄວາມໝາຍ ເພາະເອົາໄປຈໍາທະນາຄານບໍ່ໄດ້ ຂາຍລາຄາຕໍ່າກໍບໍ່ມີຄົນຊື້ ເພາະມັນບໍ່ໄດ້ກະຕຸ້ນໃຫ້ນັກທຸລະກິດພື້ນຊີບຄືນມາໄດ້ ນີ້ມັນເປັນບັນຫາຕໍ່ເນື່ອງກັນ ແລ້ວຈະເອົາບັນຫານີ້ໄປໃຫ້ສະຖາບັນການເງິນຮັບພາລະກໍບໍ່ຖືກຕ້ອງ ແລ້ວລັດຖະບານຈະເອົາບັນຫານີ້ອອກຈາກວົງວຽນວິກິດທີ່ມີມາຫລາຍປີນີ້ຄືແນວໃດ ຄວາມຈິງພວກເຮົາມີທາງອອກຢູ່ແລ້ວ ເປັນຕົ້ນໂຄງການລົດໄຟລາວ-ຈີນ ພວກເຮົາມີແຜນຫຍັງແດ່ແລ້ວປິ່ນອ້ອມໂຄງການ ຖ້າພວກເຮົາມີແຜນການແມ່ນສາມາດຟື້ນເສດຖະກິດໄດ້ ເພາະຍຸດທະສາດຂອງລັດຖະບານກໍານົດໄວ້ວ່າ ຈາກປະເທດແລນລອ໋ກ ເປັນແລນລິ້ງ ນີ້ແມ່ນໂອກາດຂອງພວກເຮົາ.
ສໍາລັບຕອນບ່າຍ ຕາມວາລະແລ້ວ ກອງປະຊຸມຈະໄດ້ຮັບຟັງການໃຫ້ຄໍາກະຈ່າງແຈ້ງ ຕໍ່ຄໍາຊັກຖາມ ແລະຄໍາເຫັນຂອງສະມາຊິກສະພາແຫ່ງຊາດຈາກທ່ານນາຍົກລັດຖະມົນຕີ.
Loading...