ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນມື້ທີ 2 ຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ມິຖຸນາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະ​ມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ສຸມໃສ່ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານຂອງບັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2022 ທີ່ສະເໜີໂດຍທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຫລາຍບັນຫາສຳຄັນ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບຕໍ່ບົດລາຍງານດັ່ງກ່າວ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໃນ 6 ເດືອນຜ່ານມາ ໃນເງື່ອນໄຂທີ່ສະພາບການສາກົນ ແລະ ພາຍໃນປະເທດ ຂອງພວກເຮົາ ມີທັງຂໍ້ສະດວກ, ກາລະໂອກາດ ແລະ ຂໍ້ຫຍຸງຍາກຫລາຍປະການ ທີ່ສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິ ບັດ ຢ່າງໜັກໜ່ວງ ແຕ່ລັດຖະບານ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ ເພື່ອແກ້ໄຂບັນຫາລວມຂອງຊາດ ຈຶ່ງສາມາດປະຄັບປະຄອງເສດຖະກິດຂອງປະເທດ ບໍ່ໃຫ້ຕົກເຂົ້າສູ່ວິກິດໜັກໜ່ວງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ ແລະ ອື່ນໆ.
ພ້ອມດຽວກັນນັ້ນ, ສສຊ ບາງທ່ານ ຍັງໄດ້ສະເໜີ ໃຫ້ລັດຖະບານ ເລັ່ງປັບປຸງແກ້ໄຂບາງບັນຫາສຳຄັນ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງເທົ່າທີ່ຄວນ ເປັນຕົ້ນ, ບັນຫາດ້ານການສຶກສາ, ບັນຫາລາຄານ້ຳມັນ, ບັນຫາເງິນກີບອ່ອນຄາ, ເງິນຕາຕ່າງປະເທດແຂງຄ່າ ແລະ ອື່ນໆ.
ຂ່າວ: ທະນູທອງ