ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ ມີຄວາມພ້ອມຮ້ອຍສ່ວນຮ້ອຍໃນການຕ້ອນຮັບຜູ້ຄົນທັງພາຍໃນເເລະຕ່າງປະເທດທີ່ຈະເດີນທາງຜ່ານເຂົ້າ-ອອກຜ່ານດ່ານສາກົນເເຫ່ງຕ່າງໆໃນຂອບເຂດທົ່ວປະເທດ ພາຍຫລັງທີ່ລັດຖະບານອະນຸຍາດໃຫ້ເປີດດ່ານສາກົນທຸກແຫ່ງນັບເເຕ່ວັນທີ 9 ພຶດສະພາ ເປັນຕົ້ນໄປ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ19.
ພັນເອກ ສາຍສະຫມີງ ສີວິໄລ ຫົວຫນ້າກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບໃຫ້ສໍາພາດ ຕອນແລງໃນວັນທີ 9 ພຶດສະພາ 2022ນີ້ວ່າ: ປະຕິບັດຕາມທິດຊີ້ນໍາຂອງລັດຖະບານ ກ່ຽວກັບມາດຕະການເຂົ້າ-ອອກ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19ສະບັບໃຫມ່ ທີ່ມີການຖະເເຫລ່ງຂ່າວໃນວັນທີ 7ພຶດສະພານີ້ຢູ່ກະຊວງສາທາລະນະສຸກ ກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດການເປີດດ່ານສາກົນທົ່ວປະເທດຈໍານວນ 32ເເຫ່ງ ໃນນີ້ສະເພາະດ່ານສາກົນຂົວມິດຕະພາບລາວໄທເເຫ່ງທີ1 ເເລະສະຫນາມບີນສາກົນວັດໄຕພາຍຫລັງມີການເປີດດ່ານຢ່າງເປັນທາງການ ໃນວັນທີ 9ພຶດສະພານີ້ ເຫັນວ່າບັນຍາກາດໂດຍລວມຍັງບໍ່ຄຶກຄື້ນເທົ່າທີ່ຄວນເນື່ອງຈາກເປັນມື້ທໍາອິດ ເເຕ່ໃນການປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານເເມ່ນມີຄວາມພ້ອມຮ້ອຍສ່ວນຮ້ອຍທີ່ຈະໃຫ້ບໍລິການປະຊາຊົນໂດຍນໍາໃຊ້ເຕັກນິກທີ່ທັນສະໄຫມລວມເຖີງສີ່ງອໍານວຍຄວາມສະດວກດ້ານຕ່າງໆ.
ພັນເອກ ສາຍສະຫມີງ ສີວິໄລໃຫ້ສໍາພາດຕື່ມວ່າ: ສໍາລັບປະຊາຊົນທັງພາຍໃນເເລະຕ່າງປະເທດທີ່ມີຈຸດປະສົງເດີນທາງໄປຕ່າງປະເທດ ຫລືເດີນທາງກັບຄືນປະເທດໃຫ້ປະຕິບັດຕາມການເເນະນໍາຂອງເຈົ້າຫນ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານສາກົນເເຕ່ລະເເຫ່ງ ສີ່ງສໍາຄັນຕ້ອງກວດກາເອກະສານທີ່ຈໍາເປັນໃຫ້ຄົບຖ້ວນ ໂດຍສະເພາະຫນັງສືເດີນທາງ, ໃບຢັ້ງຢືນການສັກວັກຊີນ ລວມເຖີງເອກະສານກ່ຽວຂ້ອງຕ່າງໆທີ່ມີຢູ່ໃນເເຈ້ງການຂອງລັດຖະບານກ່ຽວກັບມາດຕະການຜ່ອນຜັນສະບັບໃຫມ່ ພ້ອມທັງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ19ຢ່າງເຂັ້ມງວດຕາມການເເນະນໍາຂອງເຈົ້າຫນ້າທີ່ ສໍາລັບການເຂົ້າ-ອອກດ່ານສາກົນຂົວມິດຕະພາບລາວໄທເເຫ່ງທີ1 ໃນວັນທີ 9ພຶດສະພານີ້ ເຊີ່ງເປັນມື້ທໍາອິດ ຂອງປະຊາຊົນທັງພາຍໃນເເລະຕ່າງປະເທດມາຮອດເວລາ16ໂມງມີເຖີງ376ຄົນໃນນີ້ສະເພາະຂາເຂົ້າມີ159ຄົນ ແລະຂາອອກມີ217ຄົນ. ສ່ວນດ່ານສະໜາມບິນສາກົນວັດໄຕ ວັນທີ 9 ພຶດສະພານີ້ແມ່ນບໍ່ມີຖ້ຽວບິນ ແຕ່ເລີ່ມແຕ່ວັນທີ 10 ພຶດສະພາເປັນຕົ້ນໄປຈະມີຖ້ຽວບິນຂາອອກ ແລະຂາເຂົ້າເປັນປົກກະຕິ
ຂ່າວ: ເດດອາລຸນ ແກ້ວວິໄລ
ພາບ: ຄໍາກອງ ກິດຕິຄຸນ