ອົງການກາແດງແຫ່ງຊາດລາວ ແລະ ມຸນນິທິພົວພັນຮ່ວມມືສາກົນນະຄອນເສິນເຈິ້ນ ສປ ຈີນ ໄດ້ເຊັນສັນຍາການຮ່ວມມື ກ່ຽວກັບກິດຈະກໍາກວດທາງພັນທຸກໍາພິການທາງຫູ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ອົງການກາແດງແຫ່ງຊາດລາວ ໃນວັນທີ 14 ຕຸລາ 2023 ທີ່ອົງການກາແດງແຫ່ງຊາດລາວ ນະຄອນຫຼວງວຽງຈັນ, ຝ່າຍລາວລົງນາມໂດຍ ດຣ ກາວີພອນ ສຸດທິ ຫົວໜ້າຫ້ອງການ ອົງການກາແດງແຫ່ງຊາດລາວ ຝ່າຍຈີນ ລົງນາມໂດຍທ່ານ ນາງ ຫລີຕ່ານ ເລຂາທິການມູນນິທິພົວພັນຮ່ວມມືສາກົນ ນະຄອນເສິນເຈິ້ນ ສປ ຈີນ. ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະຄະນະ, ທ່ານຫວັງຊາງ ອຸປະທູດ ສປ ຈີນ ປະຈໍາລາວ ແລະຄະນະ ໂດຍມີພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ .
ສຈ ດຣ ພູທອນເມືອງປາກ ປະທານອົງກາແດງແຫ່ງຊາດລາວ ໃຫ້ຮູ້ກ່ຽວກັບກິດຈະກໍາກວດພັນທຸກໍາພິການທາງຫູວ່າ: ຫູໜວກເປັນພະຍາດທາງພັນທຸກຳທີ່ພົບເຫັນຫຼາຍທີ່ສຸດ ໂດຍສະເພາະໃນເດັກແລະ ເກີດໃໝ່ ມີອັດຕາສ່ວນ 1/500. ໃນນັ້ນ 60% ແມ່ນສາເຫດທາງພັນທຸກ. ອີງຕາມ “ບົດລາຍງານການສຳຫຼວດຄົນພິການໃນລາວ” ເດືອນ ຕຸລາ 2020 ພົບວ່າ, ປະເທດລາວມີຄົນຫູໜວກປະມານ 71,700 ຄົນ,
ການພິການທາງຫູ ບໍ່ພຽງແຕ່ເພີ່ມ ລາຍຈ່າຍທາງການແພດໃຫ້ແກ່ຄອບຄົວ, ສັງຄົມ ແລະ ສົ່ງຜົນກະທົບຕໍ່ຄຸນນະພາບການດໍາລົງຊີວິດຂອງປະຊາຊົນເທົ່ານັ້ນ, ແຕ່ຍັງກະທົບທາງຈິດໃຈອັນໜັກໜ່ວງມາສູ່ຄອບຄົວຂອງຄົນເຈັບ ແລະ ສັງຄົມນໍາອີກ.
ກິດຈະກໍາການກວດທາງພັນທຸກໍາພິການທາງຫູ ແມ່ນກິດຈະກໍາທີ່ສຳຄັນທີ່ສຸດ ເພື່ອຊອກຫາສາເຫດການພິການທາງຫູໄດ້ແຕ່ໄລຍະເລີ້ມຕົ້ນ, ປ້ອງກັນກ່ອນລ່ວງໜ້າ, ປິ່ນປົວທັນເວລາ.
ໂອກາດດຽວກັນນີ້ ມຸນນິທິພົວພັນຮ່ວມມືສາກົນນະຄອນເສິນເຈິ້ນ ສປ ຈີນ ຍັງໄດ້ມອບເຄືອງຊ່ວຍເຫຼືອໃຫ້ແກ່ອົງການກາແດງແຫ່ງຊາດລາວ ປະກອບມີ ເກີບໂບກ 1.150 ຄູ່ ແລະ ເຄືອງຕອງນໍ້າ 100 ກວ່າອັນ ລວມມູນຄ່າທັງໝົດ ປະມານ 200 ລ້ານກວ່າກີບເພື່ອໃຫ້ອົງການກາແດງລາວ ນໍາໄປແຈກຢາຍໃຫ້ແກ່ຄອບຄົວຜູ້ທຸກຍາກຂາດເຂີນໃນ ສປປ ລາວ.



