ຕອນເຊົ້າວັນທີ 4 ມິຖຸນາ 2021ນີ້,ທີ່ສໍານັກງານນາຍົກລັດຖະມົນຕີ, ມູນນິທິຊົມໃຊ້ຮ່ວມກັນຂອງ ສປຈີນ (GX Foundation) ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ແກ່ສປປ ລາວ,ເຊິ່ງຕາງໜ້າລັດຖະບານລາວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,ຫົວໜ້າສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະມອບໂດຍທ່ານ ຫຼຽງ ຊຸນ ອີງ ປະທານມູນິທິຊົມໃຊ້ຮ່ວມກັນ ຂອງ ສປຈີນ ແລະເຂົ້າຮ່ວມໂດຍທ່ານ ຈ່ຽງຈ້າຍຕົ່ງ ເອອັກຄະລັດຖະທູດຈີນປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ອຸປະກອນການແພດ ແລະວັດຖຸອຸປະ ກອນທີ່ມູນນິທິມອບໃຫ້ຄັ້ງນີ້ປະກອບມີ: ເຄື່ອງຊ່ວຍຫາຍໃຈ, ເຄື່ອງຕິດຕາມ, ຊຸດປ້ອງກັນ, ຖົງມື, ແວ່ນຕາ ແລະຜ້າອັດປາກ ໂດຍການຂົນສົ່ງມາທັງທາງອາກາດ ແລະທາງບົກ, ທັງໝົດມີ 4 ຊຸດໃຫຍ່ ເຊິ່ງໄດ້ເແບ່ງມາຊ່ວຍ 2 ເທື່ອ ເທື່ອທໍາອິດໄດ້ມາຮອດປະເທດລາວວັນທີ 21 ພຶດ ສະພາແລະຊຸດສຸດທ້າຍ ມາຮອດປະເທດລາວວັນທີ 2 ມິຖຸນາຜ່ານມາ.
ຫຼັງຈາກສໍາເລັດພິທີມອບຮັບ, ທ່ານ ຫຼຽງ ຊຸນ ອີງ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໂດຍທ່ານນາຍົກກໍ່ໄດ້ຕາງໜ້າໃຫ້ກັບພັກ, ລັດ ແລະປະຊາຊົນລາວ ສະແດງຄວາມຂອບໃຈມາຍັງຄະນະນຳມູນນິທິກໍ່ຄືພັກ, ລັດ ແລະປະຊາຊົນຈີນອ້າຍນ້ອງ ທີ່ໄດ້ສະໜອງອຸປະກອນການແພດທີ່ຈໍາເປັນອັນໃຫຍ່ຫຼວງ ໃຫ້ແກ່ລັດຖະບານລາວ ເພື່ອຕ້ານໂຄວິດ-19 ຢ່າງທັນການ.
ໃນໄລຍະຢູ່ຢ້ຽມຢາມນະຄອນຫຼວງວຽງຈັນ,ມູນນິທິGX ຍັງຈະໄດ້ຈັດສຳມະນາກ່ຽວກັບການປ້ອງກັນການແຜ່ລະບາດຂອງໂຄວິດ-19 ໃນຊຸມຊົນ ໃຫ້ກັບຊາວຈີນ ທີ່ດໍາລົງຊີວິດຢູ່ປະເທດລາວອີກດ້ວຍ, ພ້ອມດຽວກັນນັ້ນ, ຍັງຈະບໍລິຈາກເຄື່ອງຊ່ວຍເຫຼືອຈໍານວນຫນຶ່ງໃຫ້ແກ່ລັດຖະບານລາວ, ລວມທັງຈະໄດ້ເຂົ້າຢ້ຽມຂໍ່ານັບເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານລາວແລະພົບປະກັບການນຳກະຊວງຈຳນວນໜຶ່ງ ເພື່ອເພີ່ມທະວີການຮ່ວມມືຕ້ານການລະບາດຂອງພະຍາດໃນໄລຍະນີ້ ແລະອື່ນໆ
ມູນິທິ GX ເປັນອົງການການກຸສົນຂອງ ສປ ຈີນທີ່ບໍ່ຫວັງຜົນກຳໄລ, ມີສຳນັກງານໃຫຍ່ຕັ້ງຢູ່ຮົງກົງ ໂດຍມີຈຸດປະສົງດໍາເນີນວຽກງານການຄວບຄຸມຄວາມສ່ຽງໄພພິບັດສຸກເສີນທາງດ້ານສຸຂະພາບ ນອກນັ້ນ, ຍັງກວມເອົາວຽກງານກຳຈັດພະຍາດສາຍຕາຂຸ້ນ, ຄວບຄຸມພະຍາດທີ່ເກີດຈາກ vector ລວມໄປເຖິງການຮ່ວມມືກັບສາກົນ ແລະການຖ່າຍທອດຄວາມຮູ້ຂອງຊຸມຊົນ ເພື່ອການຊ່ວຍເຫຼືອດ້ານມະນຸດສະທຳ, ດ້ານສາທາລະນະສຸກ ຕາມຂໍ້ລິເລີ່ມໂຄງການຍຸດທະສາດໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ.




