ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ອໍາໄພວັນ ວິໄລວົງ ຫົວໜ້າໜ່ວຍງານ ມູນນິທິ ກູ້ໄພສຸກເສີນ ປະຈໍາແຂວງ ອັດຕະປື ໄດ້ໃຫ້ສໍາພາດໃນວັນທີ 4 ສິງຫາ 2022 ນີ້ວ່າ: ມູນນິທິ ພຣະໄຊ ກູ້ໄພສຸກ ເສີນ ປະຈໍາແຂວງ ອັດຕະປື ໄດ້ດໍາເນີນການເຄື່ອນໄຫວບໍລິການ ແລະ ເປີດຂື້ນຢ່າງເປັນທາງການ ໃນຄັ້ງວັນທີ 2 ມິຖຸນາ 2022, ມີພາລະບົດບາດໜ້າທີ່ຮັບໃຊ້ບໍລິການປະຊາຊົນ ແລະ ສັງຄົມ ແບບບັງເອີນສຸກເສີນ ຫລື ທົ່ວໄປເປັນຕົ້ນ:ຮັບໃຊ້ບໍລິການຮັບ-ສົ່ງຄົນເຈັບ, ເສຍຊີວິດ ແລະ ປະຖົມພະຍາບານເບື້ອງຕົ້ນກ່ອນໄປເຖິງໂຮງໝໍ, ຮັບ-ສົ່ງຈາກໂຮງໝໍກັບບ້ານ ຫລື ສົ່ງຕ່າງແຂວງຕາມສະຖານໜັກ ຫລື ເບົາ.
ມູນນິທິ ພຣະໄຊ ກູ້ໄພສຸກເສີນ ປະຈໍາແຂວງ ອັດຕະປື ປະກອບມີ 2 ໜ່ວຍງານຄື: ໜ່ວຍງານບໍລິການກູ້ໄພສຸກເສີນ ແລະ ໜ່ວຍງານ ບໍລິຫານການເງິນ, ມີພະນັກ ງານອາສາກູ້ໄພທັງຫມົດ 40 ຄົນ, ມີສໍານັກງານຕັ້ງຢຸ່ບ້ານເຊໃຫຍ່, ເມືອງສາມັກຄີໄຊ, ມີລົດສຸກເສີນ 2 ຄັນ ພ້ອມດ້ວຍອຸປະກອນພະຍາບານ ແລະ ການເຄື່ອນ ໄຫວແຕ່ລະວັນແມ່ນໄດ້ມີການແບ່ງຈຸປະຈໍາການຕະຫຼອດ 24 ຊົ່ວໂມງ, ພະນັກ ງານທຸກຄົນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຕາມວິຊາສະເພາະ ແລະ ມີຄວາມຮັບ ຜິດຊອບສູງ ໂດຍບໍ່ຫວັງຜົນຕອບແທນໃດໆ,ນັບແຕ່ມື້ສ້າງຕັ້ງຮອດປະຈຸບັນ ໄດ້ຊ່ວຍເຫຼືອ ແລະ ໃຫ້ການບໍລິການສັງຄົມ ກໍ່ຄືປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ໄດ້ທັງໝົດ 61 ເຫດການ,ໃນນີ້, ອຸບັດຕີເຫດ 14 ເຫດການ, ຮັບສົ່ງຜູ້ປ່ວຍ 39 ເຫດການ ແລະ ນໍາສົ່ງຜູ້ເສຍຊີວິດກັບບ້ານ 6 ຄັ້ງ, ພ້ອມກັນນີ້, ຍັງໄດ້ປະກອບສ່ວນຊວ່ຍເຫລືອດ້ານການແພດສຸກເສີນ ຕາມການແຈ້ງເຊີນຂອງພະແນກການອ້ອມຂ້າງແຂວງມີທັງໝົດ 3 ຄັ້ງ, ນອກນີ້ຍັງຮັບການປະກອບສ່ວນຊ່ວຍເຫຼືອຈາກສັງຄົມ ແລະ ປະຊາຊົນພາຍໃນແຂວງ ເປັນຕົ້ນ: ດ້ານວັດຖຸອຸປະກອນຮັບໃຊ້ ແລະ ທຶນຮອນຈໍານວນໜຶ່ງ ເພື່ອນໍາໃຊ້ເຂົ້າໃນວຽງານບໍລິຫານລວມເປັນຈໍານວນເງິນທັງໝົດ 9 ລ້ານກວ່າກີບ.
ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ: ກໍຍັງມີຂໍ້ຈໍາກັດຫລາຍຢ່າງໃຫ້ແກ່ໜ່ວຍງານຂອງພວກເຮົາໃນການຮັບໃຊ້ໜ້າທີ່ບໍລິການສັງຄົມຕົວຈິງເຊັ່ນ: ດ້ານວັດຖຸອຸປະກອນ ແລະ ພາຫະນະ ຍັງບໍພຽງພໍ, ດ້ານທຶນຮອນ ເພື່ອໄປຮັບໃຊ້ການບໍລິການກູ້ໄພສຸກເສີນຍັງມີຈໍາກັດ ແລະ ດ້ານວິຊາສະເພາະ ແລະ ປະສົບການຍັງບໍທັນສູງ ແລະ ການຮັບມືໃນການບໍລິການມີບາງດ້ານບໍ່ທ່ວງທັນກັບຄວາມຕ້ອງການ, ການມີສ່ວນຮ່ວມຂອງສັງຄົມຍັງມີນ້ອຍ… ສະນັ້ນ, ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມທົ່ວແຂວງ ອັດຕະປື ຊ່ວຍກັນມີສ່ວນຮ່ວມຍູ້ໝູນ ແລະ ປະກອບສ່ວນເປັນວັດຖຸ ຫລື ທຶນຮອນ ຕ່າງໆ ເພື່ອເຮັດໃຫ້ວຽກງານກູ້ໄພສຸກເສີນປະຈໍາແຂວງ ອັດຕະປື ໄດ້ຮັບການເຄື່ອນໄຫວຮັບໃຊ້ສັງຄົມແບບບໍ່ຫວັງຜົນຕອບແທນໄດ້ຢ່າງປົກກະຕິ ແລະ ສາມາດປະສານເບີໂທ: 030 5576699, 020 9881 6417 ມູນນິທິ ພຣະໄຊ ກູ້ໄພສຸກເສີນ ປະຈໍາແຂວງ ອັດຕະປື ຍິນດີຮັບໃຊ້ ຕະຫລອດ 24 ຊົ່ວໂມງ.
ຂ່າວ:ຊີບພະໄຊ