ຕອນເຊົ້າວັນທີ 30 ທັນວາ 2021 ທີ່ອົງການກາແດງລາວ ທ່ານ ເຄັດສະໂຕເຟີ ຕາງໜ້າມູນນິທິ Firefly Misson ສິງກະໂປປະຈໍາ ສປປ ລາວ ໄດ້ມອບເງິນຈໍານວນ 20.000 ໂດລາ ໃຫ້ອົງການກາແດງລາວ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການກ່າວຮັບຂອງທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ມີຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໄລຍະຜ່ານມາ ມູນນິທິ Firefly Misson ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຫຼາຍພໍສົມຄວນ ໂດຍສະເພາະ ໄດ້ຊ່ວຍປັບປຸງໂຮງໝໍເມືອງສະໜາມໄຊ ແຂວງອັດຕະປື, ປັດຈຸບັນ ມູນນິທິ Firefly Misson ພວມປະຕິບັດ 2 ໂຄງການຢູ່ເມືອງໄຊພູທອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍໄດ້ຊ່ວຍປັບປຸງກໍ່ສ້າງໂຮງຮຽນ ນອກຈາກນີ້ຍັງໄດ້ໃຫ້ການຊ່ວຍເຫຼືອວຽກງານອື່ນໆ ອີກຈໍານວນໜຶ່ງ