ມູນນິທິ Gyeonggi Provincial Fire and Disaster Headquarters ແລະ Social Welfare Foundation GO&DO ສາທາລະນະລັດເກົາຫລີ ມອບລົດຮັບສົ່ງຄົນເຈັບ 4ຄັນ ແລະລົດດັບເພີງ 1ຄັນ ມູນຄ່າ 16.220 ໂດລາ ໃຫ້ອົງການກາແດງແຫ່ງຊາດລາວ, ພິທີມອບ-ຮັບລົດຮັບສົ່ງຄົນເຈັບ ແລະລົດດັບເພີງ ດັ່ງກ່າວ ຈັດຂຶ້ນຕອນເຊົ້າວັນທີ 25 ເມສາ 2023 ທີ່ສໍານັກງານອົງການກາແດງແຫ່ງຊາດລາວ.
ທ່ານ ຮຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ກ່າວວ່າ: ສໍາລັບລົດກູ້ໄພທີ່ໄດ້ຮັບການຊ່ວຍເຫລືອຄັ້ງນີ້ແມ່ນຈະມອບໃຫ້ແຂວງທີ່ມີຄວາມຈໍາເປັນ , ສ່ວນລົດດັບເພີງແມ່ນຈະນໍາໃຊ້ຢູ່ໃນນະຄອນຫລວງວຽງຈັນເພື່ອການຮຽນຮູ້. ປະຈຸບັນອົງການກາແດງແຫ່ງຊາດລາວ ໄດ້ຂະຫຍາຍລົດກູ້ໄພໃຫ້ 7ແຂວງແລ້ວ ຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ຄໍາມ່ວນ ແລະແຂວງຈໍາປາສັກ ເຊິ່ງໃນຕໍ່ໜ້າຍັງຈະຂະຫຍາຍໄປແຂວງຫລວງນໍ້າທາ, ອຸດົມໄຊ ແລະແຂວງອື່ນໆຕື່ມອີກ.
ນອກຈາກໃຫ້ການຊ່ວຍເຫລືອລົດກູ້ໄພ ແລະລົດດັບເພີງແລ້ວ ໄລຍະຜ່ານມາ ມູນນິທິຂອງສາທາລະນະລັດເກົາຫລີ ຍັງໄດ້ໃຫ້ການຊ່ວຍເຫລືອເຄື່ອງບັນເທົາທຸກແກ່ ສປປ ລາວ ເປັນຕົ້ນ: ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນໃຫ້ແກ່ຫລາຍເຂດທີ່ຫ່າງໄກສອກຫລີກຂອງ ສປປ ລາວ ຕື່ມອີກ.


