ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກຳມາທິການກົດໝາຍ, ທັງເປັນຮອງຫົວໜ້າຄະນະຮັບຜິດຊອບສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ໃຫ້ຮູ້ວ່າ: ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບລວມຂອງພົນລະເມືອງລາວ ແລະ ທຸກການຈັດ ຕັ້ງໃນສັງຄົມຂອງລະບອບປະຊາທິປະໄຕປະຊາຊົນຂອງປະເທດເຮົາ ທັງໃນສະເພາະໜ້າ ແລະ ຍາວນານ, ທັງເປັນວຽກງານໃໝ່ສຳລັບພວກເຮົາ.
ດັ່ງນັ້ນ, ຢາກເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມ ມີປະສິດທິຜົນ ແລະ ເຂັມງວດ ຕ້ອງເອົາ ໃຈໃສ່ 7 ວຽກງານສໍາຄັນ ຄື:
1). ທຸກກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງຖືສຳຄັນຕໍ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ, ຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມລັດຖະທຳ ມະນູນ ແລະ ກົດໝາຍ ໂດຍສະເພາະກົດໝາຍໃນຂະແໜງການ, ອົງການຂອງຕົນ ໃຫ້ທົ່ວເຖິງທຸກເປົ້າໝາຍໃນສັງຄົມ, ເຮັດໃຫ້ແຕ່ລະຄົນຮັບຮູ້ເຂົ້າ ໃຈຢ່າງຖືກຕ້ອງຕໍ່ລັດຖະທຳມະນູນ ແລະ ກົດໝາຍ, ຍົກສູງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເປັນເຈົ້າການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນດາປະກົດການລ່ວງລະເມີດກົດໝາຍ ແລະ ສິດເປັນເຈົ້າຂອງປະຊາຊົນໃຫ້ທັນເວລາ, ເຂັ້ມງວດ ແລະ ເດັດຂາດ.
2). ທຸກກະຊວງ, ອົງການທີ່ມີສິດສະເໜີສ້າງຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຕ້ອງເປັນເຈົ້າການຄົ້ນຄວ້າເລິກເຊິ່ງ, ແທດຕົວຈິງ ເພື່ອວາງແຜນການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ທັງເປັນເຈົ້າການໃນການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງຂະແໜງການ ແລະ ອົງການຂອງຕົນ ໃຫ້ມີຄຸນ ນະພາບ ແລະ ສຳເລັດຕາມແຜນການທີ່ວາງໄວ້.
3). ບັນດາອົງການແຫ່ງອຳນາດລັດຂັ້ນສູນກາງ (ສະພາແຫ່ງຊາດ, ລັດຖະ ບານ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ສານປະຊາ ຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ) ແລະ ທ້ອງຖິ່ນຂັ້ນຕ່າງໆ, ສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງທຸກຂັ້ນ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນທຸກຂັ້ນ ຕ້ອງເປັນເຈົ້າການປະຕິບັດພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ກຳນົດໄວ້ໃນລັດຖະທຳມະ ນູນ ແລະ ກົດໝາຍ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ແທດຕົວຈິງ ເຮັດໃຫ້ການບໍລິຫານລັດຕາມກົດໝາຍນັບມື້ດີຂຶ້ນ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຢູ່ພາຍໃນການຈັດຕັ້ງແຕ່ ລະຂັ້ນໃຫ້ທັນເວລາ ແລະ ເຂັ້ມງວດເຊັ່ນ: ພະຍາດອາດຍາສິດ, ສໍ້ລາດບັງ ຫຼວງ, ຮັບສິນບົນ, ຫ່າງເຫີນປະຊາຊົນ, ມະຫາຊົນ ແລະ ອື່ນໆ.
4). ເຈົ້າໜ້າທີ່ສືບສວນ-ສອບສວນທຸກພາກສ່ວນ, ສານປະຊາຊົນ ແລະ ອົງ ການໄອຍະການປະຊາຊົນ, ອົງການປະ ຕິບັດຄຳຕັດສິນຂອງສານທຸກຂັ້ນ ຈົ່ງພ້ອມກັນປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກ ຕ້ອງ ແລະ ຄົບຖ້ວນຕາມລັດຖະທຳມະນູນ ແລະ ກົດໝາຍກຳນົດ, ຍົກສູງຄຸນນະພາບໃນການດຳເນີນຄະດີຕາມຂະບວນຍຸຕິທຳ ໃຫ້ຖືກຕ້ອງຕາມຈິດໃຈຊີ້ນຳຂອງມະຕິກົມການເມືອງສູນກາງພັກ ສະບັບເລກທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ເຮັດໃຫ້ການພິຈາລະນາຕັດສິນຄະດີມີຄວາມຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງ, ເຂັ້ມງວດ, ສັກສິດ ແລະ ທ່ຽງທຳ, ສາມາດຈັດຕັ້ງປະຕິບັດໃຫ້ສຳເລັດຕາມລັດຖະທຳມະນູນ ແລະ ກົດໝາຍກຳນົດ.
5). ຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ໃຫ້ມີຄວາມພະຍາຍາມປັບປຸງແບບແຜນ, ວິ ທີນຳພາ-ຊີ້ນຳ ແລະ ຄຸ້ມຄອງຂອງຕົນ ໃຫ້ສອດຄ່ອງຕາມລັດຖະທຳມະນູນ ແລະ ກົດໝາຍ, ສຶກສາອົບຮົມພະນັກງານ, ສະມາ ຊິກພັກໃຫ້ມີຄວາມຕື່ນຕົວເປັນແບບຢ່າງປະຕິບັດລັດຖະທຳມະ ນູນ ແລະ ກົດໝາຍ, ສູ້ຊົນແກ້ໄຂບັນດາປະກົດການເສຍທາດຂາດຄຸນ ທີ່ຈະເຮັດໃຫ້ເສື່ອມເສຍບົດບາດນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ.
6). ເພີ່ມທະວີການປະຕິບັດພາລະບົດບາດໃນການຕິດ ຕາມ, ກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ກໍ່ຄືບັນດາອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ເດັດດ່ຽວແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ທັນເວລາ, ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍກຳນົດ.
7). ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ຕາມລັດຖະທຳ ມະນູນ, ເສີມຂະຫຍາຍສິດເປັນເຈົ້າ ແລະ ປະຊາທິປະໄຕຂອງປະຊາຊົນບັນດາເຜົ່າໃຫ້ແຂງແຮງ, ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ສາສະໜາ ມີໂອກາດຕິດຕາມ, ກວດກາ, ປະກອບຄຳເຫັນຕໍ່ການເຄື່ອນ ໄຫວປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການແຫ່ງອຳ ນາດລັດຂັ້ນຕ່າງໆ.
Cr: ບຸນຕຽງ ຈັນທະວົງ