ຂຽນບົດໂດຍ: ເຈີ້ງອ່າວທ່ຽນ
ວັນທີ 19 ເດືອນ 3 ປີ 2022, ລົດໄຟຂົນສົ່ງລະຫວ່າງປະເທດທີ່ເຕັມໄປດ້ວຍຊິ້ນສ່ວນລົດໃຫຍ່ຂະບວນໜຶ່ງຄ່ອຍໆຂັບລົດອອກຈາກເຂດໂລຈິດສະຕິກສາກົນທາງລົດໄຟຊີຊູມູ້, ເມືອງອຸລານຊ່າເຂດປົກຄອງຕົນເອງຂອງມົງໂກເລຍໃນ, ຂັບໄປນະຄອນຫຼວງວຽງຈັນ, ປະເທດລາວ ໄລຍະທາງ 3600 ກິໂລແມັດ. ຜ່ານທາງລົດໄຟລາວ-ຈີນ ຈາກຄຸນໝິງຫາ ນະຄອນຫຼວງວຽງຈັນ, ຂະບວນລົດໄຟໃຊ້ເວລາພຽງແຕ່ 10 ມື້, ສາມາດຈັດສົ່ງສິນຄ້າໃຫ້ລູກຄ້າຄົນລາວໄດ້.
ລົດໄຟຂົນສົ່ງສິນຄ້າສາກົນຈີນ-ລາວ, ຕັ້ງແຕ່ເລີ່ມຕົ້ນເປີດໃນເດືອນ 12 ປີ 2021, ແລ່ນໄດ້ເກືອບ 1300 ຂະບວນແລ້ວ. ສິນຄ້າຫຼາຍກວ່າ 600,000 ໂຕນ ໃນຫຼາຍກວ່າ 10 ແຂວງ, ເມືອງ ແລະ ເຂດປົກຄອງຕົນເອງ, ໂດຍຜ່ານເຄືອຂ່າຍການຂົນສົ່ງໂດຍມີທາງລົດໄຟຈີນ-ລາວ ທີ່ເປັນເສັ້ນທາງຫຼັກ, ຂົນສົ່ງໄປປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ ລາວ, ໄທ ແລະ ກຳປູເຈຍ, ລາວທີ່ເຄີຍບໍ່ສະດວກໃນການຂົນສົ່ງ ໄດ້ກາຍເປັນສູນກາງການຂົນສົ່ງສິນຄ້າໃໝ່ໃນອາຊີຕາເວັນອອກສຽງໃຕ້.
ເບື້ອງຫຼັງຜົນສຳເລັດເຫຼົ່ານີ້, ແມ່ນການເຮັດວຽກໜັກຂອງພະນັກງານຈີນ ແລະ ລາວທີ່ນັບບໍ່ຖ້ວນຂອງກຸ່ມ ບໍລິສັດກໍ່ສ້າງທາງລົດໄຟຈີນຈຳກັດ (ຕໍ່ໄປນີ້ເອີ້ນວ່າການກໍ່ສ້າງທາງລົດໄຟຈີນ).
“ຫວັງວ່າທາງລົດໄຟຈີນ-ລາວສາມາດເຮັດໃຫ້ເຂົ້າ, ກາເຟ, ແຕງໂມ, ກ້ວຍຫອມຂອງລາວເຂົ້າໄປໃນຮ້ານສັບພະສິນຄ້າຂອງຈີນ ແລະ ໂຕະອາຫານຂອງປະຊາຊົນ. ຈີນຍັງສາມາດຊຸກຍູ້ການພັດທະນາໄຟຟ້ານໍ້າຕົກ ແລະ ບໍ່ແຮ່ຢູ່ລາວ, ນຳເອົາຜົນປະໂຫຍດທີ່ສຳຜັດ ແລະ ເຫັນໄດ້ມາໃຫ້ປະຊາຊົນລາວ. “ພະນັກງານຄົນລາວຂອງກຸ່ມສຳນັກງານໄຟຟ້າກໍ່ສ້າງທາງລົດໄຟຈີນໄດ້ກ່າວວ່າ. ລາວອາຍຸໄດ້ 26 ປີ, ສາມາດເວົ້າໄດ້ 5 ພາສາຢ່າງຄ່ອງແຄ້ວ, ເຮັດວຽກຢູ່ໃນພະແນກຜູ້ຈັດການໂຄງການຂອງໂຄງການກໍ່ສ້າງທາງລົດໄຟບໍ່ຫານ-ນະຄອນຫຼວງວຽງຈັນ II ຂອງພາກສ່ວນທາງລົດໄຟຈີນລາວ.
ວັນທີ 31 ເດືອນ 5 ປີ 2022, ຢາງຈາຍຢູ່ສູນແລກປ່ຽນວັດທະນະທຳສາກົນ ແລະ ວາລະສານປະຊາຊົນປະຈຳວັນ “ບຸກຄົນດັງທົ່ວໂລກ” ຮ່ວມກັນຈັດຕັ້ງງານ “ຜູ້ສື່ຂ່າວມິດຕະພາບເສັ້ນທາງສາຍໄໝ” ຄັ້ງທີ 2 ເຊິ່ງຮັບໄຊຊະນະ ໃນພິທີນາມມະຍົດ . ໃນຄໍາປາໄສຮັບເອົາ, ທ່ານກ່າວວ່າ: “ຂ້າພະເຈົ້າຍິນດີນໍາໃຊ້ກຽດສັກສີ ແລະ ຄວາມຮູ້ ແລະ ຄວາມສາມາດທີ່ໄດ້ຮຽນມາໃນຂະນະທີ່ເຮັດວຽກຢູ່ ການກໍ່ສ້າງລົດໄຟຈີນ ເພື່ອສືບຕໍ່ຮັກສາເສັ້ນທາງແຫ່ງຄວາມສຸກ ແລະ ມິດຕະພາບທາງລົດໄຟຈີນ-ລາວ.”
ໃຜຈະຄິດວ່າພຽງສອງປີຜ່ານມາ, ໜຸ່ມລາວຄົນນີ້ ທີ່ເກີດໃນໂຮງຮຽນ ກຽດສັກສີ ແລະ ມີຄວາມເຊື່ອໝັ້ນ ແລະ ມີຊີວິດຊີວາທີ່ເຄີຍເປັນຫ່ວງເປັນໃຍເຖິງຊີວິດການເປັນຢູ່ຂອງລາວ.
ການບັນຊີໂຮງແຮມກາຍເປັນຄົນຂັບລົດ
ຢາງຈາຍເກີດທີ່ບ້ານເອີນ, ແຂວງໄຊຍະບູລີ, ປະເທດລາວ. ບ້ານນີ້ຕັ້ງຢູ່ໃກ້ຊາຍແດນລາວ-ໄທ, ປະຊາຊົນສ່ວນຫຼາຍແມ່ນເຮັດໄຮ່ເຮັດນາ. ເນື່ອງຈາກການສັນຈອນບໍ່ສະດວກ, ຊາວບ້ານຕ້ອງຍ່າງໄປຕາມເສັ້ນທາງພູຫຼາຍມື້ເພື່ອຈະໄປເຖິງເມືອງໄຊຍະບູລີເມືອງເອກຂອງແຂວງ.
ຢາງຈາຍເປັນນ້ອງຜູ້ທີ 10 ຂອງອ້າຍນ້ອງ 11 ຄົນ. ເຖິງວ່າຄອບຄົວຂອງລາວບໍ່ຮັ່ງມີ, ພໍ່ແມ່ກໍບໍ່ເຄີຍຊຸກຍູ້ລູກໃຫ້ອອກໄປ “ຫາເງິນໄວ”, ແຕ່ໃຫ້ພວກເຂົາເຈົ້າຕັ້ງໃຈຮຽນ. ຢາງຈາຍຫວນຄືນ, ພໍ່ແມ່ຂອງລາວມັກຈະເຕືອນລາວວ່າ: “ຖົງທີ່ເຕັມໄປດ້ວຍເງິນ,ແມ່ນບໍ່ເທົ່າຫົວທີ່ເຕັມໄປດ້ວຍຄວາມຮູ້.”
ພາຍໃຕ້ການສິດສອນແບບນີ້,ຢາງຈາຍມ່ວນຊື່ນກັບການຮຽນຮູ້ນັບແຕ່ຍັງນ້ອຍ. ຂະນະທີ່ໝູ່ເພື່ອນຂອງຕົນຍັງຫຼິ້ນຢູ່, ຢາງຈາຍໄດ້ຮຽນພາສາຕ່າງປະເທດກັບນ້ອງຊາຍຄົນທີສາມຄື ຢາງຊາງ (ແປຕາມສຽງ) ທີ່ເປັນຄູສອນພາສາອັງກິດຢູ່ເຂດເມືອງ. ປະຈຸບັນ, ຢາງຈາຍໄດ້ຮຽນ 5 ພາສາຄື: ລາວ, ມົ້ງ, ຈີນ, ໄທ ແລະ ອັງກິດ, ເປັນ“ເທບໃຫຍ່ພາສາ” ຂອງກຸ່ມໂຄງການ.
ເມື່ອເວົ້າເຖິງປະສົບການການຮຽນຮູ້ຂອງຕົນເອງ. ຢາງຈາຍຍິ້ມ ແລະ ເວົ້າວ່າ: “ບໍ່ມີເຄັດລັບທີ່ຈະຮຽນພາສາ, ສິ່ງທີ່ສຳຄັນທີ່ສຸດແມ່ນການຕັ້ງໃຈຮຽນ ແລະ ຄວາມອົດທົນ. ຂ້າພະເຈົ້າຖືວ່າການຮຽນພາສາເປັນເລື່ອງມ່ວນຊື່ນຫຼາຍກ່ວາເປັນພາລະ, ການຈື່ຈຳຄຳສັບຕ່າງໆໃນຂະນະທີ່ຄົນອື່ນກຳລັງຫຼິ້ນ.” ການຮຽນຮູ້ພາສາຕ່າງປະເທດບໍ່ພຽງແຕ່ປັບປຸງທັກສະການສື່ສານຂອງຢາງຈາຍ, ຍັງໄດ້ຂະຫຍາຍກວ້າງວິໄສທັດຂອງລາວ, ເຮັດໃຫ້ລາວພົ້ນເດັ່ນໃນບັນດາໄວດຽວກັນຂອງຕົນ.
ຫຼັງຈາກຮຽນຈົບໂຮງຮຽນມັດທະຍົມຕອນປາຍ, ຢາງຈາຍໄດ້ມີຄວາມຫວັງທີ່ຈະໄປຮຽນຢູ່ປະເທດຈີນ ແຕ່ເພື່ອຊ່ວຍແບ່ງເບົາພາລະຂອງຄອບຄົວ, ໃນທີ່ສຸດລາວໄດ້ເລືອກຮຽນວິຊາບັນຊີຢູ່ມະຫາວິທະຍາໄລແຫ່ງຊາດ.ໃນໂຮງຮຽນອັນດັບຕົ້ນໃນປະເທດລາວ, ຢາງຈາຍບໍ່ພຽງແຕ່ບັນລຸໄດ້ຄວາມພຽງພໍໃນການດໍາລົງຊີວິດຂອງຕົນ, ແຕ່ຍັງລາວມັກຈະສົ່ງເງິນລາງວັນທີ່ລາວໄດ້ຮັບຈາກການເຂົ້າຮ່ວມການແຂ່ງຂັນຄະນິດສາດກັບໃຫ້ບ້ານຂອງລາວ, ເປັນເບ້ຍ ລ້ຽວສໍາລັບພໍ່ແມ່.
ຫຼັງຈາກຮຽນຈົບມະຫາວິທະຍາໄລ, ຢາງຈາຍກາຍເປັນພະນັກງານການເງິນຂອງໂຮງແຮມລະດັບສູງໃນນະຄອນຫຼວງວຽງຈັນ, ດຳລົງຊີວິດແບບພະນັກງານຫ້ອງການທີ່ຫຼາຍຄົນອິດສາ, ແຕ່ວ່າບາງສິ່ງທີ່ບໍ່ຄາດຄິດອາດຈະເກີດຂຶ້ນໄດ້ທຸກເວລາ, ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ອຸດສາຫະກຳການທ່ອງທ່ຽວຂອງລາວ, ໂຮງແຮມປະສົບກັບຄວາມຫຍຸ້ງຍາກ, ໃນທີ່ສຸດກໍ່ຕັດສິນໃຈປົດພະນັກງານອອກ, ຢາງຈາຍຕົກງານແລ້ວ.
ໃນໄລຍະທີ່ຫຍຸ້ງຍາກນັ້ນ, ຢາງຈາຍໄດ້ຍິນຈາກເພື່ອນຄົນໜຶ່ງວ່າການກໍ່ສ້າງທາງລົດໄຟຈີນກຳລັງຮັບສະໝັກພະນັກງານລາວ, ເຖິງແມ່ນວ່າບໍ່ຖືກັບວິຊາສະເພາະ, ແຕ່ຢາງຈາຍຮູ້ສຶກວ່າການກໍ່ສ້າງທາງລົດໄຟຈີນ-ລາວແມ່ນເປັນອາຊີບທີ່ມີອະນາຄົດ, ຕັດສິນໃຈສະໝັກກັບທີມງານໂຄງການ.
ນັກສໍາພາດຈີນມັກຢາງຈາຍຫຼາຍ, ແຕ່ບໍ່ມີບ່ອນຫວ່າງຢູ່ໃນພະແນກການເງິນ, ກໍ່ໄດ້ຖາມວ່າລາວຢາກເຮັດວຽກເປັນຄົນຂັບລົດໃນທີມງານໂຄງການຫຼືບໍ. ຢາງຈາຍໄດ້ຮັບປາກທັນທີ, ບຸນວາດສະໜາຂອງລາວກັບທາງລົດໄຟລາວ-ຈີນ ແມ່ນໄດ້ມັນເລີ່ມຕົ້ນຂຶ້ນ.
ໜຸ່ມລາວທີ່ມັກຮຽນ
ຈາກພະນັກງານນັ່ງໃນຫ້ອງການຂອງໂຮງແຮມລະດັບສູງ ກາຍເປັນພະນັກງານພະນັກງານກາລະວັດສີຟ້າ (Blue-collar worker), ວຽກໃໝ່ຂອງຢາງຈາຍຢູ່ການກໍ່ສ້າງລົດໄຟຈີນ ອາດຈະເປັນວຽກທີ່ຍາກໃນສາຍຕາຂອງຄົນອື່ນ, ແຕ່ລາວເຫັນວ່າມັນເປັນປະຕູສູ່ໂອກາດໃໝ່ໃນຊີວິດ.
ໃນທີມງານໂຄງການ, ການເຮັດວຽກຂອງຜູ້ຂັບລົດຟັງຄືງ່າຍ, ແຕ່ຄວາມຮັບຜິດຊອບອັນໃຫຍ່. ຜູ້ກໍ່ສ້າງທາງລົດໄຟ ລາວ-ຈີນ ມັກຈະໄດ້ຢູ່ໃນເສັ້ນທາງທີ່ບໍ່ມີຄົນ “ເປີດທາງໄປສູ່ພູເຂົາ”, ສະຖານທີ່ກໍ່ສ້າງມັກຈະເຂົ້າເຖິງໄດ້ໂດຍທາງດິນທີ່ລຽບງ່າຍ ແລະ ເສັ້ນທາງພູເຂົາ, ເງື່ອນໄຂການຂັບຂີ່ແມ່ນສັບສົນທີ່ສຸດ. ຄົນຂັບລົດທີ່ບໍ່ລະມັດລະວັງເລັກນ້ອຍອາດຈະເຮັດໃຫ້ອຸປະກອນແລະບຸກຄະລາກອນເສຍຫາຍ. ຢາງຈາຍມີແນວຄິດຮອບຄອບສຸຂຸມ, ໄດ້ຝຶກອົບຮົມທັກສະການຂັບລົດຂອງຕົນ, ດຳເນີນການສຳຫຼວດສະພາບເສັ້ນທາງ, ຍັງໄດ້ສະຫຼຸບກ່ຽວກັບເສັ້ນທາງຂັບຂີ່ທີ່ປອດໄພ ແລະ ວ່ອງໄວ, ເຊິ່ງປະທັບໃຈເພື່ອນຮ່ວມງານ.
ພ້ອມກັນນັ້ນ, ຢາງຈາຍຍັງໄດ້ຮັບຜົນປະໂຫຍດຈາກຄວາມໄດ້ປຽບຂອງການຮຽນພາສາຂອງຕົນ, ຮຽນພາສາຈີນຢ່າງໜັກໜ່ວງ, ໃນບໍ່ເທົ່າໃດເດືອນ ໄດ້ຮຽນຮູ້ຄວາມສາມາດໃນການອ່ານ ແລະ ຂຽນພາສາຈີນ. ລາວຍັງໄດ້ນຳເອົາຈິດໃຈການຮຽນໃນສະຖານທີ່ກໍ່ສ້າງ. ທຸກໆຄັ້ງທີ່ກຳມະກອນກໍ່ສ້າງຖືກສົ່ງໄປເຖິງບ່ອນກໍ່ສ້າງ, ລາວບໍ່ໄດ້ຢູ່ໃນລົດເພື່ອຕາກເຄື່ອງປັບອາກາດ ແລະ ຫຼີ້ນໂທລະສັບມືຖື, ແຕ່ຈະຕື່ນຕົວຊ່ວຍໃນສະຖານທີ່ກໍ່ສ້າງ ແລະ ຮຽນຮູ້ຄວາມຮູ້ດ້ານວິສະວະກຳທີ່ກ່ຽວຂ້ອງ. ບໍ່ດົນ, “ໜຸ່ມລາວທີ່ມັກຮຽນ” ຄົນນີ້ໄດ້ມີຊື່ສຽງຢູ່ໃນບ່ອນກໍ່ສ້າງ, ເມື່ອກ່າວເຖິງປະສົບການນີ້, ຢາງຈາຍກ່າວຢ່າງຖ່ອມຕົວວ່າ: “(ຂ້າພະເຈົ້າ) ໄດ້ເຫັນເພື່ອນຮ່ວມງານຈີນເຮັດວຽກລ່ວງເວລາເພື່ອສ້າງທາງລົດໄຟ,ໃນຖານະທີ່ເປັນຄົນລາວຂ້ອຍກໍ່ບໍ່ສາມາດຂີ້ຄ້ານໄດ້, ດັ່ງນັ້ນ, ຂ້າພະເຈົ້າໄດ້ໄປສະຖານທີ່ກໍ່ສ້າງເພື່ອແບ່ງປັນຄວາມກົດດັນບາງຢ່າງໃຫ້ແກ່ຄົນງານ. “
ເມື່ອຮູ້ເລື່ອງກ່ຽວກັບຢາງຈາຍ, ບໍລິສັດໄດ້ຈັດໃຫ້ເຂົາເປັນຄົນຂັບລົດໃຫ້ນັກວິສະວະກອນຄົນຈີນຊື່ໜີວຢຸຊູນ, ຢາງຈາຍຂໍໃຫ້ໜີວຢຸຂຸນເປັນອາຈານຂອງຕົນ, ສຶກສາຄວາມຮູ້ດ້ານວິສະວະກຳຢ່າງຕັ້ງໃຈ. ໜີວຢູຊູນຫວນຄືນ, ຄວາມປະທັບໃຈຄັ້ງທໍາອິດຂອງຢາງຈາຍແມ່ນ “ລາວ (ຢາງຈາຍ) ມີມາລະຍາດດີຫຼາຍ, ໃນການເຮັດວຽກຮ່ວມກັນລາວບໍ່ຢ້ານລຳບາກ, ບໍ່ຈົ່ມເມື່ອຍ, ກ້າຫານຫຼາຍ.” ທັງສອງ “ທັງເປັນອາຈານ, ທັງເປັນອ້າຍນ້ອງ”. ໜີວຢຸຊຸນຍັງຍ້ອງວ່າຢາງຈາຍເປັນຄົນກະຕັນຢູຕໍ່ພໍ່ແມ່, ຮູ້ຈັກຕອບແທນບຸນຄຸນ: “ລາວຮູ້ດີວ່າພໍ່ແມ່ບໍ່ງ່າຍ, ຮູ້ບຸນຄຸນອ້າຍເອື້ອຍນ້ອງ,ສິ່ງນີ້ເຮັດໃຫ້(ຢາງຈາຍ) ມີອະນາຄົດໄກ”.
ເທບທິດາແຫ່ງໂຊກຊະຕາເບິ່ງແຍງຜູ້ທີ່ກຽມພ້ອມ. ໂດຍການຊ່ວຍເຫຼືອຂອງໜີວຢູຊູນ, ຄວາມຮູ້ທີ່ຢາງຈາຍຮຽນຢູ່ໃນການກໍ່ສ້າງໄດ້ຖືກນໍາໃຊ້ຢາງໄວ. ໃນໄລຍະກໍ່ສ້າງຕຶກອາຄານສັນຍານທາງລົດໄຟນະຄອນຫຼວງວຽງຈັນ. ຫົວໜ້າໜ່ວຍງານນາຍຊ່າງໄດ້ເຂົ້າໂຮງໝໍກະທັນຫັນຍ້ອນໄສ້ຕິ່ງອັກເສບ, ເຫັນໄດ້ວ່າ ຕຶກສັນຍານ ເຊິ່ງເປັນ “ສູນກາງສະໝອງ”ຂອງສະຖານີລົດໄຟຂົນສົ່ງສິນຄ້ານະຄອນຫຼວງວຽງຈັນຕົກຢູ່ໃນອັນຕະລາຍຈາກການກໍ່ສ້າງຂັດຂ້ອງ, ຢາງຈາຍໄດ້ຕື່ນຕົວຂໍອະນຸຍາດເຮັດວຽກ. ເພື່ອນຮ່ວມງານປະຫລາດໃຈທີ່ພົບເຫັນວ່າ, ຢາງຈາຍຊຳນິຊຳນານເຕັກນິກການກໍ່ສ້າງ ແລະ ມາດຕະຖານ, ບໍ່ດ້ອຍກ່ວາຄົນງານທີ່ມີຄວາມຊໍານິຊໍານານ. ໜີວຢຸຊູນ ໄດ້ໃຊ້ໂອກາດນີ້ແນະນຳໃຫ້ລາວປ່ຽນຕຳແໜ່ງງານ. ດ້ວຍວິທີນີ້, ຢາງຈາຍ ໄດ້ເຂົ້າຮ່ວມສໍານັກງານໄຟຟ້າກໍ່ສ້າງທາງລົດໄຟຈີນ, ເລີ່ມຕົ້ນການຝຶກອົບຮົມວິຊາຊີບດ້ານວິສະວະກຳໄຟຟ້າແລະການຄຸ້ມຄອງ.
ຢາງຈາຍຜູ້ທີ່ຍັງມີບັນຫາກັບການຫວ່າງງານສອງສາມເດືອນກ່ອນໜ້ານີ້, ດ້ວຍວິທີນີ້ລາວຈຶ່ງກາຍເປັນ “ຊາວໜຸ່ມການກໍ່ສ້າງທາງລົດໄຟ”, ພົບເສັ້ນທາງໃໝ່ສຸຊີວິດທີ່ມີຄວາມສຸກ.
ລຽບຕາມທາງລົດໄຟໄປຈີນ
ຫຼັງຈາກເຂົ້າຮ່ວມການກໍ່ສ້າງທາງລົດໄຟຈີນ, ຢາງຈາຍໄດ້ປະສົບການເປັນສ່ວນຕົວໃນການປັບປຸງຊີວິດການເປັນຢູ່ຂອງປະເທດລາວພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ລາວໄດ້ແຕ່ງງານ ແລະ ມີລູກ, ຍັງໄດ້ຊື້ດິນຢູ່ນະຄອນຫຼວງຕາມຄຳແນະນໍາຂອງເພື່ອນຮ່ວມງານ,ມາຄອບຄົວທັງໝົດມາອາໄສຢູ່ໃນເຮືອນທີ່ປຸກເອງ.
ຢາງຈາຍກ່າວວ່າ, ຄົນໃນຄອບຄົວຮູ້ວ່າເຮັດວຽກຢູ່ໃນບໍລິສັດກໍ່ສ້າງທາງລົດໄຟຈີນ, ໄດ້ຮູ້ສຶກພູມໃຈ. ອ້າຍຜູ້ທີ່ສາມເວົ້າຢ່າງອວດອ້າງວ່າ: “ວຽກງານຂອງທ່ານຢາງຈາຍໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຂອງພວກເຮົາດີຂຶ້ນເລື້ອຍໆ, ການກໍ່ສ້າງທາງລົດໄຟຈີນ-ລາວທີ່ລາວເຂົ້າຮ່ວມກໍ່ສ້າງບໍ່ພຽງແຕ່ເຮັດໃຫ້ການເດີນທາງຂອງພວກເຮົາສະດວກຂຶ້ນເທົ່ານັ້ນ, ແຕ່ຍັງໄດ້ຍົກລະດັບຊີວິດການເປັນຢູ່ຂອງພວກເຮົາໃຫ້ດີຂຶ້ນ.”
ໃນຖານະເປັນໄວໜຸ່ມຈາກພູດອຍ, ຢາງຈາຍໄດ້ຄິດຮອດບ້ານເກີດສະເໝີ. ລາວໄດ້ບອກກັບນັກຂ່າວວ່າ, ກ່ອນການເປີດທາງລົດໄຟຈີນ-ລາວ, ຈາກບ້ານເກີດໄປຫານະຄອນຫຼວງວຽງຈັນຕ້ອງໄດ້ເດີນທາງທີ່ເປັນພູດອຍ, ຈິ່ງປ່ຽນນັ່ງລົດ, ຊີ້ນເປືອງເວລາພ້ອມທັງອັນຕະລາຍ, ຫຼັງຈາກທາງລົດໄຟຈີນ-ລາວເປີດແລ້ວ, ກ່ອນໜ້ານີ້ໄດ້ເດີນທາງມື້ໜຶ່ງຄືນໜຶ່ງຈິ່ງຮອດ, ແຕ່ດຽວນີ້ຂີລົດໄຟພຽງແຕ່ 3 ຊົ່ວໂມງກໍ່ຮອດແລ້ວ. ສິ່ງນີ້ບໍ່ພຽງແຕ່ສະດວກໃນການອອກເດີນທາງ, ຍັງເປັນການບຸກເບີກເສັ້ນທາງຂາຍຜະລິດຕະພັນກະສິກຳ, ເຮັດໃຫ້ພີ່ນ້ອງຮ່ວມຊາດເຂົ້າສູ່ເສັ້ນທາງຮັ່ງມີ.
“ເສັ້ນທາງລົດໄຟຈີນ-ລາວແມ່ນໂຄງການກໍ່ສ້າງທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງລາວ, ພຽງພໍທີ່ຈະປ່ຽນແປງໂຊກສະຕາກໍາຂອງພວກເຮົາ”, ຢາງຈາຍເວົ້າວ່າ, “ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ ບໍ່ພຽງແຕ່ເຊື່ອມຈອດສອງປະເທດຈີນ ແລະ ລາວ, ຍັງຮັດແໜ້ນຄວາມສຳພັນລາວກັບປະເພດອື່ນອ້ອມຂ້າງ, ປ່ຽນແປງສະພາບແວດລ້ອມການລົງທຶນຂອງປະເທດພວກເຮົາ.”
ໃນການເຮັດວຽກ, ຢາງຈາຍຍັງໄດ້ສ້າງສາຍສຳພັນນ້ຳໃຈຮັກແພງກັນທີ່ໜາແໜ້ນກັບເພື່ອນຮ່ວມງານຄົນຈີນ, ໂດຍສະເພາະແມ່ນອາຈານໜີ້ວຢູຊຸນ, ຫຼັງຈາກເປີດລົດໄຟຈີນ-ລາວແລ້ວ, ໜີວຢູຊຸນກຽມພ້ອມອອກຈາກປະເທດລາວ. ກ່ອນມື້ເດີນທາງໜຶ່ງວັນ, ຢາງຈາຍໄດ້ກອດອາຈານແລ້ວຮ້ອງໄຫ້ບໍ່ຢຸດ. ໜີວຢຸຊຸນກໍ່ອົດບໍ່ໄດ້ນໍ້າຕາໄຫຼອອກ: “ຜູ້ຊາຍກໍ່ປຽບເໝືອນນົກອີນຊີຢູ່ເທິງຟ້າ, ຕ້ອງກ້າຫານ, ເດັດຂາດ, ເຂັ້ມແຂງ.”
ຢາງຈາຍບໍ່ໄດ້ເຮັດໃຫ້ອາຈານຜິດຫວັງ, ລາວໄດ້ຝຶກຝົນຢູ່ສຳນັກງານໄຟຟ້າກໍ່ສ້າງທາງລົດໄຟຈີນເປັນເວລາສອງປີ, ໄດ້ກາຍເປັນໜຶ່ງໃນພະນັກງານຫຼັກແຫຼ່ງດ້ານເຕັກນິກ, ລາວຜູ້ທີ່ບໍ່ໄດ້ສຳເລັດ “ການສຶກສາໃນປະເທດຈີນ”, ມີຄວາມຫວັງຢ່າງຍິ່ງວ່າຫຼັງຈາກພະຍາດໂຄວິດ-19 ສີ້ນສຸດລົງ, ພາພໍ່ແມ່ລຽບຕາມເສັ້ນທາງລົດໄຟລາວຈີນທີ່ຕົນເອງກໍ່ສ້າງໄປປະເທດຈີນ, ໄປຍ້ຽມຍາມປັກກິງ, ຊຽງໄຮ, ຄຸນໝີງ. ລາວເວົ້າວ່າ ປະເທດລາວມີຄຳສຸພາສິດ: “ດື່ມນໍ້າສ້າງດຽວກັນ, ເດີນທາງເສັ້ນດຽວກັນ, ນ້ຳໃສຄາຍເມື່ອຍ, ຄວາມຈິງໃຈແລກໄດ້ມິດຕະພາບ.”