ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ ປີ 1955, ມາຮອດມື້ນີ້ (22.3.22) ແມ່ນຄົບຮອບ 67 ປີ ພໍດີ. ເມື່ອຫວນຄືນປະຫວັດສາດຂອງລາວກ່ອນໜ້ານີ້ຫລາຍສິບປີ ກໍ່ຄື ໃນໄລຍະທີ່ປະເທດເຮົາຕົກຢູ່ໃນແອກຄອບຄອງຂອງພວກຈັກກະພັດລ່າເມືອງແບບເກົ່າ, ການຕໍ່ສູ້ເພື່ອປົດປ່ອຍເອກະລາດຂອງປະຊາຊົນລາວບັນດາເຜົ່າ ເຖິງວ່າເກີດຂຶ້ນຢູ່ຫລາຍແຫ່ງໃນທົ່ວປະເທດ ແຕ່ສຸດທ້າຍບໍ່ໄດ້ຮັບຜົນສຳເລັດຍ້ອນຂາດການນຳພາ, ແຕ່ພາຍຫລັງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ເຖິງວ່າຕ້ອງປະເຊີນໜ້າກັບພວກຈັກກະ ພັດລ່າເມືອງຂຶ້ນແບບໃໝ່ທີ່ຮ້າຍກາດກວ່າເກົ່າ, ແຕ່ພັກເຮົາໄດ້ແບກຫາບເອົາພາລະກຳອັນໜັກໜ່ວງ ເພື່ອນໍາພາ-ຊີ້ນຳປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫລ້ງຕີນມືປະຕິການຢ່າງດຸເດືອດຂ້ຽວຂາດ, ທໍລະຫົດອົດທົນ ແລະ ເຕັມໄປດ້ວຍຄວາມເສຍສະຫລະທີ່ສຸດ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລ້ວສະຖາປະນາລະ ບອບໃໝ່ ລະບອບປະຊາທິປະໄຕປະຊາຊົນຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາປີ 1975.

ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ພັກເຮົາໄດ້ສືບຕໍ່ນຳພາປວງຊົນລາວທັງຊາດດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດ້ວຍການວາງແນວທາງນະ ໂຍບາຍໃນການພັດທະນາເສດ ຖະກິດ-ສັງຄົມຂອງປະເທດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງໃນແຕ່ລະໄລຍະ ໂດຍສະເພາະນັບແຕ່ພັກໄດ້ນໍາພາການປະຕິບັດແນວທາງປ່ຽນແປງໃໝ່ໃນປີ 1986 ເປັນ ຕົ້ນມາ ເຮັດໃຫ້ການພັດທະນາປະເທດຊາດນັບມື້ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ, ໃນນີ້ ຜົນສຳ ເລັດອັນສຳຄັນ ແລະ ເປັນພື້ນຖານກວ່າໝູ່ໝົດ ແມ່ນຄວາມເປັນເອກະລາດ, ອຳນາດປະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ລະ ບອບປະຊາທິປະໄຕ ປະຊາຊົນ ມີສະຖຽນລະພາບໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດ ຖະກິດແຫ່ງຊາດ ນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນນີ້ ສະເພາະປີ 2021 ຜ່ານມາ ເຖີງວ່າປະສົບກັບການລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກຕ່າງໆ ທີ່ເກີດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ ແຕ່ເສດຖະກິດຂອງປະເທດຂະຫຍາຍຕົວບໍ່ຫລຸດ 3 ສ່ວນຮ້ອຍ, ຂະນະທີ່ຊີວິດການເປັນຢູ່ຂອງປວງຊົນລາວບັນດາເຜົ່າໄດ້ຮັບການປັບປຸງ ແລະ ຍົກສູງຂື້ນລື່ນແຕ່ກ່ອນຢ່າງຈະແຈ້ງ ເຮັດໃຫ້ອັດຕາຄວາມທຸກຍາກຫລຸດລົງ, ສ່ວນການພັດທະນາພື້ນ ຖານໂຄງລ່າງເສດຖະ ກິດ- ສັງຄົມ ໄດ້ມີບາດກ້າວທະລຸຢ່າງບໍ່ເຄີຍມີມາກ່ອນ ບໍ່ວ່າຢູ່ໃນຕົວເມືອງ ກໍຄື ຊົນນະບົດ ເຮັດໃຫ້ປະເທດເຮົາມີຄວາມສີວິໄລກ້າວໜ້າໃນທຸກວັນນີ້ ແລະ ຍັງຈະສືບຕໍ່ກ້າວໄປຂ້າງໜ້າດ້ວຍທ່ວງທ່າອັນໜັກແໜ້ນ ເພື່ອເຮັດສຳເລັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມທີ່ພັກໄດ້ວາງໄວ້.
ທ່ານ ທອງລຸນ ສີສຸລິດ, ເລຂາທິ
ການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະ ເທດ ມີຄໍາເຫັນວ່າ: ພັກເຮົາ ຍາມໃດກໍຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍໃນທາດແທ້ປະຕິວັດ, ມູນເຊື້ອອັນສະຫງ່າງາມຂອງຕົນນັ້ນ ຄື: ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍອຸດົມການສັງຄົມນິຍົມ, ບັນດາຫລັກມູນພື້ນຖານຂອງການກໍ່ສ້າງພັກຕາມລັດທິມາກ- ເລນິນ, ແນວຄິດໄກສອນ ພົມ ວິຫານ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ມີຄວາມຈົ່ງຮັກພັກດີ ຕໍ່ຜົນປະໂຫຍດລວມຂອງຊາດ-ຂອງປະຊາຊົນ ແລະ ອື່ນໆ.
ຢືນຕໍ່ໜ້າສະພາບການໃໝ່ໃນປັດຈຸບັນນີ້, ພັກເຮົາ ມີໜ້າທີ່ນໍາພາແບກຫາບພາລະກິດປະຕິວັດ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ. ດັ່ງນັ້ນ ເພື່ອສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ໂດຍສະເພາະ ແມ່ນການຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເຂົ້າສູ່ຂະບວນການວຽກງານຕົວຈິງ ທ່ານ ທອງລຸນ ສີສຸລິດ ຮຽກຮ້ອງມາຍັງ ຄະນະ ພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະຄົນ ສືບຕໍ່ເອົາໃຈໃສ່ຫລາຍວຽກງານສໍາຄັນໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນ: ສືບຕໍ່ປັບປຸງລະບອບນໍາພາແບບແຜນເຮັດວຽກຂອງຄະ ນະພັກ, ອົງການປົກຄອງທຸກຂັ້ນ ເຂົ້າສູ່ລະບອບແບບແຜນຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມພາລະບົດບາດ, ຍົກສູງຄວາມເປັນແບບຢ່າງນໍາໜ້າດ້ານມານະຈິດປະຕິວັດ, ຄຸນທາດການເມືອງ, ສ້າງຕົນເອງໃຫ້ເປັນຄົນມີລະບຽບວິໄນເຂັ້ມງວດ ແລະ ອື່ນໆ.
ຈາກພຶດຕິກໍາຕົວຈິງ ຕະຫລອດໄລຍະຫລາຍກວ່າ 6 ສັດຕະວັດເຄີ່ງຜ່ານມາ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ຍ້ອນມີພັກຊີ້ນໍາຯ ພາ ຈິ່ງເຮັດໃຫ້ການພັດທະນາເສດ ຖະ ກິດ -ສັງຄົມຂອງລາວນັບມື້ເຕີບໃຫຍ່ຂະຫຍາຍຕົວ, ຊື່ສຽງ ແລະ ຖານະບົດບາດຂອງລາວໃນເວທີພາກພື້ນ ແລະ ສາກົນນັບມື້ສູງເດັ່ນຂຶ້ນຢ່າງຕໍ່ເນື່ອງ.
ດັ່ງນັ້ນ ເວລານີ້ ຍິ່ງກ່ວາເວລາໃດໝົດ ມັນຮຽກຮ້ອງໃຫ້ພະນັກງານສະມາຊິກພັກທຸກຄົນຕ້ອງ ຢຶດໝັ້ນ ແລະ ເສີມຂະຫຍາຍແບບ ແຜນນຳພາທີ່ດີຂອງພັກ ກໍຄື ແບບແຜນນໍາພາຊີ້ນຳທີ່ດີຂອງອະດີດການນຳຂອງພັກຮຸ່ນທຳອິດຢ່າງໜັກແໜ້ນ, ເອົາໃຈໃສ່ເຝິກຝົນຫລໍ່ຫລອມຕົນເອງ, ຍົກລະ ດັບວຽກງານໃນທຸກດ້ານໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ມີລະບຽບວິໄນ, ເຮັດຫລ້ອນທຸກໜ້າທີ່ທີ່ພັກ ແລະ ລັດຖະບານມອບໝາຍໃຫ້ດ້ວຍຄວາມເສຍສະຫລະຕາມແນວທາງປ່ຽນແປງໃໝ່ ແລະ ມີຫລັກການຂອງພັກ, ພ້ອມນີ້ ຕ້ອງຍົກສູງບົດບາດ, ຄວາມສາມາດນຳພາຂອງພັກໃນທຸກຂົງເຂດວຽກງານໃຫ້ນັບມື້ສູງເດັ່ນໄປພ້ອມກັບການເປັນແບບຢ່າງນຳໜ້າ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຢ່າງທັນການ, ຮັບ ປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕະຫລອດໄປ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ການພັດທະນາປະເທດຊາດໄປສູ່ຈຸດໝາຍສັງຄົມນິຍົມຕາມທີ່ພັກເຮົາໄດ້ວາງໄວ້.
ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີຢ່າງສຸດໃຈ!
ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ!