ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອົງການ ຢູນີເຊັບ ປະຈໍາ ສປປ ລາວ ໄດ້ມອບອຸປະກອນໄອທີ ມູນຄ່າ ປະ ມານ 12,636 ໂດລາສະຫະລັດ, ຫຼືປະມານ 144,758,000 ກີບ, ໃຫ້ແກ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການການຄ້າມະນຸດ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 15 ກຸມພາ 2022 ທີ່ນະຄອນຫຼວງວຽງຈັນ ເພື່ອສະໜັບສະໜູນໃນວຽກງານຕ້ານການຄ້າມະນຸດ ແລະ ສົ່ງເສີມຄວາມຍຸຕິທຳໃຫ້ແກ່ເດັກນ້ອຍ ໃນລາວໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ແລະ ໃນອະນາຄົດ.
ຕາງໜ້າມອບໂດຍ ທ່ານ ນາງ ບີອາເຕ້ ດັສເທວ, ຮອງຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ພັນເອກ ອານຸສິນ ສັກປະເສີດ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ.
ເຄື່ອງຊ່ວຍເຫລືອດັ່ງກ່າວ ປະກອບມີ: ຊຸດອຸປະກອນສໍາລັບການຈັດກອງປະຊຸມທາງໄກ, ຄອມພິວເຕີຕັ້ງໂຕະ, ກ້ອງຖ່າຍຮູບ, ຈໍໂປເຈັກເຕີ LCD, ໂທລະສັບມືຖື ແລະ ໂທລະສັບຕັ້ງໂຕະ. ເຊິ່ງພະນັກງານສາຍດ່ວນ, ໜ່ວຍງານທີ່ເຮັດວຽກສື່ມວນຊົນ ແລະ ຄະນະຊີ້ນຳຂັ້ນສູນກາງ ຈະນໍາໃຊ້ອຸປະ ກອນເຫຼົ່ານີ້ເຂົ້າໃນວຽກງານຕ້ານການຄ້າມະນຸດຢູ່ໃນທົ່ວປະເທດ.
ອຸປະກອນເຫຼົ່ານີ້ ຍັງຈະຖືກນໍາໃຊ້ເຂົ້າໃນວຽກປະສານງານ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກໍາມະການຊີ້ນໍາຂັ້ນສູນກາງ ແລະ ທ້ອງ ຖິ່ນ ທີ່ເຮັດວຽກເພື່ອແກ້ໄຂບັນຫາການຄ້າມະນຸດ ແລະ ຄວາມຍຸຕິທໍາສໍາລັບເດັກນ້ອຍ ພ້ອມທັງການປັບໂຕເຂົ້າກັບວິທີການເຮັດວຽກແບບໃໝ່.