
ຕອນຄໍ່າມື້ວັນທີ7 ພະຈິກ 2022 ຢູ່ສະໂມສອນເດີ່ນຫນອງຊາງ ອົງການປົກຄອງເມືອງຊຽງຮ່ອນ ເເຂວງໄຊຍະບູລີ ຈັດງານສະເເດງສີນລະປະວັນນະຄະດີ ທີ່ເປັນເອກະລັກຂອງທ້ອງຖີ່ນ ຫລາຍກວ່າ10ຫລາຍການ ເປັນຕົ້ນ:ບົດຟ້ອນຍີນດີຕ້ອນຮບສູ່ປະເທດລາວ,ເຈີມເຊີນເເອ່ວຊຽງຮ່ອນ,ວີຖີຊີວິດເຜົ່າກືມມຸ,ຊໍຍວນເຊຍເຮືອບ້ານເຮົາ ເເລະ ອື່ນໆ ໃນໂອກາດທີ່ອົງການປົກຄອງເມືອງຈັດງານບຸນຊ່ວງເຮືອປະຈໍາປີ2022ລະຫວ່າງວັນທີ7ຫາ9ພະຈິກ2022ນີ້ເພື່ອເຮັດໃຫ້ງານຄັ້ງນີ້ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ເຂົາຮ່ວມມີທ່ານດວງຕາ ໄຊວຸດ ຮອງເລຂາພັກເເຂວງໆໄຊຍະບູລີ,ທ່ານກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ,ເເຂກຖືກເຊີນ ພ້ອມດ້ວຍປະຊາຊົນບັນດາເຜົ່າ ພາຍໃນເມືອງ.
ໂອກາດນີ້ ທ່ານບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງໆຊຽງຮ່ອນ ທັງເປັນຄະນະກໍາມະການຈັດງານບຸນຊ່ວງເຮືອປະຈໍາປີ2022ຂອງເມືອງ ໃຫ້ຮູ້ວ່າ:ການຈັດງານສະເເດງສີນລະປະວັນນະຄະດີໃນຄັ້ງນີ້ ເເມ່ນຮັກສາໄດ້ເຖີງວັດທະນະທໍາຮີດຄອງປະເພນີອັນດີງານຂອງຊາດ ກໍ່ຄືເອກະລັກຂອງທ້ອງຖີ່ນໃຫ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຄຽງຄ່ກັນນີ້ຍັງເປັນການສືບທອດ ວັນນະຄະດີທີ່ເປັນເອກະລັກຂອງເຜົ່າ,ຄົ້ນຫາຜູ້ທີ່ມີຄວາມສາມາດໃນການປະພັນບົດເພງ,ບົດກາບກອນຕ່າງໆ ເພື່ອປະກອບສ່ວນເຮັດໃຫ້ງານບຸນຊ່ວງເຮືອປະຈໍາປີ2022ຂອງເມືອງຊຽງຮ່ອນມີບັນຍາກາດຟົດຟື້ນມ່ວນຊື່ນ.


ສໍາລັບການຈັດງານບຸນຊ່ວງເຮືອປະຈໍາປີ2022ຢູ່ເມືອງຊຽງຮ່ອນ ເເຂວງໄຊຍະບູລີໃນຄັ້ງນີ້ ຖືວ່າເປັນງານບຸນທີ່ໃຫຍ່ສົມຄວນ ພາຍຫລັງສະພາບການລະບາດຂອງພະຍາດໂຄວິດ19ຜ່ອນຄາຍລົງ ຢູ່ພາຍໃນງານຄະນະກໍາມະການຈັດງານບຸນໄດ້ຈັດຫລາຍກິດຈະກໍາ ໂດຍສະເພາະການເເຂ່ງຂັນເຮືອຊ່ວງ18 ຫາ 2໌5ສີພາຍຍີງ-ຊາຍ ຈໍານວນ 16ລໍາ ,ຊົມການສະເເດງສີນລະປະວັນນະຄະດີພື້ນເມືອງທີ່ເປັນເອກະລັກຂອງທ້ອງຖີ່ນ,ການວາງສະເເດງສີນຄ້າຈາກພາຍໃນເເລະຕ່າງປະເທດ,ສີນຄ້າຫນື່ງເມືອງຫນື່ງພະລິດຕະພັນຫລືສີນຄ້າໂອດ໋ອບ,ການໃສ່ບາດຖວາຍສັງຄະທານເເດ່ພະສົງ,ສາມະເນນ ເເລະ ຮັບບໍລິຈາກທືນສົມທົບກໍ່ສ້າງພະເຈົ້າໃຫຍ່,ການຈູດບັ້ງໄຟດອກທປ່ອຍໂຄມໄຟຢູ່ບໍລິເວນເດີ່ນຫນອງຊາງ ເຊີ່ງການຈັດງານບຸນດັ່ງກ່າວ ເເມ່ນດໍາເນີນເປັນເວລາ3ວັນນັບເເຕ່ວັນທີ7ຫາ9ພະຈິກ2022ນີ້ ຈື່ງສໍາເລັດ.
ໂດຍ: ເດດອາລຸນ ແກ້ວວິໄລ