ຊຸບເປີມາເກັດ ຣິມປິງ ເຊິ່ງເປັນພຽງສາຂາດຽວຢູ່ລາວຂອງຊຸບເປີມາເກັດ ຣິມປິງ ຈາກແຂວງຊຽງໃໝ່, ປະເທດໄທ ໄດ້ເອົາໃຈໃສ່ເປັນພິເສດຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19, ໄປພ້ອມໆ ກັບການສະໜອງສິນຄ້າອຸປະ ໂພກ-ບໍລິໂພກຫລາກຫລາຍປະເພດຈາກທົ່ວ ໂລກທີ່ມີຄຸນນະພາບໃຫ້ສັງຄົມລາວໄດ້ເລືອກບໍລິໂພກຕາມຄວາມຕ້ອງການ.
ທ່ານ ນາງ ຣັດຊະພອນ ສຸປີ່ນ, ຜູ້ຈັດການ ຊຸບເປີມາເກັດ ຣິມປິງ ສາຂານະ ຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວເປັນຕົ້ນມາ ຊຸບເປີມາເກັດ ຣິມປິງ ໄດ້ມີມາດຕະການປ້ອງກັນພະ ຍາດດັ່ງກ່າວຢ່າງເຂັ້ມງວດ ໂດຍໄດ້ຕັ້ງຈຸດກວດວັດແທກອຸນຫະພູມ ແລະ ມີເຈວລ້າງມືໃຫ້ລູກຄ້າທຸກຄັ້ງກ່ອນເຂົ້າໃຊ້ບໍລິການ, ສ່ວນພະນັກງານພາຍໃນຣິມປິງທຸກຄົນກ່ອນເຂົ້າເຮັດວຽກຕ້ອງໄດ້ກວດວັດແທກອຸນຫະພຸມກ່ອນທຸກມື້ ແລະ ໃສ່ຜ້າອັດປາກ-ດັງຕະຫລອດໃນໄລຍະເວລາເຮັດວຽກ, ພ້ອມນີ້ ທຸກຄົນໄດ້ຜ່ານການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຄົບ 2 ເຂັມ ແລະ ໄດ້ຜ່ານການກວດຫາເຊື້ອພະຍາດໂຄວິດ-19 ໝົດແລ້ວ ເຊິ່ງຜົນອອກມາເປັນລົບທັງໝົດ. ນອກຈາກນີ້ ໄດ້ເຮັດຄວາມສະອາດຈຸດສຳພັດຮ່ວມພາຍໃນຊຸບເປີມາເກັດດ້ວຍນໍ້າຢາຂ້າເຊື້ອ ແລະ ປ່ອຍແກສໂອໂຊນເພື່ອຂ້າເຊື້ອທຸກມື້ຫຼັງປິດຮ້ານ, ສ່ວນລູກຄ້າທີ່ເຂົ້າໄປໃຊ້ບໍລິການທຸກຄົນຕ້ອງໄດ້ຜ່ານການວັດແທກອຸນຫະພູມ, ລ້າງມືດ້ວຍເຈວ, ໃສ່ຜ້າອັດປາກ-ດັງ ແລະ ການຮັກສາໄລຍະຫ່າງທຸກຄັ້ງທີ່ເຂົ້າໄປໃຊ້ບໍລິການ. ນອກຈາກນີ້ ໄດ້ມີມາດຕະການເພີ່ມຕື່ມເຂົ້າ ມາໃໝ່ໃນໄລຍະມໍ່ໆ ມານີ້ ໂດຍການໃຫ້ລູກຄ້າລົງທະ ບຽນເພື່ອໃຫ້ຂໍ້ມູນເບື້ອງຕົ້ນກ່ຽວກັບຕົນເອງກ່ອນເຂົ້າໃຊ້ບໍລິການທຸກຄັ້ງ ເພື່ອສະດວກໃນການຕິດຕໍ່ຫາລູກຄ້າເມື່ອມີກໍລະນີຈໍາເປັນເກີດຂຶ້ນ.
ທ່ານ ນາງ ຣັດຊະພອນ ສຸປີ່ນ ໃຫ້ຮູ້ຕື່ມວ່າ: ຊຸບເປີມາເກັດ ຣິມປິງ ສາຂານະ ຄອນຫລວງວຽງຈັນ ເປີດບໍລິການມາໄດ້ 6 ປີແລ້ວ ເຊີ່ງເຫັນວ່າໄດ້ຮັບການຕອບຮັບຈາກລູກຄ້າ ກໍ່ຄື ສັງຄົມລາວດີສົມຄວນ ເນື່ອງຈາກ ຣິມປິງ ດໍາເນີນກິດຈະການໂດຍເນັ້ນໃສ່ຄວາມສະດວກດ້ານສະ ຖານທີ່, ມິສິນຄ້າທີ່ຫລາກຫລາຍຈາກທົ່ວໂລກ, ທັງຮັບ ປະກັນດ້ານຄຸນນະພາບ ແລະ ການບໍລິການທີ່ດີ. ນອກ ຈາກນີ້ ປັດຈຸບັນ ຣິມປິງ ໄດ້ເພີ່ມການບໍລິການໃໝ່ແກ່ລູກ ຄ້າ ດ້ວຍການບໍລິການສົ່ງສິນຄ້າເຖີງເຮືອນໂດຍບໍ່ເສຍຄ່າໄລຍະທາງ 10 ກິໂລແມັດໃນມູນຄ່າ 600.000 ກີບຂຶ້ນໄປ. ນີ້ຖືເປັນທາງເລືອກໃໝ່ທີ່ດີເພື່ອເພີ່ມຄວາມສະ ດວກສະ ບາຍໃຫ້ແກ່ລູກຄ້າທີ່ບໍ່ມີເວລາເຂົ້າໄປຈັບຈ່າຍໃຊ້ສອຍຢູ່ຮ້ານ ຫລື ບໍ່ຢາກອອກເຮືອນເພື່ອປ້ອງກັນພະຍາດໂຄວິດ-19. ຢ່າງໃດກໍ່ຕາມ ໃນສະພາບທີ່ມີການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນນີ້ ທ່ານໄດ້ຮຽກຮ້ອງມາຍັງລູກຄ້າຂອງຣິມປິງທຸກຄົນ ຈົ່ງໃຫ້ການຮ່ວມມືປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອເຮັດໃຫ້ທັງລູກຄ້າ ແລະ ຣິມປິງ ປາດສະຈາກເຊື້ອພະຍາດໂຄວິດ-19 ແລະ ເຮັດໃຫ້ການຊື້-ຂາຍຢູ່ຣິມປິງກັບມາມີບັນຍາກາດຄຶກຄື້ນອີກຄັ້ງ.
ສໍາລັບ ຊຸບເປີມາເກັດ ຣິມປິງ ຕັ້ງຢູ່ພາຍໃນສູນການຄ້າ ວີວມໍ ຢູ່ຖະໜົນເລກທີ 13 ໃຕ້, ບ້ານພະຂາວ, ເມືອງໄຊທາ ນີ, ນະຄອນຫລວງວຽງຈັນ, ເປີດບໍລິການທຸກມື້ ເລີ່ມແຕ່ເວລາ 8 ໂມງ 00 – 21 ໂມງ 00.
Loading...