ໃນຕອນເຊົ້າວັນທີ 7 ຕຸລາ 2021 ທ່ານ ບຸນພະລັກໄຊ ລາຊາສົມບັດ ແລະ ທ່ານ ນາງ ວັດທະນາ ລາຊາສົມບັດ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ຄະນະສະເພາະກິດເມືອງທຸລະຄົມ ແຂວງວຽງຈັນ, ເຄື່ອງທີ່ນໍາມາມອບ ມີນໍ້າດື່ມກາຫົວເສືອຕຸກນ້ອຍ 40 ແພັກ, ໝີ່ກະປ໋ອງສໍາເລັດຮູບ 5 ແກັດ, ເຄື່ອງວັດອຸນນະພູມແບບຕັ້ງ 1 ເຄື່ອງ, ແບບມືຈັບຊະນິດນ້ອຍ 5 ເຄື່ອງ, ຜ້າປິດປາກ 30 ກັບ, ເຈວລ້າງມື 25 ອັນ ລວມມູນຄ່າທັງໝົດ 3.500.000 ກີບ, ເຂົ້າຮ່ວມຮັບເຄື່ອງດັ່ງກ່າວໂດຍ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ມີທ່ານບັນດາທ່ານຄະນະຊີ້ ນໍາ, ທ່ານຮອງເຈົ້າເມືອງ, ຫົວໜ້າຄະນະສະເພາະກິດເມືອງທຸລະຄົມ ພ້ອມດ້ວຍຄະນະ;
ໂອກາດດຽວກັນ ທ່ານ ເຈົ້າເມືອງທຸລະຄົມ ໄດ້ກ່າວສະແດງຄວາມອບອົກຂອບ ໃຈເປັນຢ່າງສູງ ມາຍັງຫົວໜ້າຣີສອດສວນເສືອປ່າ ທີ່ຍາມໃດກໍ່ບໍ່ຖິ້ມບໍ່ປະ ຄອຍໃຫ້ການອຸປະຖໍາຊ່ວຍເຫຼືອເມືອງທຸລະຄົມຕະຫລອດມາ, ນັບທັງການຊ່ວຍເຫຼືອບ້ານ ແລະ ກິດຈະກໍາທາງສັງຄົມອື່ນໆ, ພ້ອມທັງແຈ້ງສະພາບການລະບາດຂອງພະຍາດໂຄວິດ 19 ຢູ່ເມືອງທຸ ລະຄົມໃນໄລຍະຜ່ານມາໂດຍຫຍໍ້ ກໍ່ຄືໃນສະພາບກໍລະນີຕິດເຊື້ອ, ບັນດາບ້ານທີ່ຍັງມີຄວາມສ່ຽງໃນປະຈຸບັນ, ລາຍງານກ່ຽວກັບການຈັດຕັ້ງເຄື່ອນໄຫວຂອງຄະນະສະເພາະກິດເມືອງ, ການຈັດຕັ້ງປ້ອງກັນເວນຍາມ, ສ່ວນຈຸດກວດກາຄັດກອງການເຂົ້າອອກເມືອງທີ່ຍັງປະຈໍາການມີ 4 ຈຸດ, ໃນນັ້ນຈຸດລວມຂອງເມືອງແມ່ນຢູ່ບ້ານໄຮຢ່ອນ ເຊິ່ງມອບໃຫ້ກຸ່ມບ້ານຕານປ່ຽວເປັນໃຈກາງຮ່ວມກັບອົງການຈັດຕັ້ງບ້ານໄຮຢ່ອນ ປະກອບດ້ວຍເຈົ້າໜ້າທີ່ກອງບັນຊາການ ປກຊ ແລະ ປກສ ເມືອງ, ຊາວໜຸ່ມກຸ່ມການເມືອງ ເຂົ້າປະຈໍາການຊ່ວຍຕະຫລອດ 24 ຊົ່ວໂມງ, ສໍາລັບປ້ອມຍາມບ້ານຫລິ່ງຊັນ, ຫາດສ້ຽວ ແລະ ໂພນແພງ ແມ່ນມອບໃຫ້ກຸ່ມນາຄອງເປັນໃຈກາງຈັດຕັ້ງນໍາພາ;
ການມາມອບເຄື່ອງຂອງຫົວໜ້າຣີສອດສວນເສືອປ່າໃນເທື່ອນີ້ ຍັງໄດ້ຈັດແບ່ງເຄື່ອງຊ່ວຍເຫຼືອໃຫ້ຫ້ອງການສາ ທາລະນະສຸກເມືອງ, ໜ່ວຍປ້ອງກັນຂອງເມືອງທີ່ບ້ານໄຮຢ່ອນ, ກຸ່ມບ້ານໂພນງາມນາຝ້າຍ ແລະ ໜ່ວຍປ້ອງກັນຂອງກຸ່ມບ້ານນາຄອງຕື່ມອີກບ່ອນລະເລັກລະນ້ອຍ ເພື່ອຊຸກຍູ້ໃຫ້ກໍາລັງໃຈຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງທຸກຂັ້ນໃນການປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນພະຍາດໂຄວິດ 19 ຕາມແຈ້ງການ ແລະ ຄໍາສັ່ງຂັ້ນເທິງວາງອອກ.
ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ.
Loading...