ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 08 ມິຖຸນາ 2022 ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມຄະນະ ເດີນທາງໄປຢ້ຽມຢາມ ແລະ ຊຸກຍູ້ວຽກງານຂະແໜງພາຍໃນ ຢູ່ ຫ້ອງ ການພາຍໃນ ເມືອງງອຍ ແຂວງຫຼວງພະບາງ ໂດຍມີ ທ່ານ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງເມືອງງອຍ, ບັນດາທ່ານຄະນະພັກເມືອງ, ຫົວໜ້າຫ້ອງການພາຍ ໃນ ເມືອງງອຍ, ເມືອງນໍ້າບາກ, ເມືອງວຽງຄຳ, ເມືອງໂພນທອງ ແລະ ພະນັກ ງານ-ລັດຖະກອນ ຫ້ອງການພາຍໃນເມືອງ ໃຫ້ການຕ້ອນຮັບ.
ການລົງຢ້ຽມຢາມໃນຄັ້ງນີ້ ທ່ານ ສົມສະນິດ ແກ່ນມະນີ ຫົວໜ້າຄະນະຈັດຕັ້ງພັກເມືອງ ໄດ້ລາຍງານການຈັດຕັ້ງປະ ຕິບັດວຽກງານໄລຍະຜ່ານມາ ແລະ ທິດ ທາງຕໍ່ໜ້າ ໃຫ້ ທ່ານລັດຖະມົນຕີກະຊວງພາຍໃນ ໄດ້ຮັບຊາບວ່າ ຫ້ອງການພາຍໃນເມືອງ ໄດ້ເປັນເສນາທິການໃຫ້ແກ່ອົງການປົກຄອງເມືອງ ຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ຄໍາແນະນໍາຂອງນາຍົກລັດຖະມົນຕີ ແຈ້ງການຂອງກະ ຊວງພາຍໃນ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ດ້ວຍການລົງໂຄສະນາເຜີຍແຜ່ ເຊື່ອມຊືມບັນດານິຕິກໍາດັ່ງກ່າວໃຫ້ແກ່ ອົງການປົກຄອງແຕ່ລະຂັ້ນຢ່າງກວ້າງຂວາງ ປະຈຸບັນສະເໜີຂັ້ນເທີງຮັບຮອງພາລະບົບບາດ 09 ພາກສ່ວນ, ການກໍານົດຕໍາແໜ່ງງານສໍາເລັດ 12 ພາກສ່ວນ ໄດ້ເອົາໃຈໃສ່ຄວ້າຈັດສັນຫົວໜ່ວຍການປົກຄອງຂັ້ນບ້ານຄືນໃໝ່ຈຳນວນໜຶ່ງ ເພື່ອໃຫ້ສອດຄ່ອງກັບກົດ ໝາຍວ່າດ້ວຍການປົກຄອງທ້ອງຖີ່ນ, ເຊິ່ງປະຈຸບັນທົ່ວເມືອງມີ 15 ກຸ່ມບ້ານ, ມີ 75 ບ້ານ, ແລະ 1 ບ້ານໃຫ່ຍ(ບ້ານໜອງຂຽວ),ໃນນັ້ນໄດ້ມີການປັບປຸງຊັບຊ້ອນການຈັດຕັ້ງບ້ານເຂົ້າສູ່ລະບົບຕາມ 05 ໜ່ວຍງານຂອງບ້ານ, ປະກາດເປັນບ້ານໜັກແໜ້ນເຂັ້ມແຂງແລ້ວ 31 ບ້ານກວມ 41,33%. ວຽກງານ 03 ສ້າງໄດ້ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງສໍາເລັດການສະ ຫຼຸບສັງລວມການຈັດຕັ້ງປະຕິບັດວຽກ ງານ 03 ສ້າງ ແລະ ກໍານົດທິດທາງໃນຕໍ່ໜ້າ ໄດ້ລົງຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດານິຕິກໍາຕ່າງໆທີ່ກ່ຽວພັນເຖິງວຽກ ງານຄຸ້ມຄອງພົນລະເມືອງ ແລະ ຊົນເຜົ່າ, ສາສະໜາຢ່າງທົ່ວເຖິງ ຕິດພັນກັບການເຄື່ອນໄຫວຈົດທະບຽນຄອບຄົວແບບເຄື່ອນທີ່ຢູ່ຂັ້ນບ້ານທີ່ຢູ່ຫ່າງໄກສອກຫຼີກ ຮອດປະຈຸບັນສາມາດຈົດທະບຽນໄດ້ທັງໝົດ 848 ທະບຽນ ທະບຽນການເກີດ 597 ທະບຽນ ແຕ່ງດອງ 39 ທະບຽນ ເສຍຊີວິດ 97 ທະບຽນ ຢ່າຮ້າງ 6 ທະ ບຽນ ຍົກຍ້າຍມາ 9 ທະບຽນ ປ່ຽນຊື່ 39 ທະບຽນ ປ່ຽນນາມສະກຸນ 44 ທະບຽນ ນອກນີ້ໄດ້ຕິດຕາມກວດກາບັນຊີຈໍານວນພົນພະນັກງານ-ລັດຖະກອນ ປະຈຸບັນທົ່ວເມືອງມີລັດຖະກອນທັງໝົດ 569 ຄົນ, ຍິງ 273.
ໃນໂອກາດນີ້ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນຕໍ່ພະນັກງານ-ລັດຖະກອນ ຫ້ອງ ການພາຍໃນເມືອງງອຍວ່າ ຜ່ານການກໍາສະພາບ ແລະ ຮັບຟັງການລາຍງານຂອງທ່ານ ຫົວໜ້າຫ້ອງການພາຍໃນເມືອງງອຍ ເຖີງແມ່ນວ່າມີ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຄືດັ່ງທີ່ໄດ້ຍົກຂຶ້ນຂ້າງເທິງນັ້ນແຕ່ພາຍໃຕ້ ການນໍາພາ-ຊີ້ນໍາຂອງຄະນະພັກ,ອໍານາດການປົກຄອງເມືອງງອຍກໍຄືໜ່ວຍພັກ ແລະ ຄະນະນໍາຂອງຫ້ອງການພາຍໃນ ເມືອງງອຍ ດ້ວຍຄວາມສາມັກຄີເປັນຈິດໜື່ງໃຈດຽວ ຂອງສະມາຊິກພັກ ພະນັກງານ-ລັດຖະກອນ ທີ່ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ ບັນລຸຜົນສໍາເລັດໃນຫຼາຍດ້ານ ສາມາດເປັນເສ ນາທິການ ໃຫ້ແກ່ຄະນະພັກ, ອໍານາດການປົກຄອງ ກໍຄືບໍລິການຮັບໃຊ້ ພໍ່ແມ່ປະ ຊາຊົນ ແລະ ສັງຄົມ ເຮັດໃຫ້ວຽກງານຂະ ແໜງການພາຍໃນ ນັບມື້ດີຂຶ້ນ ແລະ ມີປະສິດທິຜົນສູງກວ່າເກົ່າ ເຊີ່ງໄດ້ເປັນການປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດທະນາປະເທດຊາດຂອງພວກເຮົາ; ນອກຈາກທ່ານຍັງໄດ້ເນັ້ນເຖິງວຽກບູລິມາສິດ ຈຸດສຸມສໍາຄັນຈໍານວນໜື່ງ ໃນໄລຍະ 5 ປີ (2021-2025) ທີ່ຂະແໜງພາຍໃນຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດເປັນຕົ້ນແມ່ນ ວຽກງານຄົ້ນຄວ້າ, ປັບປຸງ ແລະ ສ້າງນິຕິກໍາ, ວຽກງານພັດທະນາການບໍລິຫານລັດ, ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ, ວຽກງານແຂ່ງຂັນ ແລະ ຍ້ອງຍໍ, ວຽກງານການປົກຄອງທ້ອງຖິ່ນ, ວຽກງານເອກະສານ, ວຽກງານສໍາຫຼວດ,ວັດແທກ ແລະ ສ້າງແຜນທີ່, ວຽກງານຄຸ້ມຄອງຫົວໜ້າໜ່ວຍວິຊາການ ແລະ ພາລະກອນ, ວຽກງານຊົນເຜົ່າ ແລະ ສາສະໜາ, ວຽກງານຄຸ້ມ ຄອງພົນລະເມືອງ ແລະ ວຽກງານສ້າງ ຄວາມເຂັ້ມແຂງທາງດ້ານວິຊາສະເພາະ ໃຫ້ພະນັກງານ-ລັດຖະກອນ ຫ້ອງການພາຍໃນເມືອງງອຍ ໄດ້ຮັບຮູ້ ແລະ ເຂົ້າໃຈຕື່ມອີກ.
ໃນຕໍ່ໜ້າ ຫ້ອງການພາຍໃນ ຈະປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມກະທັດຮັດສົມເຫດສົມຜົນ ແລະມີປະສິດທິພາບ ສຸມໃສ່ສະຫຼຸບປະເມີນແຂວງເປັນຫົວ ໜ່ວຍຍຸດທະສາດ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ບ້ານເປັນຫົວໜ່ວຍພັດທະນາເປັນແຕ່ລະໄລຍະ ສ້າງບ້ານໜັກແໜ້ນເຂັ້ມແຂງທີ່ມີຄຸນນະພາບຮອດປີ 2024 ໃຫ້ກວມ 60% ຂອງບ້ານທັງ ໝົດ, ສ້າງເງື່ອນໄຂໃຫ້ອົງການປົກຄອງທຸກບ້ານໄດ້ຮັບການຝືກອົບຮົມບໍາລຸງພາລະບົດບາດ ສິດໜ້າທີ່ເປັນແຕ່ລະໄລຍະ ເຮັດໃຫ້ວຽກງານຄຸ້ມຄອງພົນ ລະເມືອງ, ຊົນເຜົ່າ, ສາສະໜາ ກາຍເປັນຄວາມຮັບຜິດຊອບຂອງຄະນະພັກອໍານາດການປົກຄອງທຸກຂັ້ນ ກໍ່ຄືປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງໃຫ້ຖືກຕ້ອງວ່ອງໄວ ຮັບປະກັນການຈົດທະບຽນການເກີດໃຫ້ໄດ້ 85% ຂຶ້ນໄປໃນປີ 2024 ຊຸກຍູ້ຂະບວນການແຂ່ງຂັນ “ ຮັກຊາດ ແລະພັດທະນາ” ດໍາເນີນໄປຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລີກ ຊອກໃຫ້ໄດ້ບຸກຄົນກົມກອງດີເດັ່ນ.