ແຕ່ເດືອນ ມັງກອນ-ທັນວາ ປີ 2021 ທົ່ວປະ ເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 5.576 ຄັ້ງ, ພາຫະນະເປເພ່ 9.910 ຄັນ, ຄົນໄດ້ຮັບບາດເຈັບ 8.388 ຄົນ ແລະ ເສຍຊີວິດ ທັງໝົດ 831 ຄົນ ເຊິ່ງມີ 10 ອັນດັບ ທີ່ຮຸນແຮງ ໃນປີ 2021.
ອັນດັບທີ 1.ອຸບັດຕິເຫດລົດເກັງມາດສະແຕງຕຳກັບລົດຟໍຈູນເນີຕຳລົດກະບະ ເກີຂຶ້ນໃນເວລາ 20:30 ໂມງ ຂອງວັນທີ 18 ມັງກອນ 2021ຢູ່ເສັ້ນທາງເຂດເກີດ
ບ້ານໜອງບອນ ເມືອງໄຊເສດຖານະຄອນຫຼວງວຽງຈັນ ຢ່າງຮຸນແຮງສົ່ງຜົນເຮັດໃຫ້ຜູ້ຂັບຂີ່ລົດເກັງເສຍຊີວິດຄາທີ່ 1 ຄົນ ຊື່ທ້າວ ໄຊຍະເດດ ອາຍຸ 20 ປີ ນັກສຶກສາ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີນະຄອນຫຼວງວຽງຈັນ ແລະ ມີຜູ້ບາດ ເຈັບອີກຈໍານວນໜຶ່ງ, ສາເຫດໃນການເກີດອຸບັດຕິເຫດຍ້ອນຂັບຂີ່ລົດໄວ.
ອັນດັບ 2. ອຸບັດຕິເຫດຈັກຕຳກັບລົດບັນທຸກແກ່ດິນ ຢຽບເອົາຜູ້ຂັບຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍ ເກີດຂຶ້ນໃນເວລາ 15:48 ໂມງ ວັນທີ 24 ມັງກອນ 2021 ຢູ່ເສັ້ນທາງເຂດ ບ້ານໂພນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສົ່ງຜົນມີຜູ້ເສຍຊີວິດ 2 ຄົນຊື່ ນາງ ແຫວນ ອາຍຸ 23 ປີ ຜູ້ຂັບຂີ່ລົດຈັກ ແລະ ນາງ ໄຫວມີ ອາຍຸ 22 ປີ ຜູ້ຊ້ອນທ້າຍ ເຊິ່ງທັງສອງນັກຮຽນ ຢູ່ບ້ານເວີນຄໍາ ເມືອງໄຊທານີ ນວ ຍ້ອນຂັບຂີ່ລົດໄວ.
ອັນດັບ 3. ອຸບັດຕິເຫດລົດຈັກຕຳລົດບັນທຸກນ້ຳມັນ ເກີດເຫດເວລາ 17:30 ໂມງວັນທີ 25 ມັງ ກອນ 2021 ເຂດເກີດຢູ່ເສັ້ນທາງບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເສຍຊວີດ 2 ຄົນຊື່ ທ້າວ ຄຳຕາ ອາຍຸ 44 ປີ ກໍາມະກອນ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ທ້າວ ເທ້ ອາຍຸ 27 ປີ ຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ ນວ ເກີດຍ້ອນລົດຈັກຊິງບໍ່ຮັບປະ ກັນ.
ອັນດັບ 4. ອຸບັດຕິເຫດລົດຍົນຕຳລົດຈັກຢ່າງແຮງ ເກີດຂຶ້ນເວລາ 3:22 ໂມງ ວັນທີ 6 ມີນາ 2021 ຢູ່ເສັ້ນທາງເຂດບ້ານ ອາກາດ ເມືອງສີໂຕດຕະບອງ ນະຄອນຫຼວງວຽງຈັນ, ເສຍຊີວິດ 1 ຄົນ ຊື່ທ້າວ ສອນເພັດ ອາຍຸ 43 ປີ ກໍາມະກອນ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ຜູ້ຂັບຂີ່ລົດຈັກ, ສາເຫດຍ້ອນດື່ມສິ່ງມືນເມົາ.
ອັນດັບ 5. ອຸບັດຕິເຫດລົດບັນທຸກເສຍຫຼັກປີ້ນ ເກີດຂຶ້ນ ເວລາ 8:35 ໂມງ ວັນທີ 11 ກຸມພາ2021 ຢູ່ເສັ້ນທາງເຂດບ້ານໃຫ່ຍຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສົ່ງຜົນເຮັດໃຫ້ ທ້າວ ຈິດສົມພອນ ອາຍຸ 38 ປີ ຢູ່ບ້ານໃຫ່ຍຫ້ວຍຊາຍໃຕ້ ຜູ້ຂັບຂີ່ລົດຍົນເສຍຊີວິດຄາທີ່, ຍ້ອນຜູ້ຂັບຂີ່ລົດບັນທຸກຂັບຂີ່ລົດໄວ.
ອັນດັບ 6. ອຸບັດຕິເຫດລົດຍົນຕຳລົດຈັກ ເກີດ ຂຶ້ນເວລາ 9:45 ໂມງ ວັນທີ 17 ມີນາ 2021 ຢູ່ເສັ້ນ ທາງເຂດບ້ານ ຄຳແປງ ເມືອງຊະນະສົມບູນ ແຂວງຈຳປາສັກ, ສົ່ງຜົນເຮັດໃຫ້ ທ້າວ ອຸໄທ ຜູ້ຂັບຂີ່ລົດ ຍົນ ອາຍຸ 17 ປີ ແລະ ທ້າວ ແກ້ວ ອາຍຸ 20 ປີ ຜູ້ຊ້ອນທ້າຍລົດຈັກ ທັງສອງ ຢູ່ກຳແປງ ເມືອງຊະນະສົມບູນ ແລະ ມີຄົນໄດ້ຮັບບາດເຈັບສາຫັດອີກ 2 ຄົນ, ສາເຫດໃນການເກີດຍ້ອນຂັບຂີ່ລົດໄວຊ້ອນລົດຈັກເກີດກຳນົດ (ຊ້ອນ 4 ຄົນ).
ອັນດັບ 7. ອຸບັດຕິເຫດລົດຈັກລົ້ມເອງ ເກີດ ຂຶ້ນເວລາ 24:30 ໂມງວັນທີ 21 ມີນາ 2021 ເຂດເກີດບ້ານດົງປະໂລງ ນະຄອນປາກເຊ ແຂວງຈໍາປາສັກ, ສົ່ງຜົນເຮັດໃຫ້ເສຍຊີວິດ 3 ຄົນ ຊື່ ທ້າວ ພາ ອາຍຸ 28 ປີ, ປະຊາຊົນບ້ານຫຼັກ 23 ເມືອງບາຈຽງ, ແຂວງຈຳປາສັກ ຜູ້ຂັບຂີ່ລົດຈັກ, ນາງ ເຂັມພອນ ອາຍຸ 19 ປີ ຜູ້ຊ້ອນທ້າຍ ແລະ ນາງ ແໜມ ອາຍຸ 17 ປີ ຜູ້ຊ້ອນທ້າຍ ທັງສອງເປັນປະຊາຊົນ ຢູ່ບ້ານແກ້ງຊັນ ນະຄອນປາກເຊ ແຂວງຈຳປາສັກ ສາເຫດຍ້ອນຂັບຂີ່ລົດໄວແລະ ຊ້ອນ 3 ຄົນ.
ອັນດັບ 8. ອຸບັດຕິເຫດ ລົດຍົນຕຳລົດຈັກ ເກີດຂຶ້ນເວລາ 11:50 ໂມງ ວັນທີ 9 ສິງຫາ 2021 ຢູ່ເສັ້ນທາງເຂດບ້ານ ໂພນສີວິໄລ ເມືອງຫີນເຫີບ ແຂວງວຽງຈັນ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ຊື່ ນາງ ດິດ ອາຍຸ 18 ປີ, ຜູ້ຂັບລົດຈັກ, ນາງ ສີດາ ອາ ຍຸ 17 ປີ ຜູ້ຊ້ອນທ້າຍ ແລະ ນາງ ກອງ ອາຍຸ 12 ປີ ຜູ້ຊ້ອນທ້າຍ ທັງ 3 ເປັນນັກຮຽນ ຢູ່ບ້ານໄພສະທອນ ເມືອງຫີນເຫີບ ແຂວງວຽງຈັນ,ສາເຫດໃນການເກີດອຸບັດຕິເຫດຍ້ອນຂັບຂີ່ລົດໄວ.
ອັນດັບ 9. ອຸບັດຕິເຫດ ລົດຈັກຕຳລົດຈັກ ເກີດຂຶ້ນ ເວລາ 16:00 ໂມງ ວັນທີ 24 ກໍລະກົດ 2021 ຢູ່ເສັ້ນທາງເຂດບ້ານທົງດີ ເມືອງ ແລະ ແຂວງຫຼວງນໍ້າທາ, ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ຊື່ ທ້າວ ນິດ ຜູ້ຂັບຂີ່ລົດຈັກ ອາຍຸ 36 ປີ ປະຊາຊົນ ຢູ່ບ້ານບວນພຽງເມືອງຫຼວງນໍ້າທາ ແລະ ທ້າວ ສອນເພັດ ຜູ້ຂັບຂີ່ລົດຈັກ ອາຍຸ 19 ປີ, ນັກສຶກສາ ຢູ່ບ້ານທົ່ງໄຈເໜືອ ເມືອງຫຼວງນໍ້າທາ.
ອັນດັບ 10. ອຸບັດຕິເຫດ ລົດບັນທຸກປີ້ນເອງ ເກີດເຂຶ້ນເວລາ 18:00 ໂມງ ຂອງວັນທີ 14 ມີຖຸນາ 2021, ຢູ່ເສັ້ນທາງເຂດບ້ານປຣາງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ,ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດເສຍຊີວິດ 2 ຄົນ ຊື່ ທ້າວ ຊຽງວອນ ຜູ້ຂັບຂີ່ລົດບັນທຸກ ອາຍຸ 43 ປີ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ແລະ ທ້າວ ຄຳອ້ວນ ຜູ້ນັ່ງໄປ ບໍ່ຊາບອາຍຸ ຄ້າຂາຍ ຢູ່ບ້ານໃໝ່ພູຄາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
Cr: ຄວາມສະຫງົບລາວ
Loading...