ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 31 ມີນາ 2022 ນີ້ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ສະຫຼຸບວຽກງານກໍ່ສ້າງຮາກຖານ-ການເມືອງ ຕິດພັນກັບວຽກ 3 ສ້າງປະຈໍາປີ 2021 ແລະວາງທິດແຜນການປີ 2022 ໂດຍກອງປະຊຸມໄດ້ຈັດຂຶ້ນ ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານ ຂອງທ່ານ ທອງດີ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງລະ ຄອນເພັງ.
ທ່ານ ສົມພອນ ຄໍາໂສພາ ກໍາມະການພັກເມືອງ ຫົວໜ້າຫ້ອງວາການເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ-ການເມືອງປະຈໍາປີ 2021 ແລະທິດທາງແຜນການປີ 2022 ເຊິ່ງໃນປີ 2021 ເມືອງລະ ຄອນເພັງໄດ້ຫັນເອົາຄໍາສັ່ງແນະນໍາເລກທີ 03/ກມສພ, ຄໍາສັ່ງເລກທີ 34/ນຍ, ດໍາລັດເລກທີ 348/ລບ ແລະບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາ ແລະນິຕິກໍາກ່ຽວກັບການສ້າງບ້ານເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ ລົງຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານຢ່າງເປັນຂະບວນ ເຮັດໃຫ້ທົ່ວເມືອງມີຫຼາຍບ້ານກາຍເປັນບ້ານຕົວແບບດ້ານຕ່າງໆ, ໜ່ວຍພັກ-ອົງການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະຂະແໜງການຕ່າງໆຂັ້ນບ້ານມີຄວາມໜັກແໜ້ນເຂັ້ມແຂງ, ປະຊາຊົນມີຄວາມເປັນເອກະ ພາບປະຕິບັດແນວທາງຂອງພັກ, ລະບຽບກົດໝາຍຂອງລັດ; ຫຼາຍບ້ານໄດ້ຮັບການຈັດສັນປ່ຽນແປງພັດນາ, ປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂເປັນກ້າວໆ ອັນພົ້ນເດັ່ນ, ໄດ້ຫັນພະນັກງານຫຼັກແຫຼ່ງນໍາພາ-ຄຸ້ມຄອງລົງກໍ່ສ້າງຮາກຖານການເມືອງຢ່າງເປັນລະບົບຕໍ່ເນື່ອງທັງໝົດ 94 ສະຫາຍ (ລົງຕາມສາຍຕັ້ງ 57 ສະຫາຍ) ເຮັດໃຫ້ທົ່ວເມືອງມີບາດ ກ້າວຂະຫຍານຕົວຢ່າງໜັກແໜ້ນ, ໝັ້ນທ່ຽງ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ-ປອດໄພໂດຍພື້ນຖານ; ຫຼາຍບ້ານລຽບຕາມເສັ້ນທາງຫຼວງແຫ່ງຊາດ ແລະທາງຫຼວງຂອງແຂວງ ຕິດຕັ້ງໄຟເຍືອງທາງດ້ວຍທຶນປະຊາຊົນເອງ…
ຈາກນັ້ນ, ກອງປະຊຸມໄດ້ຮັບຟັງບົດສະຫຼຸບວຽກ 3 ສ້າງປະຈໍາປີ 2021 ແລະແຜນການປີ 2022, ຮັບຟັງຮ່າງບົດແນະນໍາຂອດປະສານງານວຽກກໍ່ສ້າງຮາກຖານການເມືອງ ແລະວຽກ 3 ສ້າງ ພ້ອມທັງສຸມໃສ່ການຄົ້ນຄ້ວາແລກປຽນປະກອບຄໍາຄິດເຫັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ-ການເມືອງ ແລະວຽກ 3 ສ້າງໃນປີ 2022 ໃຫ້ມີປະສິດທິພາບ ແລະມີຜົນສໍາເລັດສູງ ແລະກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມ ແລະໃຫ້ທິດຊີ້ນໍາຂອງປະທານກອງປະຊຸມ ແລະຜູ້ຊີ້ນໍາເມືອງລະຄອນເພັງຕື່ມອີກ.
Cr: ສື່ມວນຊົນລະຄອນເພັງ