ເມືອງລະຄອນເພັງ, ແຂວງສາລະວັນ ເອົາໃຈໃສ່ເປັນພິເສດຕໍ່ການຄຸ້ມ ຄອງເຮືອຫາປາຂອງປະຊາຊົນຢູ່ຕາມລໍາແມ່ນໍ້າຂອງທີ່ເປັນຊາຍແດນຕິດກັບປະເທດໃກ້ຄຽງ ພາຍ ຫລັງທີ່ລັດຖະບານມີມາດຕະການຜ່ອນຜັນ ແລະ ອະນຸ ຍາດໃຫ້ສາມາກນຳໃຊ້ເຮືອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດໄດ້ແລ້ວ ເພື່ອແນໃສ່ປ້ອງກັນການລະ ບາດຂອງພະຍາດໂຄວິດ-19.
ທ່ານ ໄຊຊະນະ ສີສະຫວັດ, ຮອງເຈົ້າເມືອງລະຄອນເພັງ ໃຫ້ສຳພາດວ່າ: ຄະນະສະເພາະກິດທີ່ກ່ຽວຂ້ອງຂອງເມືອງ ໄດ້ເອົໃຈໃສ່ຄຸ້ມຄອງການໃຊ້ເຮືອຫາປາຂອງປະຊາ ຊົນຕາມລໍາແມ່ນໍ້າຂອງຢ່າງເຂັ້ມງວດ ໂດຍມອບໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ຮ່ວມກັບອົງການປົກຄອງ 9 ບ້ານທີ່ຢູ່ລຽບຕາມລໍາແມ່ນນໍ້າຂອງທີ່ເປັນຊາຍແດນກັບປະເທດໃກ້ຄຽງ ແລະ ອະນຸຍາດໃຫ້ປະຊາຊົນໃຊ້ເຮືອຫາປາໃນແຕ່ລະວັນໄດ້ໃນໄລຍະເວລາ 7 ໂມງ00 – 17ໂມງ 00 ຫລັງຈາກນັ້ນໃຫ້ເອົາເຮືອມາໂຮມ ກັນໄວ້ເຊີ່ງມີທັງໝົດ 9 ຈຸດ (ບ້ານລະຈຸດ). ສ່ວນອົງການປົກຄອງເມືອງ ໄດ້ສົ່ງໜ່ວຍງານທີ່ກ່ຽວຂ້ອງລົງໂຄສະນາເຜີຍແຜ່ກ່ຽວກັບຜົນຮ້າຍຂອງພະຍາດໂຄວິດ-19 ໃຫ້ປະ ຊາຊົນຢູ່ບັນດາບ້ານທີ່ຢູ່ລຽບຕາມຊາຍແດນໄດ້ຮັບຮູ້ ແລະ ແນະນຳລູກຫລານຂອງຕົນທີ່ໄປເຮັດວຽກຢູ່ປະເທດໃກ້ ຄຽງ ຖ້າຕ້ອງການເດີນທາງກັບບ້ານໃຫ້ເດີນທາງມາຢ່າງຖືກຕ້ອງຕາມລະບຽບການ.
ຮອງເຈົ້າເມືອງລະຄອນເພັງ ໃຫ້ຮູ້ຕື່ມວ່າ: ຜ່ານການຄຸ້ມຄອງການໃຊ້ເຮືອຫາປາຂອງປະຊາຊົນຢູ່ຕາມລໍາແມ່ນໍ້າຂອງທີ່ເປັນຊາຍແດນຕິດກັບປະເທດໃກ້ຄຽງ ກໍຄື ການປ້ອງກັນການລັກລອບເດີນທາງກັບຄືນປະເທດຂອງແຮງ ງານລາວຈາກປະເທດໃກ້ຄຽງ ເຫັນວ່າ ເມືອງລະຄອນເພັງບໍ່ພົບແຮງງານດັ່ງກ່າວລັກລອບເດີນທາງກັບຄືນປະເທດມາໄດ້ເກືອບສອງເດືອນແລ້ວ.
Cr: ບຸນຕຽງ ຈັນທະວົງ
2,414
People Reached
70
Engagements
Boost Post
You and 20 others
3 Comments
2 Shares
Like

Comment
Share
Loading...