ວັນທີ 9 ພຶດສະພາ 2022, ຢູ່ນະຄອນຫຼວງຮ່າໂນ້ຍ ສສຫວຽດນາມ, ສະຖານທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ຮວມກັບ ວາລະສານຍຸກສະໄໝ ແລະ ສະມາຄົມມິດຕະພາບ ຫວຽດນາມ – ລາວ ໄດ້ ຈັດກອງປະຊຸມ ລະດົມການປະກວດ ເລື່ອງສັ້ນ ມິດຕະພາບລາວຫວຽດນາມຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ – ລາວ.
ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີ ທ່ານ ຟານແອງເຊີນ, ຮອງປະທານ, ເລຂາທິການສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ; ທ່ານ ຈັນທະພອນ ຄຳມະນີຈັນ, ອຸປະທູດຊົ່ວຄາວ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ແລະ ບັນດາການນຳຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະມາຄົມມິດຕະພາບ ລາວ-ຫວຽດນາມ.
ການ ລະດົມການປະກວດ ເລື່ອງສັ້ນ ມິດຕະພາບລາວຫວຽດນາມຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ – ລາວ. ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 9 ພຶດສະພາ 2022 ຫາວັນທີ 31 ສິງຫາ 2022. ທ່ານ ຟານແອງເຊີນ ໄດ້ມີຄວາມເຫັນ ວ່າ: “ການປະກວດແມ່ນເປີດໂອກາດເພື່ອໃຫ້ປະຊາຊົນ, ພະນັກງານ, ອະດີດທະຫານ, ນັກປະພັນ, ນັກສິລະປິນ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທຸກຊັ້ນວັນນະຂອງສອງປະເທດຫວນຄືນ, ເລົ່າຄືນ ແລະ ຂຽນກ່ຽວກັບຄວາມຊົງຈຳຂອງການຮ່ວມມື ຂອງສອງປະເທດ, ເລື່ອງລາວທີ່ຕື້ນຕັນໃຈ, ສູງສົ່ງ, ໜ້າຈົດຈໍາ ແລະ ເອກອ້າງທະນົງໃຈກ່ຽວກັບສາຍພົວພັນມິດຕະພາບ ຫວຽດນາມ – ລາວ, ລາວ – ຫວຽດນາມ”.
ທ່ານ ພົນຕີ ຫງວຽນຕ໊ຽນລອງ, ຮອງປະທານສູນກາງສະມາຄົມມິດຕະພາບຫວຽດນາມ – ລາວ ມີຄວາມເຫັນຕື່ມວ່າ: ບັນດາບົດເລື່ອງສັ້ນ, ບົດຄວາມ ທີ່ມີເນື້ອໃນອັນເປັນ ຄຸນຄ່າທາງຫວັດສາດແຫ່ງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວຕ້ອງສືບຕໍ່ໄດ້ຮັບການໂຄສະນາ, ອີກຕໍ່ໄປ.
ການປະກວດ ເລື່ອງສັ້ນ ມິດຕະພາບລາວຫວຽດນາມຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ – ລາວ, ເປັນການສົ່ງເສີມບັນດາຄຸນຄ່າອັນສູງສົ່ງຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ – ລາວ, ພິເສດແມ່ນໄວໜຸ່ມ, ດ້ວຍແບບວິທີໃໝ່ ແລະ ດຶງດູດກວ່າເກົ່າ. ຄຽງຄູ່ກັນນັ້ນ, ການປະກວດຍັງໄດ້ປະກອບສ່ວນຊຸກຍູ້ຄວາມສາມັກຄີແບບພິເສດຂອງຊາວຫວຽດນາມ ກັບບັນດາປະເທດ ແລະ ເພື່ອນມິດໃນໂລກ.
ສະມາຄົມມິດຕະພາບ ຫວຽດນາມ – ລາວ ຈະຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຂອງການປະກວດ ລະດົມການປະກວດ ເລື່ອງສັ້ນ ມິດຕະພາບລາວຫວຽດນາມຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ – ລາວ, ໃຫ້ພະນັກງານ, ສະມາຊິກພັກໃນທົ່ວປະເທດ, ພ້ອມກັນນັ້ນ ຈະປະກອບສ່ວນໂຄສະນາເຜີຍແຜ່ລົງເຖິງປະຊາຊົນ ເພື່ອໃຫ້ການປະກວດປະສົບຜົນດີງາມທີ່ສຸດ.
ທ່ານ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາລາວ, ຮອງປະທານ ທັງເປັນ ເລຂາທິການສະມາຄົມມິດຕະພາບລາວ – ຫວຽດນາມ ຂັ້ນສູງກາງ ໄດ້ຕີລາຄາສູງການຈັດຕັ້ງການປະກວດ ເລື່ອງສັ້ນ ມິດຕະພາບລາວຫວຽດນາມຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ – ລາວ, ທ່ານ ເນັ້ນໜັກວ່າ, ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນສໍາລັບການຊຸກຍູ້ ແລະ ສົ່ງເສີມຄົນໄວໜຸ່ມຮ່ຳຮຽນ ແລະ ຮັບຮູ້ຄວາມສຳຄັນຂອງສາຍພົວພັນແບບພິເສດລາວ-ຫວຽດນາມ, ແລະ ຢືນຢັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ.
ທ່ານ ສາຍຂອງ ສາຍນະສິນ ໃຫ້ຮູ້ວ່າ, ຄະນະຈັດຕັ້ງຈະໝູນໃຊ້ປະສົບການ ຂອງຕົນເພື່ອກວດກາ ແລະ ຄັດເລືອກບົດປະພັນທີ່ມີຄວາມໝາຍທີ່ສຸດຂອງຜູ້ເຂົ້າຮ່ວມການປະກວດ ເພື່ອໃຫ້ປະຊາຊົນສອງປະເທດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນມິດຕະພາບແບບພິເສດ, ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ.
ທ່ານ ຈັນທະພອນ ຄຳມະນີຈັນ, ອຸປະທູດຊົ່ວຄາວ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ການປະກວດ ເລື່ອງສັ້ນ ມິດຕະພາບລາວຫວຽດນາມຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ – ລາວ. ມີເປົ້າໝາຍເພື່ອຊອກຄືນ ແລະ ເຕົ້າໂຮມບັນດາຄວາມຊົງຈຳ, ວັດຖຸພັນທີ່ປະຖົມປະຖານ, ເລັກໆ ນ້ອຍໆ, ເກົ່າແກ່ ແຕ່ບັນຈຸ ແລະ ຮັກສາບັນດາຄຸນຄ່າອັນລໍ້າຄ່າຂອງຄວາມຮູ້ສຶກ ແລະ ປະວັດສາດການພົວພັນ ລະຫວ່າງປະຊາຊົນສອງປະເທດ.
ທີ່ພິທີປຸກລະດົມ, ຄະນະຈັດຕັ້ງການປະກວດ ເລື່ອງສັ້ນ ມິດຕະພາບລາວຫວຽດນາມຄົບຮອບ 60 ປີ ໄດ້ແນະນຳໂດຍຫຍໍ້ກ່ຽວກັບກະຕິກາ ແລະ ຂໍ້ມູນຈຳເປັນຈຳນວນໜຶ່ງຂອງການປະກວດ.
ຕາມກະຕິກາການປະກວດ, ຜູ້ເຂົ້າຮ່ວມແມ່ນບັນດາບຸກຄົນ, ໝູ່ຄະນະນັກຊ່ຽວຊານ, ພະນັກງານ, ນັກຮົບຂອງບັນດາກຳລັງປະກອບອາວຸດ, ອົງການ, ອົງການຈັດຕັ້ງມະຫາຊົນ, ບັນດາຫົວໜ່ວຍ, ວິສາຫະກິດ, ນັກສິລະປິນ, ນັກສຶກສາຕ່າງປະເທດ, ນັກສຶກສາ, ນັກທ່ອງທ່ຽວ… ຫວຽດນາມ ທີ່ເຄີຍເຮັດວຽກ, ສຶກສາ, ໄປທ່ອງທ່ຽວຢູ່ລາວ ຫຼື ມີສາຍພົວພັນ, ເຮັດວຽກກັບເພື່ອນລາວ; ອົງການຈັດຕັ້ງ, ພົນລະເມືອງ, ພະນັກງານ, ນັກສຶກສາຕ່າງປະເທດ, ນັກສຶກສາ… ລາວ ໄດ້ເຮັດວຽກ, ສຶກສາ, ໄປທ່ອງທ່ຽວຢູ່ຫວຽດນາມ ຫຼື ມີການພົວພັນ ແລະ ເຮັດວຽກກັບຊາວຫວຽດນາມ.
ບົດທີ່ເຂົ້າຮ່ວມການປະກວດແມ່ນບົດຂຽນ, ຄລິບວີດີໂອ, ເອົາດີໂອ ກ່ຽວກັບເລື່ອງລາວທີ່ກ່ຽວຂ້ອງກັບຂອງທີ່ລະນຶກຂອງຕົນ. ບົດທີ່ເຂົ້າຮ່ວມການປະກວດອາດຈະຂຽນ, ເລົ່າເລື່ອງຄວາມຊົງຈຳກ່ຽວກັບ ຂອງທີ່ລະນຶກອັນໜຶ່ງ ຫຼື ຫຼາຍກວ່ານັ້ນ, ໂດຍເປັນພາສາຫວຽດ ຫຼື ພາສາລາວ. ຜູ້ຂຽນແຕ່ລະຄົນ/ກຸ່ມ ສາມາດສົ່ງ 1 – 5 ບົດເຂົ້າປະກວດ. ບົດຂຽນຕ້ອງມີຮູບພາບ, ຂອງທີ່ລະນຶກ ແລະ ເອກະສານສາລະຄະດີທີ່ກ່ຽວຂ້ອງຕິດຄັດໄປນຳ. ແຕ່ລະບົດທີ່ເຂົ້າຮ່ວມການປະກວດຕ້ອງມີຄວາມຍາວບໍ່ເກີນ 2.000 ຄໍາ (ພາສາຫວຽດ).
ຂອງທີ່ລະນຶກໄດ້ຂຽນ, ອະທິບາຍແມ່ນບັນດາວັດຖຸພັນຂອງບຸກຄົນ, ອົງການຈັດຕັ້ງກ່ຽວກັບການພົວພັນລະຫວ່າງບຸກຄົນ, ໝູ່ຄະນະ, ໜ່ວຍງານ ແລະ ທ້ອງຖິ່ນລະຫວ່າງຫວຽດນາມ ແລະ ລາວ. ບັນດາວັດຖຸພັນແມ່ນວັດຖຸສິ່ງຂອງ (ໝວກ, ເສື້ອ, ກະເປົ໋າ, ໄຟສາຍ,…); ວັດຖຸພັນທີ່ຈົດກ່າຍບັນທຶກ, ບົດປະພັນວັນນະຄະດີ ແລະ ສິລະປະ (ຈົດໝາຍ, ບົດເພງ, ບົດກະວີ, ຮູບພາບ…). ວັດຖຸພັນຕ້ອງມີການເກັບຮັກສາໄວ້ຢ່າງຫນ້ອຍສຸດ 5 ປີ (ແຕ່ປີ 2017). ວັດຖຸພັນເຫຼົ່ານັ້ນຕ້ອງມີປະຫວັດ, ຕົ້ນກໍາເນີດ ແລະ ເນື້ອໃນ, ເຫດຜົນໃນການເກັບຮັກສາ. ວັດຖຸປະພັນທີ່ບໍ່ນອນໃນປະເພດທີ່ມີຄວາມຂັດແຍ້ງກ່ຽວກັບສິດເປັນເຈົ້າຂອງ, ບໍ່ຢູ່ໃນບັນຊີລາຍຊື່ວັດຖຸ, ສິນຄ້າ ແລະ ອື່ນໆ, ເຊິ່ງຖືເປັນຂອງຜິດກົດໝາຍ ຫຼື ເກັບຮັກສາໄວ້ແບບຜິດກົດໝາຍຫວຽດນາມ ແລະ ລາວ.
ຜູ້ຂຽນສາມາດເລືອກ 3 ວີທີເພື່ອສົ່ງບົດເຂົ້າຮ່ວມການປະກວດດັ່ງຕໍ່ໄປນີ້:
ວິທີທີ 1: ສົ່ງ CD/DVD, USB, ເອກະສານຜ່ານທາງໄປສະນີ ຫຼື ໂດຍກົງໄປຍັງຄະນະຈັດຕັ້ງການປະກວດ “ໃຫ້ຂອງທີ່ລະລຶກເລົ່າເລື່ອງ” ຢູ່ທີ່ຢູ່: ວາລະສານຍຸກສະໄໝ, ເລກທີ 61 ບ່າຈ້ຽວ, ຕາແສງ ຮ່າງບ່າຍ, ເມືອງ ຮວ່ານກ໋ຽມ, ນະຄອນຫຼວງຮ່າໂນ້ຍ); ເບີໂທລະສັບ 84-24-39445396. ໂທລະສັບສາຍດ່ວນ: 097.681.2201.
ວິທີທີ 2: ສົ່ງເອກະສານການເຂົ້າທີ່ຢູ່ ອີເມວ: toasoan@thoidai.com.vn
ວິທີທີ 3: ສົ່ງເຂົ້າເວັບໄຊຂອງການປະກວດ. ຜູ້ເຂົ້າຮ່ວມການປະກວດສາມາດເຂົ້າໃນ 3 ເວັບໄຊ: https://thoidai.com.vn/; https://huunghivietlao.thoidai.com.vn/ ; http://60namvietlao.thoidai.com.vn/ ຈະໄດ້ຮັບຄຳແນະນຳລະອຽດກ່ຽວກັບການປະກວດ.
ຄະນະຈັດຕັ້ງເປີດຮັບບົດເຂົ້າຮ່ວມການປະກວດແຕ່ວັນທີ 9 ພຶດສະພາ 2022 ເຖິງວັນທີ 31 ສິງຫາ 2022 (ຕາມວັນທີຝາກທາງໄປສະນີ ຫຼື ວັນທີຮັບບົດເຂົ້າຮ່ວມການປະກວດ ຜ່ານທາງອີເມວ, ເວັບໄຊຂອງຄະນະຈັດຕັ້ງ). ໂຄງປະກອບລາງວັນ ປະກອບມີ: ລາງວັນພິເສດ 01 ລາງວັນ, ລາງວັນທີໜຶ່ງ 05 ລາງວັນ, ລາງວັນທີສອງ 15 ລາງວັນ, ລາງວັນທີສາມ 20 ລາງວັນ ແລະ ລາງວັນຊົມເຊີຍ 30 ລາງວັນ.
ທີ່ພິທີມອບລາງວັນການແຂ່ງຂັນ, ຄະນະຈັດຕັ້ງຈະຈັດວາງສະແດງບັນດາຂອງທີ່ລະນຶກພິເສດ, ພົ້ນເດັ່ນ. ຜູ້ເຂົ້າຮ່ວມການປະກວດ ແລະ ກຸ່ມຜູ້ເຂົ້າຮ່ວມການປະກວດສາມາດຕິດຕໍ່ກັບຄະນະຈັດຕັ້ງການປະກວດ ຫຼື ສະແດງໃນບົດທີ່ເຂົ້າຮ່ວມການປະກວດກ່ຽວກັບຄວາມຕ້ອງການທີ່ຈະສົ່ງ ຂອງທີ່ລະນຶກມາວາງສະແດງທີ່ພິທີມອບລາງວັນ (ຄາດວ່າຈະຈັດຂຶ້ນໃນເດືອນກັນຍາ 2022).
Loading...