ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 6 ເມສາ 2022 ນີ້, ຢູ່ສະພາແຫ່ງຊາດ ໄດ້ຈັດກອງ​ປະຊຸມເພື່ອລະດົມແນວຄວາມຄິດກ່ຽວກັບ ການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ວາ ລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ, ລັດຖະມົນຕີ ແລະ ຕາງໜ້າອົງການຈັດຕັ້ງສາກົນ ທີ່ປະຈໍາຢູ່ ສປປ ລາວ ເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ໃນໄລຍະຜ່ານມາບັນດາປະເທດໃນໂລກ ແລະ ພາກພື້ນ ກໍຄື ປະເທດເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍໃໝ່ນັ້ນ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ອື່ນໆ ເປັນຕົ້ນ ຂະແໜງອຸດສາຫະກຳ, ການຄ້າ, ກະສິກຳ, ການບໍລິການ ແລະ ຫລາຍຂະແໜງການໃນທົ່ວປະເທດ.
ຜ່ານມາລັດຖະບານ ກໍໄດ້ພະຍາຍາມເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ແຕ່ຍ້ອນມີຄວາມຫຍຸ້ງຍາກດັ່ງກ່າວ ພວກເຮົາຕ້ອງມີຄວາມພະຍາຍາມຕື່ມ. ດັ່ງນັ້ນ, ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ສະພາແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມລະດົມຄວາມຄິດ ເພື່ອຮັບຟັງການປະກອບຄໍາຄິດເຫັນຈາກບັນດາທ່ານ ທີ່ມາຈາກຫລາຍຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ສະມາຊິກສະ ພາແຫ່ງຊາດທີ່ເປັນກໍາມະການຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດ ລ້ອມ, ບັນດາຂະແໜງການຂົງເຂດເສດຖະກິດ, ສະຖາບັນຄົ້ນຄວ້າເສດຖະກິດ, ຕາງໜ້າຈາກອົງການສາກົນປະຈໍາ ສປປ ລາວ ເພື່ອຊອກໃຫ້ເຫັນບັນຫາ ແລະ ຫາວິທີການແກ້ໄຂບັນຫາດັ່ງກ່າວຮ່ວມກັນ ເພື່ອເປັນແນວທາງໃຫ້ແກ່ພາກສ່ວນກ່ຽວຂ້ອງ ໃນການສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ຮັບປະກັນໃຫ້ການຈັດຕັ້ງປະ ຕິບັດຖືກຕ້ອງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.
ຂ່າວ: ສຸກສະຫວັດ ສົມສະໜິດ
ພາຍ: ອ່າຍຄຳ