ວັນທີ 21 ມີນາ ແມ່ນວັນທີ່ປວງຊົນລາວທັງຊາດ, ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນເມືອງທ່າແຂກ ກໍຄື ປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມ ເພາະກ່ອນໜ້ານີ້ ຄື ວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝລັ່ງທີ່ເຄີຍປະລາໄຊຢູ່ລາວ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນການບຸກລຸກຄັ້ງໃໝ່ຂອງພວກສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສົມທົບກັບກໍາລັງປະກອບອາວຸດຫວຽດນາມຢູ່ລາວ ດໍາເນີນການຕໍ່ສູ້ ຕີຕ້ານການບຸກລຸກບຽດຢຶດຂອງສັດຕູຢູ່ຕົວເມືອງຕ່າງໆ, ໃນນີ້ ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງ ກັນຕົວເມືອງທ່າແຂກ ຊຶ່ງເປັນຈຸດຍຸດທະສາດສໍາຄັນຂອງການປະຕິວັດໃນເວລານັ້ນ. ຄະນະບັນຊາການທະຫານ ແລະ ຄະນະຮັບຜິດຊອບຮັກສາຕົວເມືອງທ່າແຂກ ແມ່ນ ປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດ ໄດ້ນໍາພາກໍາລັງປະກອບອາວຸດຂອງລາວ ແລະ ຊາວຫຽດນາມຕ່າງດ້າວຕໍ່ສູ້ຢ່າງດຸເດືອດ, ເດັດດ່ຽວ ແລະ ອາດຫານທີ່ ສຸດ.
ຢ່າງໃດກໍຕາມ ຍ້ອນເຫລັກຫລາຍກວ່າຖ່ານ ຄື ພວກລ່າເມືອງຂຶ້ນຝລັ່ງ ມີອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ ເຮັດໃຫ້ທະຫານປະຕິວັດຂອງພວກເຮົາບໍ່ສາມາດຮັກສາຕົວເມືອງທ່າແຂກໄວ້ໄດ້ ຈິ່ງຕັດສິນໃຈທັງຕ້ານ ແລະຖອຍໄປທາງແຄມແມ່ ນໍ້າຂອງພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ ແລະ ໄມ້ທ່ອນ ເພື່ອລອຍຂ້າມໄປແຂວງນະຄອນພະນົມ, ປະເທດໄທ ແຕ່ພວກສັດຕູໄດ້ໃຊ້ເຮືອບິນ, ປືນ ໃຫຍ່, ປືນກົນ ແລະ ປືນຊະນິດອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາທີ່ພວມຂ້າມແມ່ ນໍ້າຂອງຢ່າງໂຫດຮ້າຍສາມານທີ່ສຸດ ເຮັດໃຫ້ພະນັກງານນັກຮົບ ແລະ ປະຊາຊົນລົ້ມຕາຍ ແລະ ບາດເຈັບຢ່າງຫລວງຫລາຍ, ສ່ວນເຮືອຈັກທີ່ປະທານ ສຸພານຸວົງ ແລະ ພະນັກງານຈໍານວນໜຶ່ງຂີ່ໄປຖືກເຮືອບິນສັດຕູຍິງຢູ່ກາງແມ່ນໍ້າຂອງ, ນັກຮົບປະຕິວັດລາວຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາໂຕບັງ ປະທານ ສຸພານຸວົງ ເຮັດໃຫ້ເຂົາເຈົ້າເສຍຊີວິດຄາທີ່, ສ່ວນປະທານ ສຸພານຸວົງ ໄດ້ຮັບບາດເຈັບສາຫັດ ແລະ ນໍາໄປປິ່ນປົວຢູ່ໂຮງໝໍແຂວງນະຄອນພະນົມຂອງໄທ.
ພາຍຫລັງພວກລ່າເມືອງຂຶ້ນຝລັ່ງ ແລະ ລູກແຫລ່ງຕີນມືຂອງພວກມັນຢຶດ ຄອງຕົວເມືອງທ່າແຂກໄດ້ແລ້ວ ພວກເຂົາໄດ້ສ້າງໂທດກຳອັນໂຫດຮ້າຍ ແລະ ບໍ່ມີມື້ຈະຫລົງລືມໄດ້ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ດ້ວຍການເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ຂ້າແມ່ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາປ່ານມັດປາກແລ້ວຖີ້ມລົງນໍ້າຂອງ ແລະ ໃສ່ຄົກມອງຕຳຈົນເສຍຊີວິດ, ເອົາຍິງກວາດໃສ່ຜູ້ຄົນແລ້ວໂຍນລົງນໍ້າຂອງ ເຮັດໃຫ້ແມ່ນໍ້າຂອງຍາມນັ້ນກາຍເປັນສີແດງດ້ວຍເລືຶອດ ແລະ ຊາກສົບ, ປະຊາ ຊົນຜູ້ບໍລິສຸດ, ລວມທັງແມ່ຍິງ ແລະ ເດັກນ້ອຍ ຫລາຍກ່ວາ 3.000 ຄົນຖືກຂ້າຕາຍ, ຂະນະທີ່ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທໍາລາຍເປັນຈໍານວນຫຼວງຫລາຍ, ຄອບຄົວ, ຜົວ, ເມຍ, ພໍ່, ແມ່ ແລະ ລູກຖືກພັດພາກຈາກກັນ, ລູກກາຍເປັນກໍາພ້າ-ກຳພອຍ ຢ່າງໜ້າເວດທະນາທີ່ສຸດ.
ຍ້ອນການກະທໍາທີ່ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍປ່າເຖື່ອນທີ່ພວກລ່າເມືອງຂຶ້ນຝລັ່ງກໍ່ຂຶ້ນ, ວັນທີ 21 ມີນາປີ 1946 ຈິ່ງໄດ້ກາຍເປັນວັນຄຽດແຄ້ນ ຂອງປະຊາ ຊົນລາວຕໍ່ພວກລ່າເມືອງຂຶ້ນຝລັ່ງຜູ້ຮຸກຮານ, ຫລັງຈາກນັ້ນຈິ່ງປ່ຽນມາເປັນ ວັນຜູ້ເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຈົນເຖີງປັດຈຸບັນນີ້.
ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ບໍ່ພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວບັນດາເຜົ່າຕໍ່ພວກລ່າເມືອງຂຶ້ນຝລັ່ງຜູ້ຮຸກຮານເທົ່ານັ້ນ ແຕ່ຍັງເປັນວັນແຫ່ງຄວາມສາມັກຄີຕໍ່ສູ້ດ້ວຍເລືອດເນື້ອ ແລະ ເປັນຕາຍຮ່ວມກັນລະຫວ່າງສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ເປັນແວ່ນແຍງອັນເຫລື້ອມໃສຂອງນໍ້າໃຈສູ້ຮົບຢ່າງພິລະອາດຫານບໍ່ຍອມຈໍານົນຂອງກອງທັບ ແລະ ປະຊາຊົນຊາວເມືອງທ່າແຂກ ກໍຄື ການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະນະກອງບັນຊາການກໍາລັງປະກອບອາ ວຸດຂອງພວກເຮົາ, ພ້ອມນີ້ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ, ເພີ່ນຍັງເປັນນັກຮົບປະຕິວັດທີ່ກ້າແກ່ນ, ເປັນຜູ້ບັນຊາການທະຫານທີ່ມີຄວາມຊໍານິຊໍານານໃນການວາງແຜນສູ້ຮົບ, ຈັດຕັ້ງສູ້ຮົບ ແລະ ເປັນຜູ້ທີ່ກ້າເສຍສະຫລະຊີວິດເພື່ອປະເທດ ຊາດຢ່າງອົງອາດກ້າຫານ, ທັງຮູ້ປັບປຸງກໍ່ສ້າງກໍາລັງ ແລະ ຮູ້ສຶກສາອົບຮົມຊາວໜຸ່ມໃຫ້ມີຈິດໃຈຮັກຊາດຂຶ້ນສູ່ລະດັບສູງ.
ນອກຈາກນີ້ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໄດ້ກາຍເປັນສະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕຂອງຊາດລາວເຮົາກ້າວໄປສູ້ການປົດປ່ອຍປະ ເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສປປ ລາວ ໃນວັນ 2 ທັນວາ ປີ 1976.
ວິລະກໍາອັນໂຫດຮ້າຍປ່າເຖື່ອນທີ່ພວກລ່າເມືອງຂຶ້ນຝລັ່ງໄດ້ສ້າງໄວ້ຢູ່ເມືອງທ່າແຂກ ເຖີງວ່າຜ່ານມາໄດ້ 7 ທົດສະວັດກວ່າແລ້ວກໍຕາມ ແຕ່ປະຊາຊົນລາວບັນດາເຜົ່າ, ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນຊາວເມືອງທ່າແຂກ, ແຂວງຄໍາມວ່ນ ຍັງຈົດຈໍາໄດ້ເປັນຢ່າງດີ ແລະ ບໍ່ມີວັນທີ່ຈະຫລົງລືມໄດ້.
Cr: ບຸນຕຽງ ຈັນທະວົງ



