ລະນຶກໄຊຊະນະດ້ຽນບຽນຝູທີ່ສະເທືອນທົ່ວໂລກ
ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານ: ຕົ້ນເດືອນພຶດສະພາ, ດິນແດນວິລະຊົນດ້ຽນບຽນຂອງຫວຽດ
ນາມ ໄດ້ຕ້ອນຮັບນັກທ່ອງທ່ຽວນັບໝື່ນຄົນທີ່ມາຈາກສາລະ ທິດໃນທົ່ວປະເທດມາຢ້ຽມຢາມ. ໃນຈຳນວນນັ້ນ, ມີບັນດາ ນັກ ຮົບ, ຊາວໜຸ່ມຕະລຸມບອນ, ເກນແຮງງານ, ຜູ້ມີການປະກອບສ່ວນ ໂດຍກົງເຂົ້າໃນການຍາດເອົາໄຊຊະນະດ້ຽນບຽນຝູ “ທີ່ດັງກ້ອງກັງວານ ໄປທົ່ວ 5 ທະວີບ, ສັ່ນສະເທື່ອນໄປທົ່ວໂລກ” ຕະຫລອດໄລຍະ 70 ປີຜ່ານມາ.
ຄວາມຕື້ນຕັນໃຈ, ສະເທືອນໃຈ, ເອກອ້າງທະນົງໃຈ ແລະ ດີໃຈ ແມ່ນບັນດາຄວາມຮູ້ສຶກອາລົມຈິດພິເສດຂອງເຂົາເຈົ້າ ເມື່ອໄດ້ພົບພໍ້ກັນ ໃນມື້ທີ່ກັບຄືນມາຢາມດ້ຽນບຽນ.ນັກຮົບດ້ຽນບຽນ, ທະຫານຕະລຸມບອນ, ເກນແຮງງານເກືອບ 140 ຄົນ ທີ່ມາຈາກບັນດາແຂວງ, ນະຄອນດ້ຽນບຽນ, ເຊີນລາ, ລາຍເຈົາ, ລ່າວກາຍ, ອຽນບ໋າຍ, ຮວ່າບິ່ງ, ນະຄອນ ໂຮ່ຈີມິນ ໄດ້ພົບພໍ້ກັນ, ຫວນຄືນຊຸມວັນເດືອນປີ ຕໍ່ສູ້ທີ່ລຳບາກ ກາກກຳ, “ຕັດສິນໃຈສູ້ຮົບ, ຕັດ ສິນໃຈເອົາໄຊຊະນະ”, ປະກອບສ່ວນສ້າງໄຊຊະນະ ດ້ຽນບຽນຝູ ທີ່ສະຫງ່າອົງອາດ, ດັງກ້ອງກັງວານໄປທົ່ວ 5 ທະວີບ.
ການພົບພໍ້ກັນຄັ້ງພິເສດນີ້ ໄດ້ດຳເນີນຢູ່ ເຂດສຸສານນັກ ຮົບເສຍສະຫລະຊີວິດ ເພື່ອຊາດ A1, ໃນຂອບເຂດລາຍການພົບປະສັງສັນ, ສະແດງຄວາມຮູ້ບຸນຄຸນ ຕໍ່ບຸກຄົນທີ່ໄດ້ເຂົ້າຮ່ວມ ບັ້ນຮົບດ້ຽນບຽນຝູ ໂດຍກົງ, ໂດຍຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ແລະ ແຂວງດ້ຽນບຽນ ຈັດຂຶ້ນ.ມີຫລາຍຄົນ ໄດ້ເວົ້າຢອກກັນວ່າ ການເດີນທາງກັບຄືນມາ ຢ້ຽມຢາມສະໜາມຮົບເກົ່ານີ້ ຍັງຍາກກວ່າ ການແກ່ປືນໃຫຍ່ ເຂົ້າສະໜາມຮົບ ກ່ອນນີ້ 70 ປີ, ເພາະວ່າ ບັນດາຊາວໜຸ່ມຜູ້ເຂັ້ມ ແຂງໃນຄາວນັ້ນ ກໍມີອາຍຸສູງຫລາຍແລ້ວ, ສຸຂະພາບ ກໍເລີ່ມອ່ອນເພຍໄປ.
ເຖິງຢ່າງໃດຕາມ, ເຂົາເຈົ້າຍັງຫ້າວຫັນ ເຂົ້າຮ່ວມການຢ້ຽມ ຢາມ ທີ່ມີຄວາມໝາຍນີ້, ເຊິ່ງອາດຈະເປັນການຢ້ຽມຢາມ ດ້ຽນບຽນ ຄັ້ງສຸດທ້າຍຂອງເຂົາເຈົ້າ. ທ່ານ ຫງວຽນທ້ຽນ, ມາຈາກແຂວງ ອຽນບ໋າຍ, ຜູ້ເຮັດວຽກງານຕິດຕໍ່ສື່ ສານຢູ່ກອງບັນຊາການບັ້ນຮົບ ດ້ຽນບຽນຝູ, ກອງວິທະຍຸ ໂທລະເລກ 101, ກົມສື່ສານ, ແບ່ງປັນວ່າ: “ກອງວິທະຍຸໂທລະເລກຂອງພວກຂ້າພະເຈົ້າໃນປັດຈຸບັນ ຍັງເຫຼືອບໍ່ເທົ່າໃດຄົນ.
ຊຸມປີກ່ອນໆຍັງມີຄະນະຕິດຕໍ່ພົວພັນ, ພວກຂ້າພະເຈົ້າ ກໍໄດ້ພົບປະກັນ, ແຕ່ວ່າຈຳນວນພົນກໍນັບມື້ນັບຫລຸດໜ້ອຍ ຖອຍລົງຕາມການເວລາ. ເມື່ອໄດ້ມາພົບພໍ້ ເພື່ອນຮ່ວມກົມກອງ ແລະ ມິດສະຫາຍຢູ່ນີ້, ໃຜໆກໍແບ່ງປັນເລື່ອງລາວສະເພາະຂອງຕົນ, ເຖິງວ່າ ປັດຈຸບັນຍັງໜ້ອຍຄົນ ແຕ່ກໍດີໃຈຫລາຍ”.
ທ່າມກາງຄວາມພູມໃຈ ທີ່ໄດ້ພົບພໍ້ ເພື່ອນມິດສະຫາຍ, ເພື່ອນຮ່ວມກົມກອງ ອີກເທື່ອໜຶ່ງນັ້ນ ແມ່ນຄວາມຕື້ນຕັນໃຈ, ຄວາມສະເທືອນໃຈ ເມື່ອຢືນຢູ່ຕໍ່ໜ້າບັນດານັກຮົບ, ວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.
ທ່ານ ຫວູວັນຈີ, ມາຈາກແຂວງ ລາຍເຈົາ, ນັກຮົບ ດ້ຽນບຽນ ກອງພັນໃຫຍ່ 675, ກອງພົນປືນໃຫຍ່ 351, ແບ່ງປັນວ່າ: “ປີນີ້, ຂ້າພະເຈົ້າ ອາຍຸ 98 ປີ ແລ້ວ, ຂ້າພະເຈົ້າກໍພະຍາຍາມມາຖະຫວາຍ ທູບທຽນ ອາໄລຫາ ເພື່ອນຮ່ວມກົມກອງຂອງຕົນ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ. ມາໄດ້ຄືແນວນີ້ ຂ້າພະເຈົ້າ ກໍຮູ້ສຶກສົມຕາມຄວາມປະສົງແລ້ວ”.
ເຂດສຸສານນັກຮົບເສຍສະຫລະຊີວິດ ເພື່ອຊາດ A1 ແມ່ນໜຶ່ງໃນ 4 ເຂດສຸສານ ນັກຮົບເສຍສະຫລະຊີວິດ ເພື່ອຊາດໃນສະໄໝ ຕ້ານລ່າເມືອງຂຶ້ນ ຝຣັ່ງ, ແມ່ນບ່ອນຝັງສົບຂອງນັກຮົບເສຍສະຫລະ ຊີວິດໃນບັ້ນຮົບ ດ້ຽນບຽນຝູສ່ວນຫລາຍ. ໃນທ່າມກາງສະພາບສັດຕູຖີ້ມ ລະເບີດຢ່າງດຸເດືອດ, ເພື່ອຍາດເອົາ ເອກະລາດ, ເສລີພາບມາໃຫ້ ປະເທດຊາດ, ຍາດເອົາໄຊຊະນະທີ່ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ” ນັ້ນ, ມີປະຊາຊົນຜູ້ດີເດັ່ນ ຂອງຊາດນັບພັນຄົນ ໄດ້ນອນລົງ ດິນແດນແຫ່ງນີ້ ໂດຍບໍ່ມີວັນກັບຄືນ.
ເລືອດເນື້ອຂອງເຂົາເຈົ້າ ໄດ້ເຊື່ອມເຂົ້າດິນແດນ ແຫ່ງສັດສິດຂອງເຂດຕາເວັນ ຕົກ ພາກເໜືອ, ດ້ຽນບຽນ ເພື່ອໃຫ້ໃນວັນນີ້, ປະເທດຊາດ ຈຶ່ງມີເອກະລາດ, ເສລີພາບ; ປະຊາຊົນ ໄດ້ດຳເນີນຊີວິດໃນສັນຕິພາບ, ມີຊີວິດການເປັນຢູ່ຢ່າງອີ່ມໜຳສຳລານ ສົມບູນພູນສຸກ. ໂດຍມີຄວາມສະເທືອນໃຈຕໍ່ການເສຍສະຫລະ ຂອງເພື່ອນຮ່ວມກົມກອງ, ລຸງ ເຈິ່ນກວາງຈ້ຽວ, ອະດີດນັກຮົບ ດ້ຽນບຽນ ສັງກັດກອງພັນໃຫຍ່ 367, ກອງພົນປືນໃຫຍ່ 351 ກ່າວຄວາມໃນໃຈສູ່ຟັງວ່າ: “ເພື່ອນຮ່ວມກົມກອງ ຂອງຂ້າພະເຈົ້າ ໄດ້ນອນຢູ່ນີ້ ໂດຍທີ່ບໍ່ມີວັນກັບຄືນມາ, ມື້ນີ້, ຂ້າພະເຈົ້າ ໄດ້ກັບມາຢາມເພື່ອນແລ້ວ.
ຂ້າພະເຈົ້າຂໍສະແດງຄວາມຂອບໃຈເຂົາເຈົ້າ, ຂອບໃຈ ດ້ຽນບຽນຝູ ທີ່ໄດ້ສ້າງເຂດສຸສານແຫ່ງນີ້ ຂຶ້ນມາ ເພື່ອໃຫ້ມື້ນີ້, ບັນດານັກຮົບຜູ້ທີ່ຍັງມີຊີວິດ ຢູ່ຄືພວກຂ້າພະເຈົ້າ ໄດ້ມາຢາມນັກຮົບ ຜູ້ທີ່ເສຍຊີວິດໄປແລ້ວ”.ບັນດາອາລົມຈິດ ທີ່ພິເສດໃນການພົບປະ ສັງສັນນັກຮົບ ດ້ຽນບຽນ ນັ້ນ ອີກຄັ້ງໜຶ່ງໄດ້ເປັນການແຜ່ກະຈາຍນ້ຳໃຈ ຮັກຊາດ, ກໍາລັງແຮງແຫ່ງມະຫາສາມັກຄີ ທົ່ວປວງຊົນທັງຊາດ, ກໍຄືສະແດງຄວາມຮູ້ບຸນຄຸນອັນຫລົ້ນເຫລືອ ຕໍ່ລຸ້ນພໍ່ລຸ່ນອ້າຍ, ບັນດານັກຮົບວິລະຊົນ,ນັກຮົບເສຍສະຫລະ ຊີວິດເພື່ອນຊາດ, ຜູ້ທີ່ໄດ້ສະຫລະໄລຍະເວລາທີ່ສວຍງາມ ທີ່ສຸດຂອງຊີວິດ ເພື່ອປະເທດຊາດ, ເພື່ອບ້ານເກີດ ເມືອງນອນ ແລະ ດິນແດນ ດ້ຽນບຽນຝູ ວິລະຊົນ.