ທ່ານໂຈວຫລາງຝ່າ ຜູ້ຮັບຜິດຊອບລະບົບໄຟຟ້າ ຕາມເສັ້ນທາງລົດໄຟລາວຈີນ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນຕອນເຊົ້າວັນທີ 22 ພະຈິກ 2021ນີ້ ເຖິງສະພາບການຕິດຕັ້ງ ແລະກໍສ້າງໄຟຟ້າຕາມເສັ້ນທາງລົດໄຟລາວ-ຈີນວ່າ: ບໍລິສັດຂອງຕົນ
ໂດຍແມ່ນບໍລິສັດບໍລິສັດວິສະວະກໍາໄຟຟ້າອູຫັ້ນ ການລົດໄຟແຫ່ງປະເທດຈິນເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງວິຊາການໄດ້ເຂົ້າມາລາວແຕ່ທ້າຍເດືອນທັນວາ 2019 ຜ່ານມາ ,ໄລຍະ 2ປີ ຍ້ອນຄວາມດຸໝັ່ນອົດທົນ ພະຍາຍາມຢ່າງບໍ່ຢຸດຢັ້ງ ແລະສູ້ຊົນເຮັດວຽກໜັກຂອງພະນັກງານໝົດທຸກຄົນ ໃນທີ່ສຸດກໍສາມາດບັນລຸເປົ້າໝາຍຂອງການເປີດສັນຈອນລົດໄຟໃນທ້າຍປີນີ້ໄດ້ຢ່າງສົມບູນ.
ທ່ານໂຈວຫລາງຝ່າ ກ່າວຕື່ມວ່າ: ວຽກງານໂຄງການຫລັກທີ່ໜ່ວຍງານຂອງພວກເຮົາຮັບເໝົາກໍ່ສ້າງມີ ສະຖານີຈ່າຍໄຟຟ້າ 10kv ຈໍານວນ 8 ສະຖານີ , ສະຖານີແປງໄຟຟ້າແຮງດັນຕໍ່າ 32ແຫ່ງ ສະຖານີແປງໄຟຟ້າແບບເປັນບຼອກ 177 ແຫ່ງ, ສາຍເຄເບີ້ນເຊື່ອມ 1.214 ກິໂລແມັດ , ສະຖານີແປງໄຟຂັບເຄື່ອນ 10ແຫ່ງ, ສູນກາງຄວບຄຸມ 1 ແຫ່ງ, ຕິດຕັ້ງສາຍຊັກນໍາຂອງລະບົບສາຍສົ່ງເໜືອຫົວຈໍານວນ 576 ກິໂລແມັດ , ປະກອບເສົາຫລາຍກວ່າ 13.400ຊຸດ ອາຄານໄຟຟ້າສີ່ລະບົບ 12ແຫ່ງ, ໄຟເຍືອງທາງໃຫ້ແສງສະຫວ່າງໃນອຸມົງ 193 ກິໂລແມັດ.
ເພື່ອເປັນການເພີ່ມຄຸນນະພາບຂະແໜງວິຊາສະເພພາະທັງໝົດຂອງພວກເຮົາ ລ້ວນແຕ່ນໍາໃຊ້ເຕັກໂນໂລຊີ BIM ເພື່ຶເຮັດການຈໍາລອງແຜນງານລ່ວງໜ້າ, ໄດ້ຊອກຫາຈຸກບົກຜ່ອງຢູ່ໃນນັ້ນ ເປັນຕົ້ນແມ່ນ: ຄວາມຜິດພາດ, ສິ່ງທີ່ບົກຜ່ອງ, ການກະທົບ ແລະສິ່ງທີ່ຍັງຂາດເຂີນ, ນອກຈາກນັ້ນຍັງໄດ້ດໍາເນີນການຈັດວາງເຄື່ອງອຸປະກອນ, ການເລືອກເຄື່ອງອຸປະກອນ, ເສັ້ນທາງຂອງສາຍເຄເບິ້ນ, ຂະບວນການກໍ່ສ້າງແລະອື່ນໆທີ່ດີເລີດທີ່ສຸດ ເພື່ອຮັບປະກັນການກໍ່ສ້າງໃຫ້ໄດ້ຢ່າງດີເດັ່ນ ແຕ່ທໍາອິດໂລດ. ພ້ອມກັນນັ້ນສູນກາງການຈັດສົ່ງວັດຖຸອຸປະກອນທີ່ຫລວງພະບາງ ໄດ້ປະດິດສ້າງຫ້ອງກ່ຽວກັບວຽກງານການເຮັດວຽກຈໍາລອງ ເຊິ່ງຜູ້ຮັບຜິດຊອບເປັນອໍນວຍການສູນ, ສູນກາງຈັດສົ່ງທັງໝົດຮັບຜິດຊອບວຽກງານການປະກອບລ່ວງໜ້າຂອງໂຮງງານເພື່ອສົ່ງໃຫ້ການກໍ່ສ້າງຕະຫລອດເສັ້ນທາງ, ຊິ້ນສ່ວນອາໄຫ່ລນ້ອຍຈໍານວນຫລາຍແສນອັນລ້ວນແຕ່ປະກອບຢູ່ໃນສູນນີ້ , ຫ້ອງກ່ຽວກັບວຽກງານຈໍາລອງການເຮັດວຽກ ໄດ້ຄົ້ນຄວ້າ ແລະພັດທະນາປະຕິຮູບການປ່ຽນແປງຂະໜາດນ້ອຍ 10ປະເພດໄດ້ສໍາເລັດ ເພື່ອນໍາໃຊ້ເຂົ້າໃນທາງລົດໄຟລາວ-ຈີນ ໄດ້ເພີ່ມປະສິດທິພາບໃນການກໍ່ສ້າງ ແລະຫລຸດຜ່ອນໄພອັນຕະລາຍໃນການກໍສ້າງ.
ຄວາມອັນຕະລາຍໃຫ່ຍທີ່ສຸດຂອງໂຄງການໄຟຟ້າແຮງສູງຂອງພວກເຮົາແມ່ນຢູ່ໃນອັນຕະລາຍດ້ານຄວາມປອດໄພ ພາຍຫລັງທີ່ສົ່ງກະແສໄຟຟ້າເຂົ້າສູ່ເສັ້ນທາງທັງໝົດ, ແຕ່ກ່ອນຈະສົ່ງກະແສໄຟຟ້າ ພວກເຮົາກໍໄດ້ມີແຈ້ງການກ່ຽວກັບການຝຶກອົບຮົມຄວາມຮູ້ດ້ານຄວາມປອດໄພ ພາຍຫລັງທີ່ສົ່ງກະແສໄຟຟ້າໄປໃຫ້ສື່ຕ່າງໆເຜີຍແຜ່ ພ້ອມທັງຈັດຕັ້ງບຸກຄະລະກອນສະເພາະລົງໄປທ້ອງຖິ່ນຕ່າງໆ ແລະເຂດທີ່ຢູ່ອາໄສຂອງປະຊາຊົນທີ່ຢູ່ຕາມແລວທາງລົດໄຟຜ່ານ ເພື່ອປະຊາສໍາພັນກ່ຽວກັບອັນຕະລາຍຈາກໄຟຟ້າຊ໋ອດ, ແຈ້ງເຕືອນໃຫ້ປະຊາຊົນອອກຫ່າງຈາກອຸປະກອນໄຟຟ້າແຮງສູງ, ເພື່ອປ້ອງກັນການເກີດໄຟຊ໋ອດແລະອຸປະຕິເຫດຕ່າງໆແຕ່ທໍາອິດ.