ໃນໂອກາດຖະແຫລງຂ່າວກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະ ກັດກັ້ນການລະບາດຂອງພະຍາດໂຄວິດ19 ໃນໄລຍະວັນທີ 1 ຫາ 15 ກັນຍາ 2021 ໃນຕອນແລງ 31 ສິງຫາ 2021, ທີ່ກະຊວງສາທາລະນະສຸກ ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງຫົວໜ້າຄະນະສະ ເພາະກິດ, ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ຂັ້ນສູນກາງ ແຈ້ງໃຫ້ຮູ້ວ່າ: ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຂັ້ນສູນກາງ ເຫັນວ່າ ສະພາບການລະບາດພະຍາດຢູ່ ສປປ ລາວ ປັດຈຸບັນ ທົ່ວປະເທດ ແມ່ນຈັດຢູ່ໃນລະດັບຄວາມຮ້າຍແຮງການລະບາດ ລະດັບ 1, ແຕ່ບາງແຂວງແມ່ນຈັດຢູ່ໃນລະດັບ 2 ເຊັ່ນ: ບໍ່ແກ້ວ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີຄວາມສ່ຽງສູງທີ່ຈະລະບາດໃນຊຸມຊົນເປັນວົງກ້ວາງ ຍ້ອນມີກໍລະນີແຮງງານລາວກັບຄືນປະເທດ ເປັນຈໍານວນຫຼວງຫຼາຍ, ສະຖານທີ່ຈໍາກັດບໍລິເວນບໍ່ພຽງພໍ, ມີຄວາມແອອັດ, ການພົບສາຍພັນເດວຕ້າ ເຊິ່ງເຮັດໃຫ້ມີຄວາມສ່ຽງໃນການຕິດເຊື້ອພາຍໃນສູນ ແລະ ແຜ່ລະບາດໄປໃນຊຸມຊົນ. ປັດຈຸບັນນີ້ ພົບການຕິດເຊື້ອໃນຖັນແຖວພະນັກງານແພດ ແລະ ພະນັກງານເຮັດວຽກດ່ານໜ້າຈຳນວນໜຶ່ງ ລວມທັງ ຢູ່ບາງສຳນັກງານ, ອົງການ, ລັດວິສາຫະກິດ, ບໍລິສັດເອກະຊົນ ແລະ ຄອບຄົວ ໃນນະຄອນຫຼວງວຽງຈັນ. ສະນັ້ນ, ຢູ່ ສປປ ລາວ ພວກເຮົາ ແມ່ນມີທ່າອ່ຽງຂອງການແຜ່ລະບາດໃນຊຸມຊົນເປັນວົງກ້ວາງຂຶ້ນ ຖ້າສັງຄົມຫາກບໍ່ປະຕິບັດມາດຕະການຕ່າງໆທີ່ການຈັດຕັ້ງແຕ່ລະຂັ້ນ ວາງອອກຢ່າງ ດ້ວຍຄວາມຕື່ນຕົວ ແລະ ເຂັ້ມງວດ.
ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ເພີ່ມຄວາມເຂັ້ມງວດ ໃນການປະຕິບັດບັນດາມາດຕະການ ທີ່ໄດ້ລະບຸໄວ້ ໃນຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ສໍາລັບໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 01 ກັນຍາ ຫາ ເວລາ 24:00 ໂມງ ຂອງວັນທີ 15 ກັນຍາ 2021 ດັ່ງນີ້:
ມາດຕະການຕ້ອງເພີ່ມທະວີການປະຕິບັດ, ການຫ້າມ ແລະ ການຈໍາກັດ:
1. ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້; ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງຕາມຫຼັກວິຊາການກ່ຽວຂ້ອງ.
2. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນລົດຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 2.9 ຂອງແຈ້ງການສະບັບນີ້.
3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈຳເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.
4. ສືບຕໍ່ປິດກິດຈະການຮ້ານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ.
5. ຫ້າມເປີດຮ້ານນວດ, ຮ້ານເສີມຄວາມງາມ, ຕະຫຼາດກາງຄືນ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.
6. ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະ ກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ.
7. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.
8. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ. ສໍາລັບການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ ເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ນໍ່ໍ້າຢາຂ້າເຊື້ອ.
9. ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
10. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.
11. ປິດການສັນຈອນຂອງພາຫະນະ ຢູ່ນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 22:00 ໂມງ – 05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ.
12. ໃຫ້ເລື່ອນການເປີດສົກຮຽນ ສຳລັບການສຶກສາທຸກຊັ້ນ ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະ ສຶກສາ, ສ້າງຄູ ແລະ ການສຶກສາຊັ້ນສູງ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.
13. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ຖ້າເຫັນວ່າ ຫ້ອງເຮັດວຽກຂອງແຕ່ລະການຈັດຕັ້ງ ສາມາດຮັບປະກັນການຮັກສາໄລຍະຫ່າງໄດ້ ຫຼື ຜູ້ທີ່ໄດ້ສັກວັກຊີນຄົບໂດສ, ແຕ່ຖ້າຢູ່ສຳນັກງານ-ອົງການໃດ ບໍ່ສາມາດຮັກສາໄລຍະຫ່າງໄດ້ ໃຫ້ຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ. ສຳລັບຜູ້ຍິງຖືພາ ທີ່ບໍ່ສາມາດສັກວັກຊີນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.
ມາດຕະການສືບຕໍ່ຜ່ອນຜັນ:
1. ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື. ໃຫ້ເປີດບໍ່ເກີນເວລາ 20:00 ໂມງ.
2. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ໂດຍໃຫ້ບໍລິການສະເພາະຕັດແຕ່ງຜົມເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ ແລະ ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ. ສຳລັບເຈົ້າຂອງຮ້ານ, ພະນັກງານບໍລິການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊີນຄົບໂດສ ກ່ອນແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ໃຫ້ປິດບໍລິການບໍ່ເກີນ 19:00 ໂມງ ຢ່າງເດັດຂາດ.
3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ ຢູ່ເຂດທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
4. ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ເພື່ອດຳເນີນກິດຈະການໄດ້ ໂດຍພະນັກງານ, ກໍາມະກອນ ຕ້ອງໄດ້ ຮັບວັກຊີນຄົບໂດສກ່ອນ ແລະ ບໍ່ໄດ້ພັກພາອາໄສຢູ່ພື້ນທີ່ທີ່ມີການຕິດເຊື້ອ (ເຂດແດງ). ສຳລັບໂຮງງານໃດ ທີ່ມີເງື່ອນໄຂ ກໍໃຫ້ຈັດທີ່ພັກອາໄສກັບທີ່ໃຫ້ແຮງງານຂອງຕົນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ.
5. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໄດ້ຮັບວັກຊີນຄົບໂດສ ໂດຍບໍ່ກວດຫາເຊື້ອພະຍາດ COVID-19. ກໍລະນີ ການຈັດປະຊຸມຢູ່ຕ່າງແຂວງ ແມ່ນຕ້ອງຂໍອະນຸຍາດ ໃຫ້ຄະນະສະເພາະກິດແຂວງດັ່ງກ່າວ ຊາບລ່ວງໜ້າ.
6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວ ແຕ່ລະມື້ ໂດຍໃຫ້ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.
7. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ.
8. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.
– ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ຮັບວັກຊີນຄົບໂດສ ຍົກເວັ້ນ ເດັກອາຍຸຕໍ່າກວ່າ 18 ປີ ໂດຍບໍ່ຕ້ອງຂໍອະນຸຍາດແຂວງຕົ້ນທາງ ແລະ ປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ, ບໍ່ກວດຫາເຊື້ອພະຍາດ COVID-19 ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ , ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື. ສະເພາະບາງແຂວງ ທີ່ພວມມີການລະບາດໃນຊຸມຊົນ ທັງມີແຮງງານລາວກັບຄືນປະເທດ ໃຫ້ອົງການປົກຄອງແຂວງ ອອກມາດຕະການເຂັ້ມງວດ ຕໍ່ການເດີນທາງໄປ-ມາ ພາຍໃນແຂວງ ແລະ ການເຂົ້າ-ອອກ ລະຫວ່າງພາຍໃນແຂວງຕົນ ກັບ ແຂວງອື່ນ.
9. ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ຜູ້ຂັບລົດເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບໂດສ ແລະ ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.
10. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸ ຍາດຈາກຄະນະສະເພາະກິດຂັ້ນແຂວງ ແຕ່ຕ້ອງຈັດຫ້ອງຮຽນແບບຮັກສາໄລຍະຫ່າງ ແລະ ປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.
11. ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ. ແຕ່ຕ້ອງແມ່ນສູນກິລາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
12. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ ຢູ່ເຂດທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊີນຄົບໂດສ, ທັງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ປິດບໍລິການ ເວລາ 20:00 ໂມງ.
ພ້ອມກັນນີ້ ລັດຖະບານ ສືບຕໍ່ໃຫ້ບຸກຄົນ ທີ່ເດີນທາງເຂົ້າມາ ສປປ ລາວ ຕາມການອະນຸມັດຈາກການຈັດຕັ້ງກ່ຽວຂ້ອງ ຕິດຕັ້ງບໍລິການ ລາວ ສູ້ສູ້ ຜ່ານໂປຣແກຣມ LaoKYC. ພ້ອມກັນນີ້ ໃຫ້ບັນດາດ່ານຊາຍແດນ, ດ່ານລະຫວ່າງແຂວງຕໍ່ແຂວງ ແລະ ສະຖານທີ່ບໍລິການຕ່າງໆ ທີ່ອະນຸຍາດໃຫ້ເປີດບໍລິການ ສ້າງ ແລະ ຕິດ QR-Code ເພືື່ອໃຫ້ ຜູ້ເດີນທາງເຂົ້າມາລາວ ແລະ ລູກຄ້າທີ່ໃຊ້ບໍລິການ ສະແກນເວລາເດີນທາງເຂົ້າມາ ແລະ ກ່ອນເຂົ້າໃຊ້ບໍລິການ. ນອກຈາກນີ້ ສະເໜີ ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ຊີ້ນຳພາກສ່ວນກ່ຽວຂ້ອງ ຂັ້ນຕົນ ສືບຕໍ່ຈັດຕັ້ງປະຕິບັດແຈ້ງການ ສະບັບເລກທີ 976/ຫສນຍ, ລົງວັນທີ 06 ສິງຫາ 2021 ກ່ຽວກັບການປັບປຸງສູນຈຳກັດບໍລິເວນ ແລະ ສະຖານທີ່ປິ່ນປົວ, ພ້ອມທັງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການລະດົມຊ່ຽວຊານວິເຄາະ, ແພດ, ພະຍາບານ ແລະ ເຈົ້າໜ້າທີ່ວິຊາສະເພາະດ້ານຕ່າງໆ ເພື່ອຊ່ວຍຮັບມືກັບການລະບາດ ຢູ່ໃນແຕ່ລະທ້ອງຖິ່ນ ຕາມເງື່ອນໄຂຕົວຈິງ.
ກ່ຽວກັບການຈຳກັດບໍລິເວນ, ພາຍຫຼັງ ແຮງງານ, ນັກສຶກສາ ແລະ ພະນັກງານ ຂອງລາວ ທີ່ເດີນທາງມາຈາກປະເທດໃກ້ຄຽງ ໄດ້ຈໍາກັດບໍລິເວນຢູ່ສູນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຄົບ 14 ວັນແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນ ສືບຕໍ່ແນະນໍາຄະນະສະເພາະກິດຂັ້ນເມືອງ ໄປຈໍາກັດບໍລິເວນ ຢູ່ສູນຂອງເມືອງ ຫຼື ບ້ານ ຕື່ມອີກ 14 ວັນ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ຍົກເວັ້ນ ກໍລະນີທີ່ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຢູ່ໂຮງແຮມ ແຫ່ງໃດໜຶ່ງຂອງທ້ອງຖິ່ນຕົນມາແລ້ວ.
ລັດຖະບານ ສືບຕໍ່ສົ່ງເສີມຄວາມມີນໍ້າໃຈເອື້ອເຟື້ອເພື່ອແຜ່ ເຊິ່ງກັນ ແລະ ກັນ ຂອງຄົນລາວ ທັງຊາດ ລວມທັງຊາວຕ່າງດ້າວ, ຜູ້ປະກອບການທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທຸກລະດັບ ທີ່ທຳມາຫາກິນຢູ່ໃນ ສປປ ລາວ ໃນການປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ລັດຖະບານ ວາງອອກ ທັງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຮູບການຕ່າງໆ ລວມທັງທາງດ້ານສະຕິປັນຍາ, ວັດຖຸປັດໄຈ, ເຫື່ອແຮງ ແລະ ດຳເນີນ ໄປດ້ວຍຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ກໍຄືດຳລົງຊີວິດ ຢູ່ ສປປ ລາວ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດແຕ່ລະຂັ້ນ ວາງອອກຢ່າງເຂັ້ມງວດ ດ້ວຍການເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ໃນກໍລະນີພົບເຫັນມີການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ຕໍ່ຄະນະສະເພາະກິດ ກໍຄືອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອການຈັດຕັ້ງກ່ຽວຂ້ອງດັ່ງກ່າວ ມີວິທີການແກ້ໄຂ ໃຫ້ທັນການ.
ມອບໃຫ້ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງ ຂອງແຕ່ລະບ່ອນ ແລະ ເຂັ້ມງວດ.
ຕອນທ້າຍ ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງຫົວໜ້າຄະນະສະ ເພາະກິດ, ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ຂັ້ນສູນກາງ ໄດ້ຮຽກຮ້ອງມາຍັງ ທຸກອົງການຂອງພັກ, ລັດ, ທຸກການຈັດຕັ້ງ ແລະ ທຸກຄົນ ໃນສັງຄົມ ເປັນກຳລັງແຮງ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການປະຕິບັດບັນດາມາດຕະການ ທີ່ລັດຖະ ບານ ວາງອອກ ຢ່າງເປັນເອກະພາບ, ເອົາຈິງເອົາຈັງ ແລະເຂັ້ມງວດ ຂຶ້ນກວ່າເກົ່າ ໂດຍສະເພາະ ມາດຕະການຫ້າມ ແລະຈໍາກັດ ທີ່ກ່າວມານັ້ນ ກົງກັນຂ້າມ ຫາກພວກເຮົາ ຍັງລະເຫຼີງ, ບໍ່ໃຫ້ການຮ່ວມມື ຫຼື ບໍ່ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ແທ້, ພວກເຮົາ ກໍ່ອາດຈະບໍ່ສາມາດຄວບຄຸມການລະບາດໄວ້ໄດ້, ອາດແກ່ຍາວເວລາໄປຕື່ມອີກ ແລະ ສືບຕໍ່ສົ່ງຜົນກະທົບຕໍ່ທຸກພາກສ່ວນໃນສັງຄົມ.
ພ້ອມກັນນີ້, ຂໍຮຽກຮ້ອງມາຍັງແຮງງານລາວທີ່ຢູ່ສູນຈຳກັດບໍລິເວນ ແລະສູນປິ່ນປົວ ຕ່າງໆ ໃຫ້ອົດທົນ, ເອົາໃຈໃສ່ ແລະໃຫ້ການຮ່ວມມືກັບລັດຖະບານ, ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບຂອງສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ຢ່າງເຂັ້ມງວດ ພ້ອມທັງເອົາໃຈໃສ່ເບິ່ງແຍງຮັກສາສຸຂະພາບຂອງຕົນ ເພື່ອຜ່ານຜ່າວິກິດຄວາມຫຍຸ້ງຍາກດັ່ງກ່າວໄປພ້ອມກັນ. ພາຍຫຼັງປິ່ນປົວຫາຍດີເປັນປົກກະຕິແລ້ວ ໃຫ້ພ້ອມກັນໄປຮັບວັກຊີນປ້ອງກັນ ແລະ ສືບຕໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
ສິ່ງສຳຄັນ, ຂໍໃຫ້ທຸກຄົນ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ, ບໍ່ໃຫ້ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງ ຫຼື ບິດເບືອນຄວາມຈິງ ແລະ ຂໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການ. ພ້ອມກັນນີ້ ຂໍໃຫ້ທຸກຄົນ ມີຄວາມຮັບຜິດຊອບ ຕໍ່ການປ້ອງກັນຕົນເອງ ແລະ ຄອບຄົວຂອງຕົນ ຕະຫຼອດຮອດຊຸມຊົນທີ່ຕົນເອງດຳລົງຊີວິດຢູ່.