ວັນທີ 5 ເດືອນສິງຫາ 2021, ສປປ ລາວ ໄດ້ຮັບການບໍລິຈາກວັກຊີນກັນພະຍາດ ໂຄວິດ-19 ຈາກລັດຖະບານຍີ່ປຸ່ນ ໂດຍຜ່ານ COVAX Facility ຊຶ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ການບໍລິຈາກປະກອບມີວັກຊີນກັນພະຍາດ ໂຄວິດ-19 AstraZeneca/Oxford ຈໍານວນ 616,820 ໂດສ໌ ທີ່ຜະລິດໃນປະເທດຍີ່ປຸ່ນ ແລະ ຈະປະກອບສ່ວນເຂົ້າໃນການສັກວັກຊີນໃຫ້ກັບປະຊາຊົນລາວ 300,000 ກ່ວາຄົນພາຍໃນທ້າຍປີ 2021 ນີ້.
ພິທີມອບຮັບວັກຊິນດັ່ງກ່າວ ເເມ່ນໄດ້ຈັດຂຶ້ນຢູ່ທີ່ສະໜາມບິນສາກົນວັດໄຕ ດ້ວຍການເປັນປະທານໂດຍພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ. ພະນະທ່ານ ເຄໂຊ ທາເກວະກະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ເປັນຜູ້ມອບວັກຊີນເຫຼົ່ານີ້ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ. ເຂົ້າຮ່ວມໃນພິທີມອບ-ຮັບຄັ້ງນີ້ຍັງມີ ທ່ານ ດຣ. ກາວ ຈູນ, ວ່າການແທນຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ເເລະ ທ່ານນາງ ດຣ ເພຍ ເຣເບນໂຣ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາຄູ່ຮ່ວມງານອື່ນໆ.

ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ, ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອວັກຊີນ ແອັດສຣາເຊເນກາ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການສະແດງເຖິງຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ເພື່ອຊ່ວຍ ລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ -19 ຢູ່ ສປປ ລາວ. ວັກຊີນຊຸດນີ້ ຈະຊ່ວຍຂັບເຄື່ອນຄວາມພະຍາຍາມສັກວັກຊີນກັນພະຍາດຂອງ ສປປ ລາວ ໃຫ້ກ້າວໄປຂ້າງໜ້າ ແລະ ເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ເປົ້າໝາຍການສັກວັກຊີນກັນພະຍາດ ໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນພາຍໃນປີນີ້.”
ລັດຖະບານແຫ່ງ ສປປ ລາວ ຈະນໍາໃຊ້ການບໍລິຈາກຄັ້ງລ້າສຸດນີ້ ເພື່ອສືບຕໍ່ສັກວັກຊີນໃຫ້ແກ່ກຸ່ມບູລິມະສິດ, ລວມທັງຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, ຜູ້ທີ່ມີພະຍາດປະຈໍາຕົວ ແລະ ພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດ, ໂດຍສອດຄ່ອງກັບແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ ແລະ ເພື່ອສະໜັບສະໜູນເປົ້າໝາຍຂອງລັດຖະບານແຫ່ງ ສປປ ລາວ ໃນການສັກວັກຊີນກັນພະຍາດໃຫ້ໄດ້ 50% ຂອງປະຊາກອນພາຍໃນທ້າຍປີ 2021.

ພະນະທ່ານ ເຄໂຊ ທາເກວະກະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ກ່າວວ່າ: “ລັດຖະບານຍີ່ປຸ່ນເປັນຜູ້ສະໜັບສະໜູນ ທີ່ໃກ້ຊິດຂອງລັດຖະບານແຫ່ງ ສປປ ລາວ ໃນການຕອບໂຕ້ກັບພະຍາດ ໂຄວິດ-19 ນັບຕັ້ງແຕ່ການລະບາດຂອງເຊື້ອໄວຣັສໃນເບື້ອງຕົ້ນ ເເລະ ຍັງໄດ້ສະໜັບສະໜູນ ສປປ ລາວ ດ້ວຍອຸປະກອນປ້ອງກັນສ່ວນຕົວ (PPE) ສໍາລັບພະນັກງານແພດໝໍຢູ່ແຖວໜ້າ ແລະ ອຸປະກອນອົກຊີເພື່ອປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19, ພ້ອມທັງສ້າງຄວາມເຂັ້ມແຂງຂອງອຸປະກອນລະບົບຄວາມເຢັນໃນປະເທດພາຍໃຕ້ແຜນງານ “Last One Mile Support”. ຂ້າພະເຈົ້າຫວັງວ່າ ການບໍລິຈາກວັກຊີນຄັ້ງລ້າສຸດນີ້ ຈະຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກວັກຊີນໃນປີ 2021.”

ດຣ. ກາວ ຈູນ, ວ່າການແທນຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ກ່າວວ່າ: “ການບໍລິຈາກຄັ້ງລ້າສຸດນີ້ຈາກລັດຖະບານຍີ່ປຸ່ນຜ່ານ COVAX Facility ໄດ້ຢໍ້າເຕືອນພວກເຮົາເຖິງພະລັງຂອງການຮ່ວມມືໃນທົ່ວໂລກ ເພື່ອຢຸດຕິການລະບາດຂອງພະຍາດ ໂຄວິດ-19. ບໍ່ມີປະເທດໃດຈະປອດໄພຈົນກວ່າທຸກປະເທດຈະປອດໄພ ແລະ ອົງການອະນາໄມໂລກ ພວມຮຽກຮ້ອງໃຫ້ບັນດາປະເທດຕ່າງໆ ສືບຕໍ່ແບ່ງປັນວັກຊີນກັນພະຍາດຢ່າງເທົ່າທຽມກັນ. ພວກເຮົາຂໍຕົບມືຊົມເຊີຍການນໍາຂອງລັດຖະບານຍີ່ປຸ່ນ ໃນການແບ່ງປັນວັກຊີນເພື່ອຊ່ວຍປິດຊ່ອງຫວ່າງການສະໜອງອັນຮີບດ່ວນ ແລະ ເຮັດໃຫ້ບັນດາປະເທດທີ່ມີລາຍຮັບຕໍ່າ ແລະ ລາຍຮັບປານກາງ ສາມາດເຂົ້າເຖິງວັກຊີນກັນພະຍາດ ໂຄວິດ-19 ໄດ້ຢ່າງເທົ່າທຽມກັນ.”

ທ່ານນາງ ດຣ ເພຍ ເຣເບນໂຣ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ກ່າວວ່າ: “ທຸກຄັ້ງທີ່ການຂົນສົ່ງວັກຊີນມາຮອດໃໝ່ນັ້ນ, ພວກເຮົາກໍຫຍັບເຂົ້າໃກ້ສູ່ເປົ້າໝາຍຂອງພວກເຮົາ ໃນການປ້ອງກັນການຕິດເຊື້ອໃນຊຸມຊົນ ແລະ ຄວບຄຸມການລະບາດຂອງພະຍາດນີ້. ພວກເຮົາໄດ້ເຫັນປະສິດທິພາບຂອງວັກຊີນໃນການຊ່ວຍຊີວິດຄົນແລ້ວ. ສະນັ້ນ, ດ້ວຍການເພີ່ມທະວີຄວາມພະຍາຍາມຂອງພວກເຮົາໃນການປະຕິບັດການສັກວັກຊີນ, ຊຶ່ງນອກຈາກສໍາລັບພະຍາດໂຄວິດ-19 ເເລ້ວ ຄວນຍັງຕ້ອງກວມເອົາວັກຊີນກັນພະຍາດສຳລັບເດັກອີກດ້ວຍ, ພວກເຮົາຈຶ່ງຈະສາມາດມີຄວາມຫວັງ ທີ່ຈະຟື້ນຟູຊີວິດຂອງບັນດາຄອບຄົວ ແລະ ເດັກຈາກຄວາມເສຍຫາຍທີ່ເກີດຈາກພະຍາດ ໂຄວິດ-19.”
ວັກຊີນບໍ່ແມ່ນສູດວິເສດທີ່ຈະສາມາດຢຸດຕິການແຜ່ລະບາດ. ສໍາລັບອະນາຄົດອັນໃກ້ນີ້, ທຸກຄົນຍັງຕ້ອງສືບຕໍ່ປະຕິບັດຕາມມາດຕະການປ້ອງກັນທີ່ໄດ້ຮັບການພິສູດແລ້ວວ່າມີປະສິດທິພາບ ເຊັ່ນ: ການຮັກສາອະນາໄມ ເເລະ ລ້າງມື, ການໃສ່ໜ້າກາກອະນາໄມ ແລະ ການຮັກສາໄລຍະຫ່າງທາງສັງຄົມ.

COVAX ແມ່ນການນຳພາຮ່ວມກັນ ໂດຍ Gavi ຊຶ່ງແມ່ນພັນທະມິດດ້ານວັກຊີນ, ອົງການອະນາໄມໂລກ ແລະ CEPI ທີ່ເຮັດວຽກຮ່ວມກັບອົງການຢູນິເຊັບ ພ້ອມທັງທະນາຄານໂລກ, ອົງການຈັດຕັ້ງສັງຄົມ, ຜູ້ຜະລິດ, ແລະ ອື່ນໆ. COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT) ຊຶ່ງແມ່ນການຮ່ວມມືທົ່ວໂລກຄັ້ງສໍາຄັນເພື່ອເລັ່ງລັດການພັດທະນາ, ການຜະລິດ ແລະ ການເຂົ້າເຖິງຢ່າງເທົ່າທຽມກັນຕໍ່ການກວດຫາ, ການປິ່ນປົວ ແລະ ການສັກວັກຊີນກັນພະຍາດ.
ສະມາຊິກສະພາບໍລິຫານງານຂອງ Gavi ທີ່ມີຕົວແທນໃນ ສປປ ລາວ ປະກອບມີ ອົດສະຕາລີ, ການາດາ, ຄະນະກຳມາທິການສະຫະພາບເອີຣົບ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ສາທາລະນະລັດເກົາຫຼີ, ລັກແຊມເບີກ, ສະວິດເຊີແລນ, ລາດຊະອານາຈັກອັງກິດ ແລະ ສະຫະລັດອາເມລິກາ.