ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 5 ສິງຫາ 2021, ທ່ານ Takewaka Keizo, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມປະເທດຍີ່ປຸ່ນ ປະຈໍາລາວ ໄດ້ມອບລົດອຳບູລັງໃຫ້ກະຊວງສາທາລະນະສຸກ ແລະ ຕາງໜ້າຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ, ລັດຖະ ມົນຕີ ກະຊວງສາທາລະນະສຸກ ໂດຍມີ ບັນດາຫົວໜ້າຫ້ອງ ການ, ຫົວໜ້າກົມອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມເປັນສັກຂີພິຍານ.
ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ກະຊວງສາທາລະນະສຸກ ກໍ່ຄື ຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ກໍ່ຄືລັດຖະບານ ລາວຄື: ລົດສຸກເສີນນໍາສົ່ງຄົນເຈັບ ຈໍານວນ 7 ຄັນ.
ກະຊວງສາທາລະນະສຸກໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ຂອງ ລັດ ຖະບານຍີ່ປຸ່ນ ໃນຄັ້ງນີ້ກໍຄືຫຼາຍຄັ້ງຜ່ານໆມາ, ຊຶ່ງເປັນການສະ ແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ລັດຖະບານ ຍີ່ປຸ່ນ ຕໍ່ລັດຖະບານ ລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ.
ການຊ່ວຍເຫຼືອ ພາຫະນະນໍາສົ່ງຄົນເຈັບ ຈໍານວນ 7 ຄັນ, ລວມເປັນມູນຄ່າ 31 ລ້ານ 5 ແສນ ເຢັນ (ຫລືປະມານ 3 ແສນ ໂດລາ), ແມ່ນ ຈະໄດ້ ຮີບຮ້ອນ ແຈກຢາຍ ໃຫ້ບັນດາແຂວງທີ່ມີຄວາມຕ້ອງການ ຢ່າງຮີບດ່ວນ ເພື່ອໃຫ້ທັນຕໍ່ສະພາບການ ທີ່ພະຍາດ COVID-19 ກໍາລັງລະບາດ, ໂດຍສະ ເພາະ ແມ່ນບັນດາແຂວງພາກໃຕ້ ທີ່ມີຜູ້ຕິດເຊື້ອໂຄວິດ-19, ເປັນຈຳນວນຫລາຍ, ແລະມີຄວາມຈໍາເປັນທີ່ສຸດ ໃນການນໍາສົ່ງຄົນເຈັບຕິດເຊື້ອ ໄປສະຖານກັກກັນ ແລະ ປິ່ນປົວຕາມຄວາມເໝາະສົມ.