ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງ ການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (ລະດັບປະລິນຍາໂທ ແລະ ປະລິນຍາເອກ) ຫຼື ທຶນ JDS, ມູນຄ່າ 343 ລ້ານເຢນ ຈາກ ລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ, ເຊິ່ງຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ຝ່າຍຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (KOBAYASHI Kenichi), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ມີບັນດາຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ທຶນ JDS ແມ່ນ ທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ລັດຖະບານຍີ່ປຸ່ນ ສະໜອງໃຫ້ແກ່ ສປປ ລາວ ເພື່ອແນ່ໃສ່ຍົກລະດັບຄວາມຮູ້- ຄວາມສາມາດຂອງພະນັກງານ-ລັດຖະກອນຂອງລາວ. ນັບແຕ່ປີ 1999 ເປັນຕົ້ນມາ, ມາຮອດປະຈຸບັນ ສປປ ລາວ ໄດ້ຮັບທຶນການສຶກສາ JDS ລວມທັງໝົດ 474 ທຶນ (ສະເລ່ຍປີລະ 20 ທຶນ), ເຊິ່ງມີບັນ ດາພະນັກງານຈາກ ຂະແໜງການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນໆຂອງ ສປປ ລາວ ໄດ້ຮັບຄັດ ເລືອກເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບຄຸນນະພາບຂອງບຸກຄະລາກອນລາວ ທີ່ປະຕິບັດໜ້າທີ່ວຽກງານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະຜ່ານມາ.
ໃນໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈຢ່າຈິງໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຂອງ ຍີ່ປຸ່ນ ທີ່ຍັງຢູ່ໃນອັນດັບຕົ້ນຂອງການຊ່ວຍເຫຼືອຈາກຕ່າງປະເທດ ໃຫ້ແກ່ ສປປ ລາວ (ສະເລ່ຍປະມານ 90-100 ລ້ານໂດລາ ຕໍ່ປີ), ວຽກງານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ແມ່ນຂະແໜງການໜຶ່ງທີ່ລັດ ຖະບານລາວ ຖືເປັນບູລິມະສິດສໍາຄັນ ແລະ ເປັນປັດໄຈສໍາຄັນຕໍ່ການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ແລະ ໃນໄລຍະຜ່ານມາ, ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ໄດ້ສະໜັບສະໜູນ ສປປ ລາວ ໃນການພັດທະນາວຽກງານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ ເປັນຕົ້ນແມ່ນ ການກໍ່ສ້າງ-ປັບປຸງໂຮງຮຽນຢູ່ໃນເຂດຫ່າງໄກສອກຫຼີກ, ການສະໜອງອຸປະກອນການສຶກສາທີ່ຈໍາເປັນ, ການສະໜອງທຶນການສຶກສາ ແລະ ອື່ນໆ.
ພ້ອມນີ້, ກໍ່ໃຫ້ຄຳຫມັ້ນສັນຍາວ່າ ລັດຖະ ບານ ແລະ ປະຊາຊົນລາວ ຈະນຳໃຊ້ໂຄງ ການຊ່ວຍເຫຼືອຄັ້ງນີ້ ໃຫ້ເກີດປະ ໂຫຍດສູງສຸດ ເພື່ອເຮັດໃຫ້ການພັດທະ ນາຊັບພະ ຍາກອນມະນຸດຂອງ ສປປ ລາວ ມີຄຸນນະພາບສູງຂຶ້ນ ແລະ ສືບຕໍ່ປະກອບສ່ວນສໍາຄັນໃນການພັດທະນາ ສປປ ລາວ ໃຫ້ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ ແລະ ຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເພື່ອພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຕື່ມອີກໃນຕໍ່ໜ້າ.
ໃນຂະນະດຽວກັນ, ທ່ານທູດ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມຫມາຍຫມັ້ນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະ ຫວ່າງ ສອງປະເທດ ຍີ່ປຸ່ນ – ສປປ ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
Loading...