ໃນວັນທີ 02 ກຸມພາ 2022 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອລ້ານອກແຜນ ຂອງ ລັດຖະບານຍີ່ປຸ່ ນ ໃນການສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ຢູ່ ສປປ ລາວ, ເຊິ່ງຕາງໜ້າລັດ ຖະບານ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ ແລະ ມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ການຊ່ວຍເຫຼືອດັ່ງກ່າວ ແມ່ນການຊ່ວຍເຫຼືອເພື່ອສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງ ໜ້າ ໃນ 06 ແຂວງເປົ້າໝາຍ ຂອງ ສປປ ລາວ ຄື: ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງສະຫວັນນະເຂດ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງຄໍາມ່ວນ ລວມມູນຄ່າ 1 ຕື້ເຢນ ຫຼື ປະມານ 8,78 ລ້ານໂດລາສະຫະລັດ, ເຊິ່ງຈະປະກອບສ່ວນອັນສໍາຄັນໃນການສະໜອງຂໍ້ມູນການພະຍາ ກອນອາກາດທີ່ຊັດເຈນ ແລະ ການແຈ້ງເຕືອນເພື່ອກະກຽມຮັບມືຢ່າງທັນການ ໃນ 06 ແຂວງເປົ້າໝາຍດັ່ງກ່າວ, ລວມທັງຈະເປັນການຊ່ວຍຫລຸດຜ່ອນຜົນກະທົບ ແລະ ຜົນເສຍຫາຍໃຫ້ເບົາບາງລົງ.
ເນື່ອງຈາກວ່າ ໃນເດືອນສິງຫາ ແລະ ເດືອນກັນຍາ 2019 ຜ່ານມາ, ຂົງເຂດພາກໃຕ້ ຂອງ ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນລະດູຮ້ອນ ອັນໄດ້ພາໃຫ້ເກີດມີຝົນຕົກໜັກ ແລະ ນໍ້າຖ້ວມ, ເຊິ່ງສົ່ງຜົນກະທົບຕໍ່ເສດ ຖະກິດ ແລະ ໂຄງລ່າງພື້ນຖານຢູ່ຂົງເຂດດັ່ງກ່າວຢ່າງໜັກໜ່ວງ ເປັນຕົ້ນແມ່ນ ຂົວ 97 ແຫ່ງ, ໂຮງຮຽນ 747 ແຫ່ງ, ໂຮງໝໍ ແລະ ສຸກສາລາ 43 ແຫ່ງ, ຖະ ໜົນຫົນທາງ 462 ແຫ່ງ ຖືກເປ່ເພເສຍຫາຍ, ສັດລ້ຽງ ຫຼາຍກວ່າ 275.000 ໂຕ ໄດ້ຮັບຜົນກະທົບ, ລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 164 ລ້ານໂດລາສະຫະລັດ. ສະເພາະໃນຂົງເຂດ 06 ແຂວງເປົົ້າໝາຍດັ່ງກ່າວ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນດຽວ ກັນ, ພົນລະເມືອງລາວ ປະມານ 153.800 ຄອບຄົວ ຫຼື ປະມານ 765.000 ຄົນ ໄດ້ຮັບຜົນກະທົບ, ມີຜູ້ເສຍຊີວີິດ 19 ຄົນ, ເຮືອນຊານບ້ານຊ່ອງ ປະມານ 760 ຫຼັງຄາເຮືອນ ຖືກເປ່ເພເສຍ ຫາຍ.
ໃນພິທີດັ່ງກ່າວ, ທ່ານຮອງລັດຖະ ມົນຕີຕ່າງປະເທດ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງ ລັດຖະ ບານ ແລະ ປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ເຊິ່ງແມ່ນການຊ່ວຍເຫຼືອທີ່ມີປະສິດທິພາບ, ມີປະສິດທິຜົນ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງ ສປປ ລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ ແລະ ການຊ່ວຍເຫຼືອຄັ້ງນີ້ ໄດ້ເປັນການຢືນຢັນຄືນຄໍາໝາຍໝັ້ນຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ມີຕໍ່ ລັດຖະ ບານ ແລະ ປະຊາຊົນລາວ ເພື່ອສະໜັບສະໜູນການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະ ກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂອງ ສປປ ລາວ, ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດແຜນງານທີ່ຕິດພັນກັບວຽກງານການປ່ຽນແປງດິນຟ້າອາກາດ ແລະ ການຮັບມືກັບໄພພິບັດທໍາມະຊາດ ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ.
ໃນໂອກາດດຽວກັນນີ້, ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫຼືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີີ່ມີມາແຕ່ດົນນານ ຂອງ ສອງປະ ເທດ ຍີ່ປຸ່ນ ແລະ ສປປ ລາວ ກໍຄືການເປັນຄູ່ຮ່ວມຍຸດທະສາດ, ລວມທັງການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື (Action Plan) ທີ່ຜູ້ນໍາສອງປເທດໄດ້ຮັບຮອງຮ່ວມກັນ ໃນວັນທີ 07 ເມສາ 2021 ຜ່ານມາ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
