ໃນຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໄດ້ມອບໃຫ້ບັນດາທ່ານໃນຄະນະສະເພາະກິດ ຕາມມະຕິຕົກລົງ ສະບັບເລກທີ 19/ກມສພ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ສຸມໃສ່ຄົ້ນຄວ້າ ແລະ ນໍາໃຊ້ມາດຕະການ, ໃນນີ້ ສະເພາະມາດຕະການແກ້ໄຂໄພເງິນເຟີ້ ໄດ້ມອບໃຫ້ 3 ກະຊວງ ດັ່ງນີ້:
1). ມອບໃຫ້ທະນາຄານ ແຫ່ງ ສປປ ລາວ ປະຕິບັດ ດັ່ງນີ້:
– ຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນຂອບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງ, ຕິດຕາມ ແລະຈຳກັດການເພີ່ມຂຶ້ນຂອງອັດຕາເງິນເຟີ້ ເຮັດໃຫ້ຫຼຸດລົງ. ພ້ອມທັງສຸມໃສ່ຄວບຄຸມລາຄາສິນຄ້າທີ່ສົ່ງຜົນກະທົບໄວຕໍ່ເງິນເຟີ້ຂອງ ສປປ ລາວ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
– ຄຸ້ມຄອງການເຄື່ອນໄຫວທາງດ້ານການເງິນ ຂອງບັນດາທະນາຄານທຸລະກິດ ຢ່າງໃກ້ຊິດ, ຮັບປະກັນບໍ່ໃຫ້ມີການປັ່ນ ປ່ວນ ແລະ ແລກປ່ຽນເງິນຕາທີ່ຜິດກົດໝາຍ; ພ້ອມນີ້, ໃຫ້ນຳໃຊ້ມາດຕະການທີ່ເດັດຂາດຕໍ່ຜູ້ລະເມີດ ແລະ ກະທຳ ຜິດຕໍ່ກົດໝາຍ, ຕໍ່ຜູ້ສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດທີ່ບໍ່ຊອບທຳ ແລະ ຜິດກົດໝາຍ ໂດຍບໍ່ມີການຍົກເວັ້ນ; 3) ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂການແລກປ່ຽນເງິນຕາ ທີ່ບໍ່ຖືກຕ້ອງ ແລະ ດຳເນີນຄະດີຕໍ່ບຸກ ຄົນ, ນິຕິບຸກຄົນ ຜູ້ທີ່ຍັງເຄື່ອນໄຫວແລກ ປ່ຽນເງິນຕາແບບຊະຊາຍ ສ້າງຄວາມປັ່ນປ່ວນ; ພ້ອມທັງກຸ່ມເປົ້າໝາຍທີ່ມີການນຳໃຊ້ບັນຊີສ່ວນຕົວ ເຂົ້າໃນການແລກປ່ຽນເງິນຕາແບບຜິດກົດໝາຍ, ຖ້າພົບເຫັນພະນັກງານ ແລະ ເຈົ້າໜ້າທີ່ສວຍໃຊ້ ໜ້າທີ່ອຳນວຍຄວາມສະດວກ ຕ້ອງໄດ້ດຳເນີນຕາມຂະບວນການຂອງກົດໝາຍຢ່າງເຂັ້ມງວດ.
2). ມອບໃຫ້ກະຊວງການເງິນ ປະຕິບັດ ດັ່ງນີ້:
– ສະກັດກັ້ນ ການລັກລອບນໍາເຂົ້າລົດຜິດກົດໝາຍ ແລະ ສິນຄ້າຕາມຊາຍແດນ ຫຼື ສິນຄ້າທີ່ລັດຖະບານ ໄດ້ຮັບຮອງ ເປັນສິນຄ້າຟຸມເຟືອຍ, ສິນຄ້າທີ່ພາຍໃນສາມາດຜະລິດໄດ້, ທຸກການນຳເຂົ້າສິນຄ້າ ຕ້ອງຜ່ານດ່ານທີ່ມີເງື່ອນໄຂດ້ານພື້ນຖານໂຄງລ່າງຄົບຖ້ວນ (ລະບົບສະແກນເນີ, ລະບົບຕິດຕາມໃບ ບ 53, ລະບົບທັນສະໄໝ ເພື່ອຄຸ້ມຄອງການ ນໍາເຂົ້າ-ສົ່ງອອກສິນຄ້າ ເຊັ່ນ NSWA+); ກວດກາສິນຄ້າ ແລະ ເງິນ ຕາເຂົ້າ-ອອກ ຢູ່ດ່ານຊາຍແດນ, ລວມທັງເຄື່ອງຕິດໂຕຜູ້ໂດຍສານ ຢ່າງເຂັ້ມງວດ; ແກ້ໄຂສະພາບການຄ້ານອກລະບົບ, ໃຜກໍມີສິດນຳເຂົ້າ, ຮັບປະກັນຄວາມຖືກຕ້ອງຂອງມູນຄ່າແຈ້ງພາສີ (ບໍ່ຄວນໃຫ້ຜູ້ນຳເຂົ້າເປັນຜູ້ສ້າງໃບແຈ້ງລາຄາດ້ວຍຕົນເອງ, ຕ້ອງແມ່ນໂຮງງານ ຫຼື ຜູ້ຂາຍ ສິນຄ້າຢູ່ຕົ້ນທາງເປັນຜູ້ອອກໃຫ້) ແລະ ຫຼີກລ້ຽງການເສຍພາສີ; ຮີບຮ້ອນຄົ້ນຄວ້າມາດຕະການ ແລະ ວິທີການໃນ ການເກັບລາຍຮັບຈາກ ການຊື້-ຂາຍ ສິນຄ້າຜ່ານລະບົບອອນລາຍ. ໃນນັ້ນ ສຳລັບສິນຄ້າທີ່ສັ່ງມາຈາກຕ່າງປະເທດ ໃຫ້ມີການຄຸ້ມຄອງຜ່ານດ່ານ ຫຼື ລະບົບສາງ ຂອງບໍລິສັດຂົນສົ່ງ ເພື່ອຮັບ ປະກັນການເສຍພາສີ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
– ສືບຕໍ່ຕິດຕາມ ການຮັບຮອງ ແລະ ປະກາດໃຊ້ ລັດຖະບັນຍັດ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ, ລັດຖະບັນຍັດ ວ່າດ້ວຍຄ່າຊັບພະຍາກອນທຳມະ ຊາດ, ລັດຖະບັນຍັດ ວ່າດ້ວຍຄ່າເຊົ່າ ແລະ ສຳປະທານຊັບສິນຂອງລັດ.
– ເລັ່ງເກັບລາຍຮັບ ຈາກຖານລາຍຮັບ ທີ່ມີໃນປັດຈຸບັນໃຫ້ຄົບຖ້ວນ ໂດຍນໍາໃຊ້ເຄື່ອງມືທັນສະໄໝ ໃຫ້ເປັນລະບົບ ລວມສູນ ໂດຍສະເພາະເກັບລາຍຮັບ ຈາກພັນທະອາກອນ; ຄົ້ນຄວ້າການປັບປຸງອັດຕາອາກອນມູນຄ່າເພີ່ມຂຶ້ນ ຈາກ 7% ມາເປັນ 10%, ອາກອນຊົມໃຊ້, ອາກອນກາໄລ, ອາກອນລາຍໄດ້ ຈາກຜູ້ສະໜອງສິນຄ້າ ແລະ ການບໍລິການ ຢູ່ໃນບັນດາໂຄງການລົງທຶນຕ່າງປະເທດ (ຂະແໜງໄຟຟ້າ ແລະ ບໍ່ແຮ່). ພ້ອມນັ້ນ, ກໍໃຫ້ຄົ້ນຄ້ວາສ້າງສິ່ງຈູງໃຈໃຫ້ ຫົວໜ່ວຍທຸລະກິດ ຫັນມາເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ໃຫ້ຫຼາຍຂຶ້ນ; ປັບປຸງກົນໄກການຄຸ້ມຄອງການນໍາເຂົ້າ- ສົ່ງອອກສິນຄ້າປະເພດຕ່າງໆ ດ້ວຍການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ ໃຫ້ມີຄວາມເຂັ້ມງວດ ໂດຍນໍາໃຊ້ລະບົບ ກົນໄກອາ ກອນມູນຄ່າເພີ່ມ ເພື່ອຄວບຄຸມການເຄື່ອນ ໄຫວທຸລະກຳ ແລະ ທຸລະກິດ; ຄົ້ນຄວ້າການປັບເພີ່ມອັດຕາອາກອນຊົມໃຊ້ຕໍ່ການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ມີຜົນກະທົບທາງລົບຕໍ່ສຸຂະພາບ ແລະ ສັງຄົມ ໃຫ້ສາມາດປະຕິບັດໄດ້ໄວ, ພ້ອມທັງ ປະຕິບັດມາດຕະການປາບປາມການລັກລອບນຳເຂົ້າບໍ່ຖືກຕ້ອງທຸກຮູບແບບ.
3). ມອບໃຫ້ກະຊວງ ອຸດສາຫະກໍາ ແລະ ການຄ້າ ປະຕິບັດ ດັ່ງນີ້:
– ໃຫ້ຄວບຄຸມ ແລະ ແຊກແຊງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ເງິນເຟີ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
– ກຳນົດລາຍການສິນຄ້າຟູມເຟືອຍ ເພື່ອຫຼຸດ ແລະ ຈໍາກັດການນໍາເຂົ້າ, ພ້ອມດຽວກັນ ກໍຄົ້ນຄວ້າ ແລະ ດຳເນີນມາດ ຕະການຄຸ້ມຄອງ ການນຳເຂົ້າສິນຄ້າ ທີ່ເໝາະສົມໃນການຈໍາກັດ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ພາຍໃນສາມາດ ຜະລິດເອງໄດ້ ແລະ ສິນຄ້າຟຸມເຟືອຍ ໂດຍບໍ່ຂັດກັບລະບຽບການສາກົນ ທີ່ ສປປ ລາວ ເປັນພາຄີ ເປັນຕົ້ນແມ່ນ ບັນດາມາດຕະການທີ່ບໍ່ແມ່ນພາສີ ແລະ ບໍ່ກະທົບຕໍ່ອຸດສາຫະກຳການຜະລິດພາຍໃນ.
Cr: BT, ວສລ
ພາບປະກອບ
