ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລັດຖະບານລາວປະດັບຫລຽນໄຊແຮງງານຊັ້ນ II ໃຫ້ຄະນະນໍາ, ຄູຝຶກ ແລະນັກກິລາບານເຕະທີມຊາດລາວຮຸ່ນອາຍຸບໍ່ເກີນ 19 ປີ ຈໍານວນ 37 ທ່ານ ທີ່ສາມາດຍາດໄດ້ຮອງຊະນະເລີດຈາກການແຂ່ງຂັນບານເຕະຊາຍຊິງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ19ປີ ຫລື AFF U19 Championship 2022, ທີ່ປະເທດອິນໂດເນເຊຍ ພິທີປະດັບຫລຽນຈັດຂື້ນໃນວັນທີ 19 ກໍລະກົດ 2022 ທີ່ສໍານັກງານນາຍົກ ລັດຖະມົນຕີ ໂດຍແມ່ນທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະ ມົນຕີໃຫ້ກຽດປະດັບຫລຽນໃນຄັ້ງນີ້.
ໂອກາດນີ້, ທ່ານ ພັນຄໍາ ວິພາວັນ ໄດ້ໂອ້ລົມຄະນະນໍາ, ຄູຝຶກ ແລະນັກກິລາບານເຕະທີມຊາດລາວຮຸ່ນອາຍຸບໍ່ເກີນ 19 ປີ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ນັກກິລາບານເຕະລາວຍາດມາໄດ້ ຊື່ງເປັນການສ້າງຊື່ສຽງໃຫ້ປະເທດຊາດ ແລະຍົກບົດບາດຂອງກິລາບານເຕະລາວໃຫ້ສູງຂື້ນໃນເວທີອາ ຊຽນ ພ້ອມທັງເນັ້ນໜັກຫລາຍບັນຫາໃຫ້ຄະນະນໍາ, ຄູຝຶກ ແລະນັກກິລາບານເຕະທີມຊາດລາວເອົາ ໃຈໃສ່ ເປັນຕົ້ນການສ້າງນັກກິລາຮຸ່ນສືບທອດ, ການຄັດເລືອກນັກກິລາເຂົ້າຮ່ວມແຂ່ງຂັນແຕ່ລະຄັ້ງໃຫ້ເນັ້ນໃສ່ຜູ້ທີ່ມີຄວາມສາມາດແທ້ໆ, ສ້າງໃຫ້ນັກກິລາມີຄວາມສາມັກຄີ, ມີນໍ້າໃຈນັກກິລາ ແລະບັນຫາອື່ນໆ.
ທ້າວ ຈັນທະວີໄຊ ຂຸນທຸມພອນ, ໄດ້ຕາງໜ້ານັກກິລາບານເຕະທິມຊາດລາວ U19 ສະແດງຄວາມຮູ້ບຸນຄຸນມາຍັງພັກ, ລັດ, ປະຊາຊົນລາວ, ຄູຝຶກໂດຍສະເພາະຄະນະສະຫະພັນບານເຕະແຫ່ງຊາດລາວທີ່ໄດ້ສ້າງເງື່ອນໄຂ ແລະມອບໂອກາດໃຫ້ຕາງໜ້ານັກກິລາລາວທົ່ວທັງປະເທດເຂົ້າຮວ່ມໃນງານແຂ່ງ ຂັນຊິງຊະນະເລີດບານເຕະຊາຍຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ19 ປີປະຈໍາປີ 2022 ທີ່ປະເທດອິນໂດເນເຊຍ ຊື່ງນັກກິລາທຸກຄົນໄດ້ສາມັກຄີກັນ, ປະຕິບັດຕາມການແນະນຳຂອງຄູຝຶກແລະຄະນະນຳສະ ຫະພັນຢ່າງເຄັ່ງຄັດແລະສູ້ສຸດຄວາມສາມາດເພື່ອກຽດສັກສີຂອງປະເທດຊາດ ແລະ ປະຊາຊົນລາວ. ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ,ຈະສືບຕໍ່ມູນເຊື້ອແລະນຳເອົາບົດຮຽນ,ປະສົບການທີ່ໄດ້ມາເພື່ອພັດ ທະນາຕົນເອງແລະໝູ່ຄະນະໃຫ້ດີຂຶ້ນໄປເລື້ອຍໆ ເພື່ອເປັນແບບຢ່າງທີ່ດີໃຫ້ແກ່ຊາວໜຸ່ມລາວຫັນມາຮັກການຫຼີ້ນກິລາ ແລະ ຖືເອົາກິລາເພື່ອສ້າງຊື່ສຽງໃຫ້ແກ່ປະເທດຊາດ.
ສໍາລັບການແຂ່ງຂັນບານເຕະຊາຍຊິງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ19ປີ ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ຈັດຂື້ນໃນລະຫວ່າງວັນທີ 2 ຫາ 15 ກໍລະກົດ 2022 ໂດຍມີ 11 ປະເທດເຂົ້າຮ່ວມແຂ່ງຂັນ ຊຶ່ງທິມຊາດລາວສາມາດຍາດໄດ້ອັນດັບ 2 ເປັນອັນດັບສູງສຸດທີ່ທີມຊາດລາວສາມາດຍາດມາໄດ້ໃນໄລຍະຜ່ານມາ. ພ້ອມດຽວກັນນີ້ຜູ້ຮັກສາປະຕູຄືທ້າວພູນິນໄຊຍະສອນຍັງໄດ້ຮັບລາງວັນຜູ້ຮັກສາປະຕູດີເດັ່ນຂອງການແຂ່ງຂັນໃນຄັ້ງນີ້.
ຂ່າວ: ຈັນທະສອນ ສີຫານາດ
May be an image of 7 people, people standing and indoor
May be an image of 7 people and people standing
May be an image of 4 people, people standing and indoor
May be an image of 11 people, people standing and indoor
May be an image of 9 people, people standing and indoor
May be an image of 2 people, people standing and indoor