ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 1 ມີນາ 2022 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະ ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ປາໂບ ອານໂຕນີໂອ ໂຣດຣິເກັດສ ວີດາລ (Pablo Antonio Rodriguez Vidal), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປ ລາວ, ເນື່ອງໃນໂອກາດສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ. ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານທູດ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມ ດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະ ແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າ ທີ່ເປັນ ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປ ລາວ ຂອງ ທ່ານ ປາໂບ ອານໂຕນີໂອ ໂຣດຣິເກັດສ ວີດາລ ເປັນເວລາ 5 ປີກວ່າ ນັບແຕ່ເດືອນທັນວາ 2016 ເປັນຕົ້ນມາ, ເຊິ່ງທ່ານທູດ ໄດ້ເຄື່ອນໄຫວຢ່າງຫ້າວຫັນ ເພື່ອຊຸກຍູ້, ສົ່ງເສີມການພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງສອງປະເທດ ລາວ ແລະ ກູບາ ໃຫ້ໄດ້ຮັບການສືບຕໍ່ເສີມຂະຫຍາຍຕະຫລອດມາ ເປັນຕົ້ນ ທ່ານທູດໄດ້ປະກອບສ່ວນຊຸກຍູ້ ແລະ ອໍາ ນວຍຄວາມສະດວກ ໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ທັງສາຍພັກ ແລະ ສາຍລັດ ຂອງທັງສອງປະເທດ, ປະກອບສ່ວນຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ໂດຍສອງປະເທດໄດ້ລົງນາມສັນ ຍາການຮ່ວມມື ຫລາຍສະບັບ, ດ້ານເສດຖະກິດການຄ້າກໍມີບາດ ກ້າວຂະຫຍາຍຕົວ, ລວມເຖິງການປະກອບສ່ວນຊຸກຍູ້ທາງດ້ານການສຶກສາ ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ ລັດຖະບານກູບາ ໄດ້ສະໜອງທຶນການສຶກສາຢູ່ກູບາໃຫ້ແກ່ ສປປ ລາວ ຈໍານວນ 6 ທຶນ ຕໍ່ປີ ແລະ ອື່ນໆ.
ພ້ອມກັນນີ້, ທ່ານທູດ ປາໂບ ອານໂຕນີໂອ ໂຣດຣິເກັດສ ວີດາລ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະ ຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ໃຫ້ຄວາມຮ່ວມມືອັນດີ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນ ໄຫວປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດ ແລະ ມີປະສິດທິຜົນຢ່າງຈົບງາມ, ສະແດງຄວາມຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາ ຊົນລາວ ທີ່ໄດ້ມອບຫລຽນກາມິດຕະພາບອັນຊົງກຽດໃຫ້ຕົນ ແລະ ຢືນຢັນວ່າ ຈະສືບຕໍ່ປະ ກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ແລະ ຍາວນານຂອງສອງປະເທດ ກູບາ-ລາວ ໃຫ້ໄດ້ຮັບການພັດທະນາຂະຫຍາຍຕົວຍິ່ງໆຂຶ້ນ.
ຂ່າວ-ພາບ: ກຕທ