ໃນວັນທີ 21 ກັນຍາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ຟຼໍລັອງ ຊ໋ອງບລັອງ ຣິສແລກ໌ (Florencen Jeanblanc-Risler), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດ ຟຼໍລັອງ ຊ໋ອງບລັອງ ຣິສແລກ໌ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ແລະ ຕັ້ງໜ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຕະຫຼອດໄລຍະເວລາ 3 ປີ ທີ່ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ການສະໜັບສະໜຸນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ຝຣັ່ງ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໃນຂະແໜງການຕ່າງໆເຊັ່ນ: ການສຶກສາ, ໂພຊະນາການ, ການຄໍ້າປະກັນສະບຽງອາຫານ, ສາທາລະນະສຸກ, ການເງິນ ແລະ ກົດໝາຍການປົກຄອງ, ການພັດທະນາຂອງພາກເອກະຊົນ ແລະ ວຽກອົງການ CSO. ນອກນັ້ນ, ກໍໄດ້ປະກອບສ່ວນສໍາຄັນໃນການຊຸກຍູ້ໂຄງການ COVAX, ເຮັດໃຫ້ ສປປ ລາວ ກໍຄື ປະຊາຊົນລາວ ໄດ້ເຂົ້າຮັບວັກແຊັງຢ່າງທົ່ວເຖິງ, ຊຶ່ງທັງໝົດນັ້ນ ໄດ້ປະກອບສ່ວນຢ່າງຫຼວງຫຼາຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານທູດ ຟຼໍລັອງ ຊ໋ອງບລັອງ ຣິສແລກ໌ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ຝຣັ່ງ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ພ້ອມດຽວກັນນີ້, ທ່ານທູດ ຟຼໍລັອງ ຊ໋ອງບລັອງ ຣິສແລກ໌ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ໃຫ້ຄວາມຮ່ວມມືອັນດີ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານການທູດຂອງຕົນ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດ ແລະ ມີປະສິດທິຜົນຢ່າງຈົບງາມ, ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ມອບຫຼຽນກາມິດຕະພາບອັນຊົງກຽດໃຫ້ແກ່ທ່ານ ແລະ ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ຝຣັ່ງ ໃຫ້ນັບມື້ນັບໄດ້ຮັບໝາກຜົນຍິ່ງໆຂຶ້ນ.