ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 12 ພະຈິກ 2021 ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ໄດ້ຕາງໜ້າລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ແກ່ ທ່ານ ຢາຊູຢູກິ ໂອຮາລາ (Mr. Yasuyuki OHARA), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາເມືອງນາໂກຢາ, ແຂວງໄອຈິ, ປະເທດຍີ່ປຸ່ນ ຢ່າງສົມກຽດ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ໂຕກຽວ.
ທ່ານ ຢາຊູຢູກິ ໂອຮາລາ ເປັນໜຶ່ງໃນນັກທຸລະກິດທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງໃນແຂວງໄອຈິ ເຊິ່ງໄດ້ຮັບການຕົກລົງແຕ່ງຕັ້ງຢ່າງເປັນທາງການຈາກລັດຖະບານລາວ ແລະ ໄດ້ຮັບການເຫັນດີຈາກລັດຖະບານຍີ່ປຸ່ນ ໃຫ້ດໍາລົງຕໍາແໜ່ງເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ປະຈໍາເມືອງນາໂກຢາ, ແຂວງໄອຈິ, ປະເທດຍີ່ປຸ່ນ ແລະ ຮັບຜິດຊອບເຂດຈູບຸ (Chubu) ທັງໝົດ ເຊິ່ງປະກອບມີ 09 ແຂວງຄື: ຢາມານາຊິ, ນີກະຕະ, ໂຕຢາມະ, ກິຟຶ, ນາກາໂນະ, ຊິຊູໂອກະ, ໄອຈິ, ອິຊິກະວະ ແລະ ຟຸກຸຍ.
ໃນພິທີດັ່ງກ່າວ ທ່ານເອກອັກຄະລັດຖະ ທູດ ໄດ້ສະແດງຄວາມຊົມເຊີຍຕໍ່ການຮັບໜ້າທີ່ສຳຄັນດັ່ງກ່າວຂອງທ່ານ ຢາຊູຢູກິ ໂອຮາລາ, ພ້ອມທັງ ໄດ້ສະເໜີໃຫ້ທ່ານກົງສຸນກິດຕິມະສັກລາວ ເອົາໃຈໃສ່ໃນການປະຕິບັດພາລະບົດບາດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດສູງ ແລະ ປະສານຢ່າງໃກ້ຊິດກັບສະຖານທູດ ເພື່ອເຄື່ອນ ໄຫວຕາມສິດຂອບເຂດໜ້າທີ່ຮັບຜິດ ຊອບຂອງຕົນ ໃນການປົກປ້ອງສິດຜົນປະໂຫຍດຂອງ ສປປ ລາວ ແລະ ປະຕິ ບັດໜ້າທີ່ໃຫ້ສອດຄ່ອງກັບລະບຽບກົດໝາຍ ຂອງທັງສອງປະເທດ, ໂດຍສະເພາະແມ່ນການປະກອບສ່ວນເຄື່ອນໄຫວເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ກໍຄືການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມຍິ່ງຂຶ້ນ, ລວມທັງການຊຸກຍູ້ສົ່ງເສີມພາກທຸລະກິດ, ການຄ້າ, ການລົງທຶນ ກໍຄືຊ່ວຍໂຄສະນາດ້ານວັດທະນະທຳຂອງລາວໃຫ້ຄົນຍີ່ປຸ່ນໄດ້ຮັບຮູ້ ຢ່າງກວ້າງ ຂວາງກວ່າເກົ່າ.
ໃນຂະນະດຽວກັນ, ທ່ານກົງສຸນກິດຕິມາສັກລາວ ໄດ້ກ່າວສະແດງຄວາມຂອບໃຈ ຢ່າງສຸດຊຶ້ງ ຕໍ່ລັດຖະບານລາວ ທີ່ໄດ້ໄວ້ວາງໃຈ ແລະ ມອບໝາຍໜ້າທີ່ອັນສຳຄັນນີ້ ໃຫ້ແກ່ທ່ານ ພ້ອມທັງໃຫ້ສັນຍາວ່າ ຈະຕັ້ງໜ້າປະຕິບັດໜ້າທີ່ຂອງການເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ໃຫ້ສົມກຽດ ຕາມການມອບໝາຍ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານລາວ.