ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງສາທາລະນະສຸກ ແລະ ອົງການຢູນີເຊັບປະຈໍາລາວ ໄດ້ສະເຫລີມສະຫລອງວັນເດັກໂລກວັນທີ 20 ພະຈິກ ແລະ ແນະນໍາບົດບົດເພງໃໝ່ ທີ່ມີຊື່ວ່າ “ລາວຮ່ວມໃຈສັກວັກຊີນ” ທີ່ສົ່ງເສີມຄວາມສຳຄັນຂອງການສັກວັກຊີນປ້ອງກັນພະຍາດໂຄວິດ19 ຊຶ່ງປະພັນເພັງ ແລະ ແປໂດຍ ນາງອາລູນາ ທະວີບສຸກ, ນັກຮ້ອງລາວ ພ້ອມທັງສະເຫຼີມສະຫຼອງຄວາມພະຍາຍາມຂອງພະນັກງານສາທາລະນະສຸກທີ່ເປັນແຖວໜ້າໃນການຮັບມືກັບພະຍາດໂຄວິດ19 ຂອງລາວ ນັບແຕ່ເກີດການລະບາດຂອງພະຍາດໂຄວິດ19. ພິທີຈັດຂື້ນໃນຕອນເຊົ້າວັນທີ 19 ພະຈິກ 2021, ທີ່ວັດຈີນ ບ້ານດົງປ່າແຫລບ ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ນາງ ດຣ ເພຍ ເຣເບນໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຊີ້ໃຫ້ເຫັນວ່າ: ການສະ ເຫລີມສະຫລອງວັນເດັກນ້ອຍສາກົນ ວັນທີ 20 ພະຈິກປີນີ້ຢູ່ລາວ ຈັດຂຶ້ນພາຍໃຕ້ສະຖານະການທີ່ແຕກຕ່າງກັນຫຼາຍ ເມື່ອສົມທຽບກັບປີຜ່ານໆມາ ເນື່ອງຈາກການລະບາດຂອງພະຍາດໂຄວິດ19 ທີ່ຍັງສືບຕໍ່ສ້າງຜົນກະທົບທາງດ້ານເສດຖະກິດ-ສັງຄົມຢ່າງໃຫຍ່ຫຼວງຕໍ່ປະເທດ ແລະ ສົ່ງຜົນກະທົບຕໍ່ສຸຂະ ພາບ,ການດຳລົງຊີວິດໃນສັງຄົມ ແລະ ຄອບຄົວ ສະນັ້ນລັດຖະບານພວມສຸມໃສ່ຕອບໂຕ້ກັບການລະບາດຂອງພະຍາດໂຄວິດ19 ດ້ວຍການສ້າງເງື່ອນໄຂໃຫ້ປະຊາຊົນກໍ່ຄືເດັກນ້ອຍລາວໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ19 ຢ່າງທົ່ວເຖິງ.