ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບ-ຮັບອຸປະກອນ ແລະ ເຄື່ອງມືກວດຫາເຊື້ອພະຍາດ COVID-19 ມູນຄ່າ 15ຕື້ 400ລ້ານກີບ (2,250,000 ໂດລາອົດສະຕຣາລິ) ຈາກລັດຖະບານ ອົສຕຼາລີ ຜ່ານ ອົງການອະນາໄມໂລກ (WHO) ໄດ້ຈັດຂຶ້ນທີ່ກະຊວງສາທາລະນະສຸກ ໃນຕອນບ່າຍວັນທີ 26 ສິງຫາ 2021 ເຊິ່ງແມ່ນການຊ່ວຍເຫຼືອເພີ່ມເຕີມຂອງປະເທດອົດສະຕຣາລີ ຈຳນວນ 111,6 ຕື້ກີບ (16.2 ລ້ານໂດລາອົດສະຕຣາລີ) ໃຫ້ແກ່ ລັດຖະບານລາວ ດ້ານວັກຊີນກັນພະຍາດໂຄວິດ-19.
ເຂົ້າຮ່ວມໃນພິທີຄັ້ງນີ້ ມີ ດຣ. ບຸນແຟງ ພົມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ພໍ ເຄັນລື້, ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ,ທ່ານ ດຣ. ຈຸນ ກາວ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ດຣ. ບຸນແຟງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ:“ ກະຊວງສາທາລະນະສຸກ ສະແດງຄວາມຂອບໃຈມາຍັງການປະກອບສ່ວນຢ່າງທ່ວງທັນໃນການຕອບໂຕ້ກັບພະຍາດ COVID-19 ຈາກ ລັດຖະບານອົດສະຕຣາລີ , ໂດຍສະເພາະຕໍ່ກໍລະນີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງໄວວາໃນເດືອນທີ່ຜ່ານມາໂດຍມີການລາຍງານສະສົມທັງໝົດ 13,909 ກໍລະນີ ໃນວັນທີ 25 ສິງຫາ, ປະຈຸບັນ ກະຊວງສາທາລະນະສຸກ ສາມາດກວດຫາເຊື້ອໄດ້ ໃນເວລາທີ່ສັ້ນຂຶ້ນ ໂດຍສະເພາະໃນບັນດາແຂວງພາກເໜືອ ແລະ ພາກໃຕ້ ຜ່ານການເສີມຂະຫຍາຍ ແລະ ການເເບ່ງຂັ້ນຄຸ້ມຄອງດ້ານການກວດຫາເຊື້ອ ເຊີ່ງຈາກການສະໜັບສະໜູນຂອງທຶນຊ່ວຍເຫຼືອດັ່ງກ່າວນີ້.” ການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໄດ້ຊ່ວຍໃຫ້ປະເທດລາວສາມາດຫຼຸດຜ່ອນເວລາໃນການຂົນສົ່ງ ແລະກວດຫາຕົວຢ່າງໃນຂັ້ນສູນກາງ, ຊ່ວຍໃຫ້ມີການດຳເນີນງານທີ່ໄວຂຶ້ນເພື່ອຫຼຸດຜ່ອນການແຜ່ເຊື້ອ, ໂດຍສະເພາະການພົບຕົວເລກບັນທຶກປະຈໍາວັນທີ່ສູງທີ່ສຸດຈໍານວນ 952 ກໍລະນິຕິດເຊື້ອໃນວັນທີ 25 ສິງຫາ 2021.
ທ່ານ ພໍ ເຄ້ນລີ້ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ກ່າວວ່າ: ປະເທດອົດສະຕຣາລີ ພູມໃຈທີ່ໄດ້ຊ່ວຍເຫຼືອ ລັດຖະບານລາວ ໃນການຕໍ່ສູ້ກັບພະຍາດໂຄວິດ -19. ປະເທດອົດສະຕຣາລີ ມີຄວາມມຸ່ງໝັ້ນທີ່ຈະໃຫ້ການຊ່ວຍເຫຼຶອຫຼາຍກວ່າ 127 ຕື້ກີບ (18.45 ລ້ານໂດລາອົດສະຕຣາລີ) ໃຫ້ປະເທດລາວ ເພື່ອໃຫ້ບໍລິການສັກວັກຊີນທີ່ປອດໄພ ແລະ ມີປະສິດທິພາບ. ໃນສ່ວນໜຶ່ງຂອງການສະໜັບສະໜູນຊຸດນີ້, ອົດສະຕຣາລີ ໃຫ້ການຊ່ວຍເຫຼືອ 15 ຕື້ 400ລ້ານກີບ (2,25 ລ້ານໂດລາອົດສະຕຣາລີ) ໃຫ້ແກ່ລັດຖະບານລາວ ໂດຍຜ່ານ ອົງການອະນາໄມໂລກ ເພື່ອຊ່ວຍໃນການຈັດຊື້ອຸປະກອນ ແລະ ເຄື່ອງມືສໍາລັບກວດຫາເຊື້ອພະຍາດ ໂຄວິດ-19 ແລະ ເສີມສ້າງຄວາມສາມາດໃຫ້ແກ່ຫ້ອງວິເຄາະ, ເພື່ອຊ່ວຍກຽມຄວາມພ້ອມ ແລະ ຕອບໂຕ້ກັບພະຍາດໂດວິດ-19 ຂອງປະເທດລາວ.
ຕັ້ງແຕ່ເລີ່ມມີການແຜ່ລະບາດ, ຄວາມສາມາດໃນການກວດເຊື້ອໃນທົ່ວປະເທດໄດ້ເພີ່ມຂຶ້ນຈາກ 500 ຄົນຕໍ່ມື້ມາເປັນ2,000-3,000 ຕົວຢ່າງຕໍ່ມື້, ໃນເວລາດຽວກັນ, ທຶນຊ່ວຍເຫຼືອດັ່ງກ່າວຍັງຈະຖືກນໍາໃຊ້ເຂົ້າໃນການຕິດຕາມກວດກາຫ້ອງວິເຄາະຢູ່ຂັ້ນແຂວງເພື່ອຮັບປະກັນວ່າຫ້ອງວິເຄາະເຫຼົ່ານັ້ນໄດ້ຕາມມາດຕະຖານຄວາມປອດໄພດ້ານຊີວະພາບ ແລະມາດຕະຖານຫrງຄຸນະພາບ.