ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຫຼັງຈາກທີ່ໄດ້ສໍາເລັດການເປີດຫ້ອງການພາກພື້ນທີ່ແຂວງສະຫວັນນະເຂດ ແລະ ແຂວງແຂວງຫຼວງນໍ້າທາ ໃນເດືອນພະຈິກ 2022 , ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ອົດສະຕຣາລີ ໄດ້ເປີດຫ້ອງການພາກພື້ນແຫ່ງທີ 3 ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດ ເຂົ້າເຖິງການສຶກສາຂັ້ນພຶ້ນຖານໃນ ສປປ ລາວ ຢູ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ.
ພິທີເປີດຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2023 ນີ້ ໂດຍການເປັນປະທານຂອງ ທ່ານ ເກດ ພັນລັກ, ຫົວໜ້າກົມການສ້າງຄູ ແລະ ທ່ານ ນາງ ເຣເບັກກ້າ ແມັກຮິວ, ຫົວໜ້າແຜນງານບີຄວາ.ມີທ່ານ ນາງ ທຽນ ພູພອນທອງ, ຮອງອໍານວຍການວິທະຍາໄລຄູຄັງໄຂ ພ້ອມດ້ວຍພະນັກງານ, ຄູຈາກວິທະຍາໄລຄູ ແລະ ຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ແລະ ແຂວງຫົວພັນ ເຊິ່ງເປັນຜູ້ທີ່ມີບົດບາດສຳຄັນທີ່ຈະມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນບັນດາເຂດບໍລິການຂອງວິທະຍາໄລຄູຄັງໄຂ.
ທ່ານ ເກດ ພັນລັກ ໄດ້ກ່າວວ່າ “ ຫຼັກສູດຂັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ນຳສະເໜີຫຼັກສູດການຮຽນການສອນແບບໃໝ່ທີ່ຖືເອົານັກຮຽນເປັນໃຈກາງ ເຊິ່ງເປັນພື້ນຖານອັນສຳຄັນຕໍ່ຜົນສຳເລັດຂອງການສຶກສາ ທີ່ມີຄຸນນະພາບໃນ ສປປ ລາວ. ບາດກ້າວຕໍ່ໄປທີ່ສຳຄັນຂອງການປັບປຸງນີ້ ແມ່ນການສ້າງຄູໃຫ້ມີຄຸນນະພາບ ແລະ ເຂົ້າເຖິງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອຮັບປະກັນໃຫ້ຄູ ສາມາດຈັດຕັ້ງປະຕິບັດ ຫຼັກສູດໃຫ້ປະສົບຜົນສຳເລັດ ແລະ ນຳມາໃຊ້ຕົວຈິງໃນຫ້ອງຮຽນ.
ການສ້າງຕັ້ງຫ້ອງການ ພາກພື້ນຂອງແຜນງານບີຄວາໃນ 3 ວິທະຍາໄລຄູ ເປົ້າໝາຍຈະຊ່ວຍໃຫ້ການຮ່ວມມື ລະຫວ່າງ ກົມສ້າງຄູ ແລະ ແຜນງານບິຄວາ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ ບັນດາວິທະຍາໄລຄູດັ່ງກ່າວ ເພື່ອປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ມີຄຸນນະພາບໃນເຂດບໍລິການຂອງຕົນ.”
ທ່ານ ນາງ ເຣເບັກກ້າ ແມັກຮິວ ໄດ້ກ່າວວ່າ: ” ການໃຫ້ການຝຶກອົບຮົມຄູທີ່ມີຄຸນນະພາບ ແລະ ການພັດທະນາວິຊາຊີບຄູ ແມ່ນມີຄວາມສຳຄັນ ຕໍ່ການສະໜັບສະໜູນຄູ ໃຫ້ນຳໃຊ້ວິທີການຮຽນດ້ວຍການປະຕິບັດຕົວຈິງໃນຫ້ອງຮຽນ ແລະ ຮັບປະກັນຜົນສຳເລັດຂອງຫຼັກສູດໃໝ່. ລັດຖະບານອົດສະຕຣາລີໂດຍຜ່ານ ແຜນງານບີຄວາໄລຍະ 2 ແມ່ນກຳລັງຫັນໄປສູ່ການຊ່ວຍເຫຼືອ ໃນການພັດທະນາວິຊາຊີບຄູໃຫ້ຫຼາຍຂຶ້ນ. ການສອນທີ່ມີຄຸນນະພາບເປັນສ່ວນໜຶ່ງທີ່ສຳຄັນໃນການປັບປຸງຜົນການຮຽນຂອງເດັກທຸກຄົນໃນ ສປປ ລາວ. ດ້ວຍການຮ່ວມມືລະຫວ່າງ ກົມສ້າງຄູ ແລະ ບັນດາວິທະຍາໄລຄູເປົ້າຫມາຍຂອງແຜນງານ, ພວກເຮົາຈະສ້າງ ແລະ ຊຸກຍູ້ໃຫ້ຄູອາຈານມີສ່ວນຮ່ວມໃນກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຕະຫຼອດສົກຮຽນ ເພື່ອພັດທະນາຄວາມຫມັ້ນໃຈແລະທັກສະການສອນຫຼັກສູດຂອງຄູໃຫ້ມີປະສິດທິພາບ ”.
ທ່ານ ເກດ ພັນລັກ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ພວກເຮົາກຳລັງສ້າງລະບົບໃໝ່ ເພື່ອໃຫ້ຄູສອນທັງໝົດໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງ ຈາກຜູ້ອຳນວຍການ ແລະ ພະນັກງານການສຶກສາຂັ້ນເມືອງ, ແຂວງ ແລະ ຄູ ຈາກວິທະຍາໄລ ຕະຫຼອດສົກຮຽນ . ເນື່ອງຈາກເປັນຫຼັກສູດໃໝ່ ອາດພົບກັບສິ່ງທ້າທາຍໃນການສອນ ແລະ ຫວັງວ່າ ຈະໄດ້ເຫັນບາດກ້າວຕໍ່ໄປຂອງຄວາມສຳເລັດ ຈາກການຮ່ວມມືອັນຍາວນານກັບລັດຖະບານອົດສະຕາລີ ຜ່ານການເປີດຫ້ອງການພາກພຶ້ນຂອງແຜນງານບີຄວາທັງ 3 ແຫ່ງ.