ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລັດຖະບານເເຫ່ງ ສປປ ລາວ ເເລະ ສະຫະພາບເອີຣົບ ໄດ້ສ້າງສາຍສໍາພັນທີ່ເເໜ້ນເເຟ້ນນັບຕັ້ງແຕ່ໄດ້ມີການເປີດສາຍພົວພັນທາງການທູດລະຫ່ວາງທັງສອງຝ່າຍຂຶ້ນໃນປີ 1975. ນັບແຕ່ນັ້ນເປັນຕົ້ນມາ, ສະຫະພາບເອີຣົບ ກໍ່ໄດ້ກາຍເປັນຄູ່ຮ່ວມພັດທະນາອັນສຳຄັນຂອງ ສປປ ລາວ ເເລະ ໄດ້ເຮັດວຽກກັບບັນດາຄູ່ຮ່ວມພັດທະນາຕ່າງໆເຊັ່ນ ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ໃນຫຼາຍຂົງເຂດການຮ່ວມມື, ບໍ່ວ່າຈະເເມ່ນວຽກງານສົ່ງເສີມການສຶກສາ ແລະ ໂພຊະນາການເພື່ອຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍລາວ, ຫຼືວ່າ ວຽກງານສົ່ງເສີມການພັດທະນາເສດ ຖະກິດ-ສັງຄົມ ເເລະ ການພັດທະນາແບບຍືນຍົງໃນ ສປປ ລາວ. ຄຽງຄູ່ກັນນີ້, ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ກໍ່ໄດ້ເຮັດວຽກມາເປັນເວລາຫຼາຍກວ່າ 45 ປີ ໃນ ສປປ ລາວ ເພື່ອສົ່ງເສີມການສັກວັກຊີນໃຫ້ເເກ່ເດັກນ້ອຍລາວທຸກຄົນ.
ເມື່ອໄດ້ເກີດການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວໃນຕົ້ນປີ 2021 ນັ້ນ, ສາຍສໍາພັນ ເເລະ ການຮ່ວມມືລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ສະຫະພາບເອີຣົບ ຍິ່ງນັບມື້ນັບເເໜ້ນເເຟ້ນຂຶ້ນ. ດ້ວຍການເຮດວຽກກັບບັນດາປະເທດສະມາຊິກຂອງ ສະຫະພາບເອີຣົບ ໃນນາມ “ທີມເອີຣົບ” (Team Europe) ພ້ອມດ້ວຍ ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ໂດຍຜ່ານໂຄງການ COVAX Facility, ສະຫະພາບເອີຣົບ ໄດ້ຈັດສົ່ງວັກຊີນກັນພະຍາດ ໂຄວິດ-19 ຈໍານວນທັງໝົດ 1,454,400 ໂດສ໌ໃຫ້ແກ່ປະຊາຊົນລາວໃນທ້າຍປີ 2021.
ວັກຊີນເຫຼົ່ານີ້ເເມ່ນປະກອບດ້ວຍການຊ່ວຍເຫຼືອຈາກບັນດາປະເທດສະມາຊິກ ສະຫະພາບເອີຣົບ ຕ່າງໆ, ເຊີ່ງໃນນີ້ລວມມີການຊ່ວຍເຫຼືອວັກຊີນສອງຊະນິດ, ເຊີ່ງຊະນິດທຳອິດກໍໍຄື ວັກຊິນ AstraZeneca/Oxford ປະກອບສ່ວນໂດຍປະເທດຝຣັ່ງ (192,000 ໂດສ໌), ປະເທດຟິນແລນ (100,800 ໂດສ໌); ປະເທດສວີເດນ (199,200 ໂດສ໌) ແລະ ປະເທດເນເທີແລນ (199,200 ໂດສ໌). ສ່ວນວັກຊິນຊະນິດທີ່ສອງເເມ່ນວັກຊີນ Johnson & Johnson (J&J) ຈາກປະເທດເກຼັກ (302,400 ໂດສ໌) ແລະ ປະເທດເນເທີແລນ (460,800 ໂດສ໌). ເມື່ອລວມການຊ່ວຍເຫຼືອວັກຊີນເຫຼົ່ານີ້ຈາກ ສະຫະພາບເອີຣົບ ໂດຍຜ່ານໂຄງການ COVAX Facility ເຂົ້າກັບການຊ່ວຍເຫຼືອວັກຊີນໂດຍກົງຈາກບັນດາປະເທດສະມາຊິກ ສະຫະພາບເອີຣົບ ອື່ນໆໃຫ້ແກ່ ສປປ ລາວ, ມາຮອດປັດຈຸບັນ ທີມເອີຣົບ ເເມ່ນໄດ້ຊ່ວຍເຫຼືອວັກຊີນຈຳນວນທັ້ງມົດຫຼາຍກວ່າ 2 ລ້ານ ໂດສ໌ ແລະ ຍັ່ງກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອຕື່ມເເກ່ ສປປ ລາວ ອີກໃນອະນາຄົດ.
ເຖິງເເມ່ນວ່າການລະບາດຂອງພະຍາດ ໂຄວິດ-19 ໄດ້ບັງຄັບໃຫ້ຫຼາຍໆຄອບຄົວ ແລະ ຊຸມຊົນ ຈຳເປັນຕ້ອງໄດ້ໃຊ້ຊິວິດຫ່າງກັນເປັນໄລຍະດົນ ແລະ ສ້າງຄວາມເຫີນຫ່າງລະຫວ່າງຜູ້ຄົນຂອງຫຼາຍໆປະເທດເນື່ອງຈາກການຈຳກັດການເດີນທາງໃນລະດັບທົ່ວໂລກ, ແຕ່ການຊ່ວຍເຫຼືອຂອງ ສະຫະພາບເອີຣົບ ໃຫ້ເເກ່ ສປປ ລາວ, ເຊີ່ງເປັນການຊ່ວຍເຫຼືອຈາກປະເທດທີ່ຢູ່ໃນທະວີບຕ່າງກັນນັ້ນ, ໄດ້ສະເເດງໃຫ້ເຫັນເເລ້ວເຖີງນໍ້າໃຈສາມັກຄີລະຫວ່າງປະຊາຊົນທະວີບເອີຣົບ ແລະ ປະຊາຊົນລາວ.
ວັກຊີນທີ່ ສະຫະພາບເອີຣົບໄດ້ສະໜອງໃຫ້ນັ້ນ ໄດ້ມາຮອດ ສປປ ລາວ ໃນໄລຍະອັນສຳຄັນເນື່ອງຈາກລັດຖະບານລາວເເມ່ນພວມຢູ່ໃນຂະບວນການສຸກຍູ້ການສັກວັກຊີນໃຫ້ທັນກັບເປົ້າໝາຍ 50 ເປີເຊັນ ຂອງອັດຕາປົກຄຸມວັກຊີນກັນພະຍາດ ໂຄວິດ-19 ສຳລັບປິ 2021. ດັ່ງນັ້ນ, ວັກຊີນດັ່ງກ່າວເເມ່ນເປັນການຊ່ວຍເຫຼືອອັນສຳຄົນສຳລັບບັນດາຊຸມຊົນທີ່ມີຄວາມສ່ຽງສູງຈາກພະຍາດ ໂຄວິດ-19 ເເລະ ໃນການເຈັບປ່ວຍຮ້າຍແຮງ ຫຼື ການເສຍຊີວິດ, ໂດຍສະເພາະສໍາລັບຜູ້ສູງອາຍຸ, ແມ່ຍິງຖືພາ ແລະ ຜູ້ມີພູມຕ້ານທານຕ່ຳ.
ເປົ້າໝາຍຂອງພວກເຮົາໃນຂັ້ນເບື້ຶອງຕົ້ນທີ່ຈະໃຫ້ວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ເເກ່ປະຊາຊົນລາວທຸກຄົນນັ້ນ ກໍເບິ່ງຄືວ່າເປັນເປົ້າໝາຍທີ່ບໍ່ໄກເກີນເອື້ອມ ເເລະ ດ້ວຍການສັກຢາວັກຊີນເເຕ່ລະຄັ້ງນັ້ນ, ພວກເຮົາກໍ່ສາມາດເຫັນໄດ້ເຖີງພະລັງຂອງວັກຊີນໃນການຊ່ວຍຊີວິດຄົນ, ໂດຍສະເພາະໃນການຈຳກັດກໍລະນີເສຍຊີວິດ ແລະ ການເຈັບປ່ວຍຮ້າຍແຮງໃນ ສປປ ລາວ ຈາກພະຍາດ ໂຄວິດ-19.
ເປົ້າໝາຍຊິວິດຍືນຍົງສຳລັບທຸກຄົນ
ອາທິດນີ້ເເມ່ນມີຄວາມສໍາຄັນເປັນພິເສດສໍາລັບວຽກງານການສັກວັກຊີນເພາະວ່າອາທິດນີ້ພວກເຮົາໄດ້ສະເຫຼີມສະຫຼອງ ອາທິດຂອງການຮັບວັກຊີນກັນພະຍາດສາກົນ (World Immunization Week 2022), ເຊິ່ງໄດ້ຈັດຂຶ້ນໃນອາທິດສຸດທ້າຍຂອງທຸກໆເດືອນເມສາ.
ຈຸດປະສົງຂອງ ອາທິດຂອງການຮັບວັກຊີນກັນພະຍາດສາກົນ ກໍ່ເເມ່ນເພືອສະເຫຼີມສະຫຼອງພະລັງຂອງວັກຊີນໃນການຊ່ວຍຊີວິດ ເເລະ ໃນການສ້າງສາຍເຊື່ອມຕໍ່ລະຫ່ວາງພວກເຮົາກັບບັນດາຜູ້ຄົນທີ່ເຮົາຮັກ, ເປົ້າໝາຍ ແລະ ເວລາທີ່ມີຄ່າທີ່ສຸດສໍາລັບພວກເຮົາ. ດ້ວຍຫົວຂໍ້ສໍາລັບປີນີ້ກໍ່ຄື ‘ຊິວິດຍືນຍົງສຳລັບທຸກຄົນ’, ອາທິດຂອງການຮັບວັກຊີນກັນພະຍາດສາກົນ 2022 ແມ່ນເປັນໂອກາດສຳລັບພວກເຮົາເພື່ອຕັກເຕືອນຕົວເອງເຖິງຄວາມສໍາຄັນຂອງການສັກວັກຊິນເພື່ອສາມາດບັນລຸຄວາມຝັນຂອງພວກເຮົາ ແລະ ຂອງ ລຸ້ນຕໍ່ໆໄປ.
ໃນປັດຈູບັນ, ການສົນທະນາໃນທົ່ວໂລກກ່ຽວກັບວັກຊີນຍັງຄົງສືບຕໍ່ເນັ້ນໜັກເຖີງວັກຊີນກັນພະຍາດ ໂຄວິດ-19, ເເຕ່ຍ້ອນເຫດຜົນນັ້ນ ພວກເຮົາຫຼາຍໆຄົນກໍ່ໄດ້ລືມໄປວ່າ ບັນດາວັກຊີນຕ່າງໆທັ້ງຫຼາຍນັ້ນໄດ້ມີບົດບາດອັນສຳຄັນຕໍ່ສຸຂະພາບ ແລະ ການເປັນຢູ່ທີ່ດີຂອງພວດເຮົາທຸກຄົນໃນຫຼາຍໆທົດສະວັດທີ່ຜ່ານມາ: ນັບຕັ້ງເເຕ່ເວລາທີ່ທ່ານ Edward Jenner ໄດ້ໃຫ້ການສັກວັກຊີນຄັ້ງທໍາອິດໃນໂລກໃນປີ 1796 ໃຫ້ເເກ່ເດັກຊາຍອາຍຸແປດປີທີ່ມີຊື່ວ່າ James Phipps ເພື່ອຕ້ານພະຍາດອີສຸກອີໃສ; ຫຼືວ່າການພັດທະນາວັກຊີນຕ້ານ ໂປລິໂອ ໂດຍທ່ານ Jonas Salk ແລະ ວັກຊີນຕ້ານ ໄຂ້ເຫຼືອງ ໂດຍທ່ານ Max Theiler; ມັນເປັນສິ່ງສໍາຄັນທີ່ພວກເຮົາຕ້ອງຈົດຈຳໄວ້ວ່າ ວັກຊີນນັ້ນເປັນເຄື່ອງມືທີ່ໄດ້ຊ່ວຍມະນຸດສະທຳໃນການຫຼຸດຜ່ອນຄວາມທຸກທໍລະມານໃນໂລກຕະຫຼອດທົດສະວັດທີ່ຜ່ານມາ ແລະ ຮັບຮູ້ວ່າວັກຊີນກັນພະຍາດ ໂຄວິດ -19 ນັ້ນເເມ່ນເປັນສ່ວນໜຶ່ງຂອງຄວາມພະຍາຍາມນີ້.
ດັ່ງນັ້ນ, ໃນໂອກາດ ອາທິດຂອງການຮັບວັກຊີນກັນພະຍາດສາກົນ 2022, ສະຫະພາບເອີຣົບ, ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ໄດ້ຮ່ວມກັນສະເຫຼີມສະຫຼອງພະລັງຊ່ວຍຊີວິດຂອງວັກຊີນ ແລະ ບັນດາຜູ້ທີ່ໄດ້ມີບົດບາດຕ່າງໆໃນວຽກງານການສັກວັກຊີນຕະຫຼອດຫຼາຍໆປີທີ່ຜ່ານມາ.
ພວກເຮົາຂໍສະເເດງຄວາມຊົມເຊີຍຕໍ່ລັດຖະບານເເຫ່ງ ສປປ ລາວ ທີ່ເຮັດວຽກຢ່າງບໍ່ຮູ້ອິດເມື່ອຍເພື່ອຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ໃນປະເທດ.
ພວກເຮົາຂໍສະເເດງຄວາມຂອບໃຈໄປຍັງບັນດາພະຍາບານ, ເເພດໝໍ ແລະ ອາສາສະໝັກ ທີ່ເຮັດວຽກເພື່ອຮັບປະກັນວ່າທຸກຄົນໃນທົ່ວປະເທດລາວ, ຈາກໄວຫນຸ່ມເຖິງຜູ້ສູງອາຍຸ, ໄດ້ຮັບການສັກວັກຊີນ.
ສຸດທ້າຍນີ້, ຖ້າຫາກທ່ານເອງເຄີຍໄດ້ຮັບການສັກຢາວັກຊີນ ຫຼື ໄດ້ພາລູກຫຼານຂອງທ່ານໄປຮັບການສັກວັກຊີນມາກ່ອນນັ້ນ, ຈົ່ງຮູ້ໄວ້ວ່າ ທ່ານໄດ້ໃຫ້ການປະກອບສ່ວນອັນໃຫ່ຍຫຼວງຕໍ່ການຮັບປະກັນການໃຊ້ຊີວິດຢ່າງປອດໄພຂອງຊຸມຊົນພວກເຮົາ ເເລະ ການບັນລຸເປົ້າໝາຍຊິວິດຍືນຍົງສຳລັບທຸກຄົນ.
May be an image of 1 person and text
No photo description available.
May be an image of 3 people and text
May be an image of one or more people and text
May be an image of 3 people and text
May be an image of 3 people and text
No photo description available.