ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 26 ຕຸລາ 2021 ທີ່ກະຊວງກະສິກຳ ແລະ ປ່າໄມ້ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ຕາງຫນ້າລັດຖະບານໄທ ໄດ້ມອບລົດໄຖນາ ແລະ ລົດບັນທຸກ ມູນຄ່າ 1.862.625 ບາດ ຫລືປະມານ 651.918.750 ກີບ ໃຫ້ສູນພັດທະນາ ແລະ ບໍລິການດ້ານກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ 22) ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ສີປະໄພ ໄຊສົງຄາມ ຫົວຫນ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ, ທ່ານ ດວງຕາວັນ ສີສົມບັດ ຫົວຫນ້າສູນພັດທະນາ ແລະ ບໍລິການດ້ານກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ ເປັນຜູ້ຮັບ.
ການຊ່ວຍເຫລືອດັ່ງກ່າວ ເປັນສ່ວນຫນຶ່ງຂອງໂຄງການຮ່ວມມືໃນການສົ່ງເສີມ ແລະ ເຜີຍແຜ່ຄວາມຮູ້ດ້ານກະສິກຳແບບຍືນຍົງ ໃຫ້ຊາວກະສິກອນ, ນັກຮຽນ, ນັກສຶກສາ ແລະ ຜູ້ສົນໃຈ ໃນ ສປປ ລາວ. ໂດຍສູນພັດທະນາ ແລະ ບໍລິການດ້ານກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ ເປັນຫນ່ວຍງານໃນການສາທິດການຜະລິດກະສິກຳທີ່ທັນສະໄຫມ ໂດຍໃຊ້ເຕັກໂນໂລຊີດ້ານກະສິກຳ ເພື່ອເພີ່ມປະສິດທິພາບ ແລະຫຼຸດຜ່ອນເວລາໃນການຜະລິດກະສິກໍາ ສົ່ງເສີມໃຫ້ ສປປ ລາວ ເປັນແຫຼ່ງຜະລິດອາຫານທີ່ສຳຄັນຂອງພາກພື້ນ.
ຂໍ້ມູນ: ສະຖານທູດໄທ ປະຈໍາ ສປປ ລາວ