ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 22 ກັນຍາ 2021 ນີ້, ຢູ່ກະຊວງສາທາລະນະສຸກ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ ລັດ ຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫລືອ ປະກອບມີ: ເຄື່ອງນອນຄົບຊຸດ (ເສື່ອນອນ, ໝອນ, ມຸ້ງ, ຜ້າຫົ່ມ) ຈໍານວນ 600 ຊຸດ, ຊຸດ PPL ຈໍານວນ 10 ຊຸດ, ຜ້າອັດປາກ-ດັງ 50 ແກັດ, ແຈ້ວລ້າງມື (ຂະຫນາດ 500 ml) ຈໍານວນ 16 ຕຸກ ລວມມູນຄ່າ 500.000 ບາດ ໃຫ້ແກ່ ສປປ ລາວ, ເຊິ່ງຕາງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໂດຍມີພາກ ສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕາງໜ້າໃຫ້ລັດ ຖະບານແຫ່ງ ສປປ ລາວ ຄວາມຂອບໃຈມາຍັງລັດຖະບານ ແຫ່ງຣາຊະອານາຈັກໄທ ກໍຄື ທ່ານເອກອັກ ຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ທີ່ໄດ້ປະກອບສ່ວນເຄື່ອງຊ່ວຍເຫລືອໃຫ້ແກ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ, ເຊິ່ງເປັນການສືບຕໍ່ການຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດ ຕະພາບ-ການຮ່ວມມືລະຫ່ວາງສອງຝ່າຍ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມທັງຢືນຢັນວ່າ ຈະນໍາໃຊ້ເຄື່ອງຊ່ວຍເຫລືອດັ່ງກ່າວ ເຂົ້າໃນໃນວຽກງານການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໃຫ້ເກີດປະໂຫຍດສູງສຸດ.
ຂ່າວ-ພາບ: ສົມຫວັງ