ລັດຖະບານເຫັນດີໃຫ້ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະກຽມພ້ອມຮອບດ້ານເພື່ອຕ້ານການລະບາດພະຍາດໂຄວິດ19 ອອກໄປຕື່ມຈົນເຖິງວັນທີ 20 ພຶດສະພານີ້ ພາຍຫັລງຄຳສັ່ງສະບັບນີ້ຈະສີ້ນສຸດລົງໃນວັນທີ 5 ພຶດສະພານີ້.
ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ໄດ້ຖະແຫລງຂ່າວກ່ຽວກັບການການສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ຈັດຂື້ນໃນວັນທີ 4 ພຶດສະພານີ້ ທີ່ກະຊວງສາທາ ລະນະສຸກ ໂດຍທ່ານໄດ້ຕີລາຄາຄືນເຖິງຜົນໄດ້ຮັບຈາກການຈັດຕັ້ງປະຕິບັດຄຳສັ່ງເລກທີ 15 ຂອງນາຍົກລັດຖະ ມົນຕີ ຕະຫລອດ 14 ວັນຜ່ານມາ ຊື່ງເປັນມາດຕະການທີ່ຖືກຕ້ອງທີ່ສຸດ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ19 ທີ່ພວມລະບາດຢູ່ໃນປະຈຸບັນ ຊື່ງທຸກຂະແໜງການນັບແຕ່ສູນກາງ ແລະທ້ອງຖີ່ນ ໄດ້ສຸມໃສ່ຈັດຕັ້ງຜົນຂະຫຍາຍຢ່າງມີປະສິດທິຜົນສູງ.
ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງຜົນຂະຫຍາຍຄຳສັ່ງເລກທີ 15 ຂອງນາຍົກລັດ ຖະມົນຕີ ເຖິງວ່າຈະຫລາຍດ້ານທີ່ຍາດໄດ້ຜົນສຳເລັດ ແຕ່ອີງໃສ່ສະພາບຄວາມສ່ຽງໃນປະຈຸບັນຢູ່ຫລາຍປະເທດໃກ້ຄ່ຽງຍັງສືບຕໍ່ມີຜູ້ຕິດເຊື້ອເພີ່ມຂື້ນໃນແຕ່ລະວັນ ສະນັ້ນຈີ່ງຮຽກຮ້ອງໃຫ້ທຸກພາກ ສ່ວນເພີ່ມທະວີຄວາມເຂັ້ມງວດ ແລະເປັນເຈົ້າການເຂົ້າຮ່ວມປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ19ຕື່ມອີກ ເພື່ອປ້ອງກັນບໍ່ໃຫ້ມີການລັກລອບເຂົ້າເມືອງແບບຜິດກົດໝາຍ.
ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ຊີ້ໃຫ້ເຫັນຕື່ມວ່າ: ການລະບາດຂອງພະຍາດໂຄວິດ19 ເປັນບັນ ຫາທີ່ແກ້ໄຂໄດ້ຍາກ ແຕ່ເຊື່ອໝັ້ນວ່າຖ້າທຸກພາກສ່ວນໃນສັງຄົມ ແລະປະຊາຊົນລາວບັນດາເຜົ່າ ພ້ອມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ລັດຖະບານກໍ່ຄືຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະເປັນເຈົ້າການທີ່ສຸດ ຈະເຮັດໃຫ້ການລະບາດຂອງພະຍາດໂຄວິດ19ຢູ່ປະເທດເຮົາຜ່ອນຄາຍລົງ ຄຽງຄູ່ກັບການຟື້ນຟູຊີວິການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ແລະກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ:ຈັນທະສອນ​ ສີຫານາດ
ພາບ:ພັກສະຫວັນ​ ວົງໄຊຍາ
Loading...