ພະນັກງານການນໍາແຕ່ລະຂັ້ນ, ນັບແຕ່ລະດັບກົມການເມືອງລົງມາ ເມື່ອເຖີງເວລາພັກຜ່ອນຮັບບໍານານ ຈະບໍ່ສາມາດເອົາລົດປະຈໍາຕໍາແໜ່ງໄປນໍາໃຊ້ເປັນຂອງສ່ວນ ຕົວພາຍໃນຄອບຄົວຂອງຕົນໄດ້ອີກແລ້ວ ເພາະພາຍຫລັງສໍາເລັດກອງປະຊຸມສະໄໝ ວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ລັດຖະບານ ຈະອອກດໍາລັດວ່າດ້ວຍລົດບໍລິຫານລັດຕິດພັນກັບລົດປະຈໍາຕໍາແໜ່ງມານໍາໃຊ້.
ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ຊີ້ແຈງຕໍ່ກອງປະຊຸມສະໄໝ ວິສາ ມັນ ເທື່ອທີ 1 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 6 ສິງຫາ 2021 ວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໄດ້ຮັບປະສິດທິຜົນດີ. ນອກຈາກຕ້ອງໄດ້ປັບປຸງ 4 ກົດໝາຍທີ່ກ່ຽວຂ້ອງກັບຂົງເຂດເສດຖະ ກິດ, ລັດຖະ ບານກຽມອອກ 3 ນິຕຳກໍາສໍາຄັນ ຄື: ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ດໍາລັດວ່າດ້ວຍລົດບໍລິຫານລັດຕິດພັນກັບລົດປະຈໍາຕໍາແໜ່ງ ແລະ ຄໍາສັ່ງຂອງນາຍົກວ່າດ້ວຍການອັດການຮົົ່ວໄຫລຂອງງົບປະມານ. ໃນນີ້ ສະເພາະດໍາລັດວ່າດ້ວຍລົດບໍລິຫານລັດຕິດພັນກັບລົດປະຈໍາຕໍາແໜ່ງ ຈະເນັ້ນໃສ່ການປະຢັດ ແລະ ບໍ່ຟູມເຟືອຍງົບປະມານ ເພາະຈະບໍ່ອະນຸມັດໃຫ້ຊື້ລົດໃໝ່ຕື່ມອີກ ແຕ່ຈະດັດສົມເອົາລົດລັດທີ່ມີຢູ່ໃນເຊີ່ງເຫັນວ່າມີຫລາຍສົມຄວນ. ລັດຖະບານຈະໄດ້ດັດສົມລົດຈໍານວນ ທີ່ເຫລືອນັ້ນ ໄປໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນອທີ່ຍັງຂາດ ເຂີນພາຫະນະຮັບໃຊ້.
ທ່ານ ພັນຄໍາ ວິພາວັນ ກ່າວຕື່ມວ່າ: ສໍາລັບລົດປະຈໍາຕໍາແໜ່ງຂອງການນໍາ ໂດຍສະເພາະລະດັບກົມການເມືອງແມ່ນອະນຸຍາດໃຫ້ມີສອງຄັນ ຄື: ລົດເກັງ ແລະ ລົດຈີບ ເທົ່ານັ້ນ, ສ່ວນຢູ່ແຕ່ລະອົງການ ຫລື ທ້ອງຖິ່ນນັ້ນ ແມ່ນຈະປະກອບໃຫ້ຕາມຕໍາແໜ່ງບໍລິຫານທີ່ມີນິຕິກໍາເທົ່ານັ້ນ, ເຊິ່ງບໍ່ໝາຍຄວາມວ່າໃນທຸກຕໍາແໜ່ງ ຫລື ທຸກກົມ ຈະມີລົດປະຈໍາຂອງຕົນເອງ, ທີ່ສໍາຄັນເມື່ອເວລາສີ້ນສຸດການເປັນພະນັກງານ ຫລື ອອກພັກຜ່ອນບໍານານ ແມ່ນບໍ່ອະນຸ ຍາດໃຫ້ເອົາລົດປະຈໍາຕໍາແໜ່ງຂອງຕົນໄປພ້ອມ, ຖ້າຢາກ ໄດ້ເປັນຂອງສ່ວນຕົວຕ້ອງໄດ້ປະຕິບັດຕາມລະບຽບກົດ ໝາຍໃຫ້ຖືກຕ້ອງ, ນັບແຕ່ລະດັບກົມການເມືອງລົງມາຕ້ອງປະຕິບັດຢ່າງເຂັ້ມງວດ, ຜູ້ໃດທີ່ມີລົດຫລາຍຄັນ ຕ້ອງໄດ້ໄດ້ກວດກາ ຫລື ໃຫ້ສົ່ງຄືນລັດຖະບານ, ຖ້າຜູ້ໃດເອົາໄປຊຸກເຊື່ອງໄວ້ຈະຖືກວິໄນຕາມລະບຽບກົດໝາຍ.
ນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ແຕ່ນີ້ຕໍ່ໄປ ລັດຖະ ບານ ຈະຫັນໄປນໍາໃຊ້ລົດໄຟຟ້າແທນເພາະຜ່ານການທົດລອງນໍາໃຊ້ມາແລ້ວເຫັນວ່າປະຢັດຄ່າໃຊ້ຈ່າຍຫລາຍສົມ ຄວນເມື່ອທຽບໃສ່ລົດກິນນໍ້າມັນທີ່ເຄີຍໃຊ້ໃນໄລຍະຜ່ານມາ.
Cr: ບຸນຕຽງ ຈັນທະວົງ