ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ລັດຖະບານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປັບປຸງການບໍລິການຂອງລັດ, ໂດຍມີຈຸດສຸມ ເພື່ອການເສີມສ້າງການບໍລິການ ຂອງລັດໃຫ້ມີປະສິທິພາບ ແລະ ປະສິດທິຜົນ ໃຫ້ທົ່ວເຖິງເຂດຫ່າງໄກສອກຫລີກ.
ກອງປະຊຸມວິຊາການເພື່ອແລກປ່ຽນຜົນການສໍາຫລວດຂອງຜູ້ຊົມໃຊ້ບໍລິການຂອງລັດ ຢູ່ຂັ້ນເມືອງ (ຮອບທີ 2) ແບບທາງໄກ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2021 ທີ່ກະຊວງພາຍໃນ ເພື່ອແລກ ປ່ຽນຜົນການສໍາຫລວດຂອງຜູ້ຊົມໃຊ້ບໍລິການຂອງລັດ ໃນ 4 ເມືອງເປົ້າໝາຍ ຄື: ເມືອງຊຳພັນ ແຂວງຜົ້ງສາລີ, ເມືອງຫລາ ແຂວງອຸດົມໄຊ, ເມືອງສະໝ້ວຍ ແຂວງສາລະວັນ ແລະ ເມືອງດາກຈຶງ ແຂວງເຊກອງ.
ທ່ານ ນິສິດ ແກ້ວປັນຍາ ຮອງລັດ ຖະມົນຕີ ກະຊວງພາຍໃນ ໄດ້ກ່າວວ່າ: ຜົນການສຳຫລວດຄວາມຄິດເຫັນຂອງປະຊາຊົນ ຕໍ່ກັບການນຳໃຊ້ການບໍລິການຂອງລັດ ແມ່ນໄດ້ມີການເຜີຍແຜ່ໃຫ້ສະ ມາ ຊິກສະພາປະຊາຊົນຂັ້ນແຂວງ ເພື່ອໃຫ້ພວກເຂົາເຈົ້າສາມາດນຳໃຊ້ຂໍ້ມູນນີ້ ໃນການເພີ່ມປະສິດທິພາບຕໍ່ໜ້າທີ່ຂອງພວກເຂົາ ໃນການຕິດຕາມກວດກາການບໍລິການຂອງລັດ ໃນແຂວງທີ່ຕົນຮັບ ຜິດຊອບ. ກະ ຊວງພາຍໃນ ໂດຍຮ່ວມມືກັບອົງການຄູ່ຮ່ວມພັດທະນາ ຊຸກຍູ້ສົ່ງ ເສີມການປະຕິບັດການສໍາຫລວດ ແລະ ການເຜີຍແຜ່ຜົນການສຳຫລວດຢ່າງຕໍ່ເນື່ອງ ເພື່ອໃຫ້ບັນດາອົງການຈັດຕັ້ງລັດໂດຍສະເພາະຂະແໜງການ ທີ່ໃຫ້ການບໍລິການໄດ້ນໍາໃຊ້ຜົນການສໍາຫລວດ ເຂົ້າໃນການວາງແຜນ ແລະ ສະໜອງການບໍລິການຂອງລັດ ຢູ່ຂັ້ນທ້ອງຖິ່ນຢ່າງມີປະສິດທິພາບ ສອດຄ່ອງກັບຄວາມຈໍາເປັນຂອງທ້ອງຖິ່ນ. ນອກຈາກນີ້, ຍັງເປັນການສ້າງກົນໄກຄວາມຮັບຜິດຊອບ ແລະ ອຳນວຍຄວາມສະດວກໃຫ້ແກ່ວຽກງານການຕິດຕາມກວດກາຂອງ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ອົງການຈັດຕັ້ງລັດຂັ້ນທ້ອງຖິ່ນ ໄດ້ນໍາສະເໜີເຂົ້າໃນການສ້າງແຜນພັດທະນາແຫ່ງຊາດ ໃນນັ້ນລວມທັງແຜນພັດທະນາເສດຖະ ກິດ- ສັງຄົມ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.
ຜົນການສໍາຫລວດນີ້, ເປັນກົນໄກທີ່ປະ ຊາຊົນສາມາດມີສ່ວນຮ່ວມ ໃນການສະແດງທັດສະນະຂອງເຂົາເຈົ້າຕໍ່ການບໍລິຫານຂອງລັດ ແລະ ການພັດທະນາ ຢູ່ເມືອງຂອງເຂົາເຈົ້າ. ນີ້ກໍແມ່ນຄວາມມຸ່ງຫວັງອັນແຮງກ້າຂອງພັກ ແລະ ລັດ ຖະບານ, ເຊິ່ງເປັນ “ລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນໂຫຍດຂອງປະ ຊາຊົນ”. ນອກນີ້, ການສໍາຫລວດຄວາມຄິດເຫັນຂອງປະຊາຊົນ ກໍຍັງເປັນຕົວຊີ້ວັດໜຶ່ງຂອງ ສປປ ລາວ ໃນການປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ໂດຍສະເພາະເປົ້າໝາຍທີ 16 ເພື່ອສົ່ງ ເສີມສັງຄົມ ທີ່ມີຄວາມສະຫງົບສຸກ ແລະ ການສ່ວນຮ່ວມ.
ທ່ານ ນາງ ອໍເຮລີ ຣິເກທີ (Aurelie Righetti) ຫົວໜ້າແຜນງານປົກຄອງ, ອົງ ການເພື່ອການພັດທະນາ ແລະ ການຮ່ວມ ມື ປະເທດສະວິດເຊີແລນ ໄດ້ກ່າວວ່າ: ການສຳຫລວດດັ່ງກ່າວ, ເປັນເຄື່ອງມືທີ່ສາມາດສະໜອງໄດ້ຫລາຍຈຸດປະສົງ ເຊັ່ນ: ເພື່ອສົ່ງເສີມ ແລະ ອຳນວຍຄວາມສະດວກໃນການພົວພັນລະຫວ່າງຜູ້ໃຊ້ບໍລິການ (ປະຊາຊົນ) ແລະ ຜູ້ໃຫ້ບໍລິການ ໂດຍສະເພາະແມ່ນການບໍລິການຂອງລັດ ໃນຂັ້ນທ້ອງຖິ່ນ. ຄຳຄິດເຫັນຂອງປະ ຊາຊົນ ແມ່ນຂໍ້ມູນທີ່ມີສຳຄັນແກ່ລັດຖະບານ ເພື່ອນຳໄປປັບປຸງການບໍລິ ການຂອງລັດ ໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ລວມທັງກຸ່ມທີ່ມີຄວາມສ່ຽງ ແລະ ປະຊາຊົນທີ່ອາໄສຢູ່ເຂດຫ່າງໄກສອກຫລີກ.
ຂ່າວ: ມະນີທອນ
ຂໍ້ມູນ: UNDP
Loading...