ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນໃນລະຫວ່າງວັນທີ 5-10 ສິງຫານີ້ ທີ່ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນວ່າ: ວຽກຈຸດສຸມຂອງວາລະແຫ່ງ ຊາດດັ່ງກ່າວ ໂດຍສັງລວມມີ 5 ວຽກຈຸດສຸມ. ໃນນີ້ ສະເພາະວຽກຈຸດສຸມທີ 3 ໄດ້ກໍານົດວ່າ: ລັດຖະບານຈະເອົາໃຈໃສ່ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ ແລະ ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂຫນີ້ສິນພາຍໃນ ແລະ ຕ່າງປະເທດ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ສໍາລັບດ້ານການປະຢັດແມ່ນຈະປັບປຸງນິຕິກໍາໃນການນໍາໃຊ້ລົດປະຈໍາຕໍາແຫນ່ງ ແລະ ລົດບໍລິຫານລັດ, ການໃຊ້ຈ່າຍງົບປະມານບໍລິຫານລັດ, ການຮັບແຂກ, ການເຄື່ອນໄຫວວຽກງານ ແລະ ການຈັດງານບຸນຕ່າງໆ ໃນການຈັດຕັ້ງພັກ-ລັດ ແຕ່ລະຂັ້ນທີ່ນໍາໃຊ້ງົບປະມານຂອງລັດໃຫ້ມີຄວາມເປັນເອກະພາບກັນ. ສໍາລັບການລົງທຶນ ແມ່ນຈະປັບປຸງນະໂຍບາຍການລົງທຶນຂອງລັດໃຫ້ສອດຄ່ອງ, ມີຈຸດສຸມ ແລະ ຮັບປະກັນທາງດ້ານປະສິດທິຜົນ.
ສໍາລັບວາລະແຫ່ງຊາດທັງ 2 ສອງບັບ ໄດ້ກໍານົດເວລາໃນການຈັດຕັ້ງປະຕິບັດເປັນເວລາ 2 ປີ ເຄີ່ງ ( ແຕ່ກາງປີ 2021-2023) ຫລັງຈາກນັ້ນ ຈະໄດ້ປະເມີນຄືນຜົນການຈັດຕັ້ງປະຕິບັດຕົວຈິງຜ່ານມາ ບົນພື້ນຖານນັ້ນເພື່ອກໍານົດທິດທາງໃນຕໍ່ໜ້າຕາມເຫັນສົມຄວນ.
Cr: ມົດແດງນ້ອຍ