ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລັດຖະບານ ຈະເລັ່ງແກ້ໄຂບັນຫາຫວຍເຖື່ອນໃຫ້ໄດ້ໂດຍໄວ ເນື່ອງຈາກເກີດຂຶ້ນຢ່າງແຜ່ຫລາຍໃນສັງຄົມປັດຈຸບັນນີ້, ທີ່ສໍາຄັນຫວຍເຖື່ອນບໍ່ໄດ້ມອບພັນທະຫຍັງໃຫ້ແກ່ລັດຖະບານ, ທັງເປັນການເບືອເມົາສັງຄົມຕື່ມອີກ.
ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ໃນໂອກາດຊີ້ ແຈງຕໍ່ກອງປະຊຸມສະໄໝວິ ສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ເມື່ອກ່ອນລັດວິສາຫະກິດຫວຍພັດ ທະນາລາວ ອອກຫວຍອາ ທິດລະ 4 ຄັ້ງ ແລະ ມີຫວຍຂູດຕື່ມອີກ, ແຕ່ສັງຄົມຕ້ອງຕິ ຫລື ວິຈານຫລາຍ ລັດຖະ ບານ ໄດ້ຕົກລົງໃຫ້ຍຸບຫວຍຂູດ ແລ້ວໃຫ້ອອກຫວຍພັດທະນາລາວອາທິດລະ 2 ຄັ້ງ. ເມື່ອກ່ອນລັດວິສາຫະກິດຫວຍພັດທະນາລາວ ມອບພັນທະໃຫ້ລັດຖະບານປີລະ 60 ຕື້ກີບ, ແຕ່ປັດຈຸບັນເຫລືອພຽງປີລະ 20 ຕື້ກີບ ເຫັນວ່າຫລຸດ ລົງ. ສໍາລັບຫວຍເຖື່ອນເຫັນລະບາດຮ້າຍແຮງຫລາຍໃນສັງຄົມປັດຈຸບັນ, ໂດຍສະເພາະການຊື້-ຂາຍຫວຍຕ່າງປະເທດ, ໃນນີ້ ມີຫວຍຂອງບາງປະເທດອອກຫລາຍຄັ້ງຕໍ່ວັນ ແຕ່ທັງໝົດນີ້ບໍ່ໄດ້ມອບພັນທະຫຍັງໃຫ້ແກ່ລັດຖະບານ. ນອກຈາກນີ້ ຍັງເປັນການເບືອເມົາສັງ ຄົມ ເພາະມີທັງພະນັກງານລັດ ແລະ ປະຊາຊົນຊື້ຫວຍເຫລົ່ານີ້.
ລັດຖະມົນຕີກະຊວງການເງິນ ກ່າວຕື່ມວ່າ: ໄລຍະຜ່ານມາ ລັດຖະບານ ໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບເພື່ອແກ້ໄຂບັນຫາຫວຍເຖື່ອນຂຶ້ນມາ ແຕ່ໃນການປະຕິບັດວຽກງານຕົວຈິງບໍ່ສາມາດແກ້ໄຂໄດ້ ຍ້ອນຫວຍເຖື່ອນມີ ການຊື້-ຂາຍຜ່ານລະບົບອອນລາຍ ແລະ ຫາຈຸດແກ້ໄຂບໍ່ໄດ້. ຢ່າງ ໃດກໍ່ຕາມ ລັດຖະບານ ກໍຄື ກະຊວງການເງິນ ຈະພະຍາຍາມຊອກຫາຫລາຍກົນໄກ ຫລື ຫລາຍມາດຕະການ ແລະ ຈະໃຫ້ລັດວິສາຫະກິດຫວຍພັດທະນາລາວເປັນຜູ້ອອກທຶນໃຫ້ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ກ່ຽວຂ້ອງເພື່ອແກ້ ໄຂບັນຫາຫວຍເຖື່ອນທີ່ເກີດຂຶ້ນໃຫ້ໄດ້ໂດຍໄວ.
ຂອບໃຈຂໍ້ມູນຈາກເພຈ: ສື່ເພື່ອສັງຄົມ All in All