ທ້າຍເດືອນ ເມສາ 2023 ທີ່ຜ່ານມາ ທ່ານ ສຈ.ດຣ.ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ຮັບມອບຫມາຍຕາງໜ້າໃຫ້ລັດຖະບານ ສປປ ລາວ ເປັນກຽດປະດັບຫຼຽນໄຊມິດຕະພາບໃຫ້ 1 ກົມກອງ ແລະ ມອບຫຼຽນກາມິດຕະພາບໃຫ້ 3 ກົມກອງ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການພົວພັນຮ່ວມມື ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ສະພາກາແດງຫວຽດນາມ ໃນໄລຍະຜ່ານມາ. ສະນັ້ນ, ໃນໂອກາດແຫ່ງເດືອນມະນຸດສະທໍາ ປະຈໍາປີ 2023 ທີ່ສະພາກາແດງແຫ່ງຊາດຫວຽດນາມ ຈັດຕັ້ງຂຶ້ນທີ່ແຂວງ ເກີນເທີ ຄັ້ງນີ້ຈຶ່ງເປັນໂອກາດສຳຄັນ ແລະ ເປັນກຽດຢ່າງຍິງທີ່ໄດ້ນຳເອົາວາລະປະດັບຫຼຽນໄຊ-ຫຼຽນກາມິດຕະພາບ ເຂົ້າໃນພິທີອັນມີຄຸນຄ່າຄັ້ງນີ້ ເຂົ້າຮ່ວມໃນພິທີດັ່ງກ່າວໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫວໍ ວັນເຖືອງ ປະທານປະເທດ ສສ ຫວຽດນາມ, ທັງເປັນປະທານກິດຕິມະສັກຂອງສະພາກາແດງແຫ່ງຊາດຫວຽດນາມ, ທ່ານ ທັງລືກວາງ ຮອງນາຍົກຜູ້ຊີ້ນຳວຽກງານພົວພັນຕ່າງປະເທດ, ມີພະນັກງານບັນດາກະຊວງ, ກາແດງແຂວງ, ສະມາຊິກ ແລະ ອາສາສະໝັກກາແດງຫວຽດນາມ, ນັກທຸລະກິດ, ຜູ້ຊົງຄຸນວຸທິ ແລະ ກາແດງເພື່ອນມິດຕ່າງໆເຂົ້າຮ່ວມ, ພ້ອມກັນນັ້ນ ຄະນະຍັງໄດ້ຮ່ວມພິທີປູກຕົ້ນໄມ້ມະນຸດສະທຳຮ່ວມກັບປະທານປະເທດ ແລະ ການນຳພັກ-ລັດຂອງ ສສ ຫວຽດນາມ ແລະ ບັນດາກາແດງເພື່ອນມິດ ທີ່ເຂົ້າຮ່ວມ ທີ່ບໍລິເວນມະຫາວິທະຍາໄລ ເກີນເທີ້.
ໃນໂອກາດແຫ່ງເດືອນມະນຸດສະທຳ ປະຈຳປີ 2023 ສະພາກາແດງຫວຽດນາມ ໄດ້ຕັ້ງເປົ້າລະດົມທຶນໃນເດືອນດັ່ງກ່າວຈາກທຸກຊັ້ນຄົນໃນສັງຄົມໃຫ້ໄດ້ 17 ລ້ານໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນວຽກງານມະນຸດສະທຳກໍ່ຄືວຽກງານກາແດງເພື່ອກຽມພ້ອມຊ່ວຍເຫລືອຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດຕ່າງໆທີ່ອາດເກີດຂຶ້ນໃນອານາຄົດ, ມາຮອດປະຈຸບັນມີຜູ້ບໍລິຈາກວັດຖຸສິ່ງຂອງ ແລະ ທຶນ ໄດ້ເກີນເປົ້າໝາຍທີ່ຕັ້ງໄວ້ແລ້ວ.
ໂດຍ: ສຸກສະຫວັນ


