ລັດຖະບານ ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19, ແຕ່ຄຽງຄູ່ກັນນັ້ນ ກໍຈະໄດ້ມີມາດຕະການຜ່ອນຜັນ ຈໍານວນໜຶ່ງທີ່ມີຄວາມຈໍາເປັນ ໃນໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 31 ຕຸລາ ຫາ ເວລາ 24:00 ໂມງ ວັນທີ 14 ພະຈິກ 2021.
ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ໄດ້ຖະແຫລງຂ່າວໃນວັນທີ 30 ຕຸລາ 2021 ກ່ຽວກັບການສືບຕໍ່ປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະ ວັນທີ 31 ຕຸລາ ຫາ 14 ພະຈິກ 2021 ໂດຍມີ ຫລັກການ ແລະ ເຫດຜົນຂອງການກຳນົດມາດຕະການຕ່າງໆຂອງລັດຖະບານ ຄື: ລັດຖະບານ ໄດ້ພິຈາລະນາຖີ່ຖ້ວນ ແລະ ວາງເປົ້າໝາຍໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເພື່ອເຮັດແນວໃດບໍ່ໃຫ້ພົນລະເມືອງລາວ ກໍຄື ຊາວຕ່າງປະເທດ ທີ່ອາໄສຢູ່ດິນແດນລາວ ຕິດເຊຶ້ອພະຍາດດັ່ງກ່າວ, ຖ້າຕິດກໍໃຫ້ໜ້ອຍທີ່ສຸດ ແລະ ຖ້າເສຍຊິວິດ ກໍໃຫ້ມີໜ້ອຍທີ່ສຸດ; ພະຍາຍາມຊິ້ນຳ, ນຳພາປະຊາຊົນບັນດາເຜົ່າເຮົາ ໃຫ້ຫັນປ່ຽນແບບແຜນການດຳລົງຊິວິດຈາກອັນເປັນປົກກະຕິ ກ່ອນການລະບາດ ຂອງພະຍາດໂຄວິດ-19 ກ້າວສູ່ການດຳລົງຊິວິດປົກກະຕິແບບໃໝ່ ໃນເງື່ອນໄຂໂຄວິດ-19.
ແນວທາງໃນການຈັດຕັ້ງປະຕິບັດ ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂ ໂຄວິດ-19 ຢູ່ ສປປ ລາວ ຕ້ອງສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງປະເທດເຮົາ ໂດຍທີ່ລັດຖະບານມີການຮຽນຮູ້ບົດຮຽນ ຂອງຕ່າງປະເທດ ເພື່ອນມິດສາກົນ, ຮັບຟັງຄຳເຫັນທີ່ສ້າງສັນ ຂອງປະຊາຊົນເຮົາ ໃນແງ່ມຸມດ້ານຕ່າງໆແລ້ວ ໄດ້ພິຈາລະນາວ່າ: ພວກເຮົາຕ້ອງໄດ້ພະຍາຍາມສູງສຸດ ເພື່ອໃຫ້ມີການສົມດຸນ ແລະ ກົມກຽວກັນ ໃນ 3 ມາດຕະການ ລະຫວ່າງ “ມາດຕະການດ້ານການແພດ, ດ້ານການບໍລິຫານ ແລະ ດ້ານເສດຖະກິດ” ໝາຍຄວາມວ່າ ມາດຕະການຕ່າງໆ ທີ່ລັດຖະບານວາງອອກ ຕ້ອງຮັບປະກັນໄດ້ຄາດໝາຍການປ້ອງກັນພະຍາດ ໂຄວິດ-19 ໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ ແລະ ຖ້າເສຍຊິວິດກໍໜ້ອຍທີ່ສຸດ. ພ້ອມກັນນັ້ນ, ກໍຕ້ອງໄດ້ຄໍານຶງເຖິງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ ແລະ ການດຳລົງຊິວິດຂອງປະຊາຊົນ ໂດຍພະຍາຍາມສ້າງເງື່ອນໄຂໃຫ້ປະ ຊາຊົນ ໄດ້ທຳມາຫາກິນ ແລະ ດຳລົງຊິວິດປົກກະຕິໃນເງື່ອນໄຂໃໝ່, ພ້ອມທັງສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ. ບົນພື້ນ ຖານນັ້ນ, ອົງການປົກຄອງຂັ້ນຕ່າງໆ ຕ້ອງໄດ້ຄົ້ນຄວ້າຜັນຂະຫຍາຍ ແລະ ຫັນເປັນແຜນປະຕິບັດຕົວຈິງໃຫ້ເປັນອັນລະອຽດ ທີ່ສອດຄ່ອງກັບສະພາບຈຸດພິເສດ ຂອງກົມກອງ ທ້ອງ ຖິ່ນຕົນ ໃນແຕ່ລະໄລຍະ.
ພ້ອມນີ້, ຍັງມີມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດໃນບາງດ້ານ ເປັນຕົ້ນມາດຕະການລວມ ໃຫ້ສືບຕໍ່ສຸມໃສ່ສັກວັກຊິນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້ ດ້ວຍການກຳນົດແຜນອັນລະອຽດ, ມີແຜນຕິດຕາມທີ່ເປັນລະບົບຄົບຊຸດ ແລະ ດຳເນີນໃຫ້ໄວຂຶ້ນກວ່າເກົ່າ; ສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃນສະຖານທີ່ຕ່າງໆທີ່ກະກຽມໄວ້ ໃຫ້ຖືກຕ້ອງຕາມຫລັກວິຊາການ; ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນພາຫະນະຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 10 ຂອງມາດຕະກາກນສືບຕໍ່ຜ່ອນຜັນ; ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈໍາເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.