ໃນຕອນເຊົ້າວັນທີ 15 ມີນາ 2021, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ໂຢເນະຢະມະ ໂຢຊິຮາຣຸ (Mr. YONEYAMA Yoshiharu), ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ທີ່ຈະສໍາເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ ແຕ່ເດືອນເມສາ 2017 ຫາ ເດືອນມີນາ 2021.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ຢ່າງຫ້າວຫັນຂອງທ່ານ ໂຢເນະຢະມະ ໂຢຊິຮາຣຸ ທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ຂົນຂວາຍການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ມາຊ່ວຍ ລັດຖະບານ ແລະ ປະຊາຊົນລາວ. ທ່ານລັດຖະມົນຕີ ຍັງເນັ້ນວ່າ ລັດຖະບານລາວຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງທ່ານ ໂຢເນະຢະມະ ໂຢຊິຮາຣຸຢູ່ ສປປ ລາວ ຕະຫຼອດໄລຍະ 4 ປີ ທີ່ມີໝາກຜົນຕົວຈິງ, ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດ 9ໂຄງການຊ່ວຍເຫຼືອລ້າລວມມູນຄ່າ 14.781ລ້ານເຢັນ ແລະ 4 ໂຄງການເງິນກູ້ຢືມດອກເບ້ຍຜ່ອນຜັນລວມມູນຄ່າ 28.999 ລ້ານ ເຢັນ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ບົດບາດ ແລະການເຄື່ອນໄຫວ ຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ໃນຖານະເປັນຕົວແທນໃຫ້ແກ່ລັດຖະບານຍີ່ປຸ່ນ ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຢ່າງມີປະສິດທິຜົນ ອັນໄດ້ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງຊາດ ລາວ ແລະ ຍີ່ປຸ່ນ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ທ່ານ ໂຢເນະຢະມະ ໂຢຊິຮາຣຸ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ຄວາມເອົາໃຈໃສ່ໃນການຮ່ວມມື ແລະ ອໍານວຍຄວາມສະດວກ ໃຫ້ແກ່ການປະຕິບັດວຽກງານຂອງຜູ້ກ່ຽວ ກໍ່ຄືອົງການຮ່ວມມືສາກົນຍີ່ປຸ່ນ ຢູ່ ສປປ ລາວ ເປັນຢ່າງດີ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສືບຕໍ່ຮ່ວມມືທີ່ດີຈາກລັດຖະບານລາວຕໍ່ໄປ.
ໃນຕອນເຊົ້າມື້ດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອິມ ມູຮົງ IM Moohong ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ອິມ ມູຮົງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫຼອດໄລຍະ 25 ປີ ຜ່ານມາ ແລະຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບລະຫວ່າງ ສປປ ລາວ ແລະ ສ.ເກົາຫລີໃຫ້ແຕກດອກອອກຜົນຍິ່ງຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ທ່ານ ອິມ ມູຮົງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ທ່ານຈະສຸມທຸກຄວາມພະຍາຍາມທັງທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ, ໂດຍສະເພາະ ຈະສືບຕໍ່ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງຂອງ ສ.ເກົາຫລີ ໃນການຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ.



